6.5.3.3. ການແກ້ໄຂ historical events

Registry Administrators ແລະ Registry Maintainers ສາມາດແກ້ໄຂ historical event ໃຫ້ກັບອົງກອນທີ່ເຂົາເຈົ້າເປັນສະມາຊິກ.

  1. ໄປທີ່ໂມດູນ Historical Events ໂດຍການກົດໃສ່ສັນຍາລັກໂມດູນຢູ່ໃນໜ້າທໍາອິດ ຫຼື ໂດຍການກົດໃສ່ເມນູ(ຮູບ 3 ຂີດແຈມູມຂວາ) ແລະ ເລືອກ Historical Events.

  2. ໃນແຖບ Manage Historical Events, ຊອກຫາ historical event ທີ່ທ່ານຕ້ອງການແກ້ໄຂ. ເພື່ອຊ່ວຍໃຫ້ທ່ານຊອກຫາ historical event, ທ່ານອາດຈະຕື່ມຂໍ້ມູນໃສ່ໜຶ່ງ ຫຼື ຫຼາຍຊ່ອງທີ່ພົບຢູ່ເທິງສຸດຂອງໜ້າ:

    1. Geo-Object Type Before: Geo-Object Type ກ່ອນທີ່ historical event ເກີດຂຶ້ນ

    2. Start Date: ວັນທີເລີ່ມຕົ້ນຂອງ historical event ທີ່ຖືກຕ້ອງ

    3. End Date: ວັນທີສິ້ນສຸດຂອງ historical event ທີ່ຖືກຕ້ອງ

  3. ເມື່ອທ່ານພົບ historical event ທີ່ທ່ານຕ້ອງການທີ່ຈະແກ້ໄຂ, ໃຫ້ກົດໃສ່ປຸ່ມສໍໃນຕອນເລີ່ມຕົ້ນແຖວສໍາລັບ historical event ນັ້ນ (ໃນຕົວຢ່າງຂ້າງລຸ່ມນີ້, ໃນການແກ້ໄຂ historical event ຂອງການລວມເຂດ Bacong ແລະ ເຂດ Santa Rosa).

  4. ໃນໜ້າຕ່າງທີ່ເປີດຂຶ້ນ, ເຮັດການປ່ຽນແປງທີ່ຈໍາເປັນຕໍ່ການສະເໜີ historical event ຫຼັງຈາກນັ້ນໃຫ້ກົດໃສ່ປຸ່ມ Submit ຢູ່ດ້ານລຸ່ມຂອງໜ້າ. ການ​ປ່ຽນ​ແປງ​ທີ່​ທ່ານ​ໄດ້​ເຮັດ​ໃນ​ປັດ​ຈຸ​ບັນ​ໄດ້​ຖືກ​ນໍາ​ໃຊ້​.

Last updated