# 4.2. ການລົງທະບຽນ ແລະ ການເຊື່ອມຕໍ່ລະບົບພາຍນອກ

ການລົງທະບຽນລະບົບພາຍນອກ ອະນຸຍາດໃຫ້ມີການກໍານົດຄ່າຄົງທີ່ເພື່ອທີ່ຈະເຊື່ອມໂຍງກັບລະບົບພາຍນອກ. ການລົງທະບຽນລະບົບພາຍນອກແມ່ນບ່ອນທີ່ການເຊື່ອມຕໍ່ສາມາດຖືກກະຕຸ້ນ (DHIS2 ແລະ FHIR ເທົ່ານັ້ນ), ດັດແກ້, ແລະ ໂດຍທົ່ວໄປອ້າງອີງເພື່ອເຂົ້າໃຈເຖິງວິທີການກໍານົດການເຊື່ອມໂຍງ. ໜ້າທີ່ຕົ້ນຕໍຂອງມັນແມ່ນເພື່ອແບ່ງປັນເນື້ອໃນຂອງ GeoPrism Registry ກັບລະບົບພາຍນອກ. ໂດຍການເກັບຮັກສາທັງຕົວລະບຸມາດຕະຖານຂອງ GeoPrism Registry ແລະ ຕົວລະບຸຂອງລະບົບພາຍນອກ, GeoPrism Registry ສາມາດຮັກສາການເຊື່ອມໂຍງລະຫວ່າງວັດຖຸຕ່າງໆຈາກສອງລະບົບ. ຕົວລະບຸພາຍນອກຖືກກໍານົດໄວ້ໃນລະບົບໂດຍຜ່ານຂະບວນການນໍາເຂົ້າຂໍ້ມູນ.

ການລົງທະບຽນລະບົບພາຍນອກສາມາດເຮັດໄດ້ໂດຍຜູ້ບໍລິຫານການລົງທະບຽນ (Registry Administrator) ຫຼື ຜູ້ບໍລິຫານລະບົບ (System Administrator). ຖ້າຜູ້ບໍລິຫານການລົງທະບຽນ (Registry Administrator) ສ້າງລະບົບພາຍນອກມັນຈະສາມາດໃຊ້ໄດ້ກັບອົງກອນທີ່ຜູ້ບໍລິຫານການລົງທະບຽນ (Registry Administrator) ເປັນສະມາຊິກເທົ່ານັ້ນ. ຜູ້ບໍລິຫານລະບົບ (System Administrator) ຕ້ອງມອບໝາຍລະບົບພາຍນອກໃຫ້ອົງກອນໃດໜຶ່ງ.

ການຕັ້ງຄ່າການເຊື່ອມຕໍ່ລະບົບພາຍນອກເຮັດໃຫ້ຜູ້ໃຊ້ສາມາດສົ່ງຂໍ້ມູນໄປຍັງລະບົບພາຍນອກນັ້ນໄດ້. ການຕັ້ງຄ່າການເຊື່ອມຕໍ່ແມ່ນຮຽກຮ້ອງໃຫ້ລະບົບພາຍນອກມີການລົງທະບຽນ ແລະ ມີຕົວກໍານົດພາຍນອກທີ່ຖືກກໍານົດໂດຍຜ່ານຂະບວນການນໍາເຂົ້າຂໍ້ມູນ.

ປະຈຸບັນ GeoPrism Registry ຮອງຮັບການເຊື່ອມໂຍງກັບລະບົບຕໍ່ໄປນີ້:

* [District Health Information System](https://dhis2.org/) 2 (DHIS2)
* [Reveal](https://revealprecision.com/)
* [Fast Healthcare Interoperability Resources®](https://www.hl7.org/fhir/) (FHIR)

ຫົວຂໍ້ຕໍ່ໄປນີ້ສາມາດໃຫ້ລາຍລະອຽດເພີ່ມເຕີມກ່ຽວກັບການເຊື່ອມຕໍ່ກັບແຕ່ລະລະບົບ.


---

# Agent Instructions: Querying This Documentation

If you need additional information that is not directly available in this page, you can query the documentation dynamically by asking a question.

Perform an HTTP GET request on the current page URL with the `ask` query parameter:

```
GET https://docs.geoprismregistry.com/readme/current-2/external-system-integration/4.2-register-and-synchronize-an-external-system.md?ask=<question>
```

The question should be specific, self-contained, and written in natural language.
The response will contain a direct answer to the question and relevant excerpts and sources from the documentation.

Use this mechanism when the answer is not explicitly present in the current page, you need clarification or additional context, or you want to retrieve related documentation sections.
