5.1.7. ຄຸນນະພາບຂໍ້ມູນ

ເນື້ອໃນຕົ້ນຕໍທີ່ມີຢູ່ໃນ GeoPrism Registry ແມ່ນມີເພື່ອໃຊ້ເປັນແຫຼ່ງຂໍ້ມູນທີ່ແທ້ຈິງຂອງ (ໃນການອ້າງອິງພື້ນຖານ) ລະບົບຂໍ້ມູນຕ່າງໆເພື່ອປັບເນື້ອໃນ, ການໃຫ້ເຫັນພາບ ແລະ ການວິເຄາະຂໍ້ມູນທຸລະກິດຢ່າງຖືກຕ້ອງທັງໃນພື້ນທີ່ ແລະ ເວລາ. ດັ່ງນັ້ນ, ເນື້ອຫານີ້ແມ່ນຈະຖືກນໍາສະເໜີໃຫ້ມີຄຸນນະພາບສູງທີ່ສຸດໃນ 6 ຂະແໜງຂອງຄຸນນະພາບຂໍ້ມູນ (ມີເອກະລັກສະເພາະ, ຄວາມສົມບູນ, ຄວາມວ່ອງໄວທັນເວລາ, ຄວາມແມ່ນຍຳ, ຄວາມຖືກຕ້ອງ, ແລະ ຄວາມສອດຄ່ອງ).

ໃນຂະນະທີ່ GeoPrism Registry ແມ່ນມີຄວາມຕັ້ງໃຈໃນການຊ່ວຍປັບປຸງ ແລະ ຮັກສາຄຸນນະພາບຂອງເນື້ອຫາ, ຄຸນນະພາບຂອງເນື້ອຫາ ໃນເວລາທີ່ອັບໂຫຼດມັນເຂົ້າໃນແພັດຟອມແຮງສູງເທົ່າໃດ, ວຽກທີ່ຕ້ອງໄດ້ລົງມືຈະໜ້ອຍລົງ ແລະ ຜົນກະທົບທາງບວກທີ່ໄດ້ຮັບຈະໄວຂຶ້ນເທົ່ານັ້ນ.

ຄຸນນະພາບຂອງເນື້ອຫາກ່ອນການອັບໂຫຼດເຂົ້າໃນແພັດຟອມສາມາດຮັບປະກັນໄດ້ໂດຍຜ່ານການປະຕິບັດການຕິດຕັ້ງຂໍ້ມູນທີ່ດີຕະຫຼອດວົງຈອນຂອງການຄຸ້ມຄອງຂໍ້ມູນພູມສາດໂດຍລວມໃນຮູບ 5.4. ການຕິດຕັ້ງວົງຈອນນີ້, ແລະ ການປະຕິບັດທີ່ດີ, ຄວນຈະເປັນສ່ວນໜຶ່ງຂອງກິດຈະກໍາຂອງ National Spatial Data Infrastructure (NSDI).

ຖ້າ NSDI ບໍ່ໄດ້ມີຢູ່, ສາມາດອ່ານປຶກສາກັບເອກະສານອ້າງອີງຈາກ Health GeoLab Collaborative ເພື່ອຊ່ວຍຮັບປະກັນຄຸນນະພາບຂອງຂໍ້ມູນ ແລະ ຂ່າວສານທີ່ຈະອັບໂຫຼດໃນແພັດຟອມ.

Last updated