1. ບົດນຳ

GeoPrism Registry ເປັນແພັດຟອມອອນລາຍທີ່ມີຈຸດປະສົງເພື່ອສະໜອງການເຮັດວຽກຂອງ ການຂື້ນທະບຽນພູມິສາດທົ່ວໄປ (CGR) ໃນການເກັບຂໍ້ມູນ, ຮັກສາ, ປັບປຸງ ແລະ ແບ່ງປັນລາຍການ ລວມເຖິງລໍາດັບຊັ້ນທີ່ກ່ຽວຂ້ອງ ແລະ ຂໍ້ມູນທາງພື້ນທີ່ ສຳລັບຈຸດພິກັດທີ່ຕັ້ງທາງພູມິສາດຂອງການພັດທະນາໂດຍທົ່ວໄປ ແລະ ຂອງດ້ານສາທາລະນະສຸກ ໂດຍສະເພາະ.

CGR ເປັນສູນເກັບກຳຂໍ້ມູນທີ່ສາມາດເຂົ້າເຖິງໄດ້ດ້ວຍລະບົບຂໍ້ມູນຂ່າວສານຕ່າງໆ ເພື່ອເກັບກຳເອົາຂໍ້ມູນທີ່ເຊື່ອຖືໄດ້ກ່ຽວກັບພູມສາດຕາມການເວລາ. ຫຼັງຈາກນັ້ນ, ຜູ້ໃຊ້ລະບົບຂໍ້ມູນຂ່າວສານສາມາດໄດ້ຮັບຜົນປະໂຫຍດຈາກຂໍ້ມູນນີ້ເພື່ອຊ່ວຍເຮັດໃຫ້ການຕັດສິນໃຈທາງພູມສັນຖານມີປະສິດທິພາບເພິ່ມຂຶ້ນ ແລະ ຮອງຮັບການການແກ້ໄຂບັນຫາການພັດທະນາໂດຍທົ່ວໄປ ແລະ ໂດຍສະເພາະໃນດ້ານສາທາລະນະສຸກ ໃຫ້ເປັນລະບົບຫຼາຍກວ່າເກົ່າ.

ແນວຄິດຂອງ CGR ໄດ້ເກີດມາເພື່ອຕື່ມຊ່ອງຫວ່າງໃນສະຖາປັດຕະຍະກໍາຂອງລະບົບຂໍ້ມູນຂ່າວສານທີ່ໄດ້ສັງເກດເຫັນຢູ່ໃນປະເທດຕ່າງໆ, ເຊິ່ງມັນກ່ຽວກັບຄວາມສາມາດຂອງຂໍ້ມູນ ຫຼື ຖານຂໍ້ມູນຕ່າງໆ ທີ່ຈະຖືກປັບປ່ຽນໃຫ້ຖືກຕ້ອງອີງຕາມສະພາບພູມິສາດຕາມການເວລາ.

ໃນຂະນະທີ່ແນວຄວາມຄິດຕັ້ງຕົ້ນຈາກຂະແໜງການສຸຂະພາບ, CGR ຖືກອອກແບບມາເພື່ອຈັດການກັບວັດຖຸພູມິສາດປະເພດຕ່າງໆ ແລະ ອົງກອນຫຼາຍແຫ່ງ, ເຮັດໃຫ້ມັນເປັນເຄື່ອງມືທີ່ສໍາຄັນໃນການຮອງຮັບໂຄງສ້າງພື້ນຖານຂໍ້ມູນພື້ນທີ່ແຫ່ງຊາດ National Spatial Data Infrastructire (NSDI) ໂດຍອະນຸຍາດໃຫ້ລະບົບຂໍ້ມູນຕ່າງໆສາມາດ:

  • ປັບສະພາບຂໍ້ມູນຈາກແຫຼ່ງຂໍ້ມູນຕ່າງໆທັງໃນພື້ນທີ່ ແລະ ເວລາ

  • ໃຊ້ວັດຖຸທາງພູມິສາດເປັນຈຸດເຊື່ອມໂຍງທົ່ວໄປລະຫວ່າງແຫຼ່ງຂໍ້ມູນ

  • ຮວບຮວມຂໍ້ມູນອີງຕາມລໍາດັບຊັ້ນຕ່າງໆ

  • ຮອງຮັບການສ້າງແຜນທີ່ໂດຍອີງໃສ່ພູມິສາດອັນດຽວກັນ

  • ອໍານວຍຄວາມສະດວກໃນການວິເຄາະ spatio-temporal ແຕ່ບໍ່ຈໍາກັດໃນການວິເຄາະແນວໂນ້ມ (trend analysis)

ກະລຸນາເບິ່ງຄໍາແນະນໍາຂອງ Health GeoLab Collaborative ສະບັບລ່າສຸດກ່ຽວກັບການສ້າງຕັ້ງຂອງການຂື້ນທະບຽນພູມິສາດທົ່ວໄປສໍາລັບການເກັບຂໍ້ມູນ, ການບໍາລຸງຮັກສາ, ການປັບປຸງ ແລະ ການເຜີຍແຜ່ບັນຊີລາຍການລວມເຖິງລໍາດັບຊັ້ນທີ່ກ່ຽວຂ້ອງ ແລະ ຂໍ້ມູນທາງພື້ນທີ່ສໍາລັບລາຍລະອຽດເພີ່ມເຕີມກ່ຽວກັບແນວຄວາມຄິດຂອງ CGR ແລະ ຜົນປະໂຫຍດຂອງແພັດຟອມ CGR ເຊັ່ນ GeoPrism Registry.

Last updated