3.5. ການຈັດການອີເມວຂອງລະບົບ

GeoPrism Registry ນຳໃຊ້ການຕັ້ງຄ່າອີເມວເພື່ອສົ່ງການແຈ້ງເຕືອນໃຫ້ກັບຜູ້ໃຊ້ຂອງລະບົບ, ໂດຍສະເພາະການເຊີນຊວນເພື່ອສ້າງບັນຊີ ແລະ ການຮ້ອງຂໍການປ່ຽນແປງອັດຕະໂນມັດໃນການແຈ້ງເຕືອນ. ການຕັ້ງຄ່າອີເມວຕ້ອງເຮັດໂດຍຜູ້ບໍລິຫານລະບົບ (System Administrator).

GeoPrism Registry ບໍ່ສາມາດສົ່ງອີເມວດ້ວຍຕົວເອງໂດຍກົງ. ມັນຕ້ອງໄດ້ຮັບການເຊື່ອມຕໍ່ກັບເຄືອຂ່າຍອີເມວທາງໄກທີ່ສາມາດສົ່ງອີເມວເຫຼົ່ານັ້ນໃນນາມຂອງ GeoPrism Registry. ຄໍາແນະນໍາເຫຼົ່ານີ້ຈະຊ່ວຍໃຫ້ທ່ານສາມາດກໍາໜົດຄ່າການເຊື່ອມຕໍ່ກັບເຄືອຂ່າຍອີເມວທາງໄກໄດ້.

ໝາຍເຫດ: ລະບົບຈະເຮັດວຽກໄດ້ກັບເຄືອຂ່າຍອີເມວທີ່ຮອງຮັບການສົ່ງຄຳຂໍໂດຍກົງ Simple Mail Transfer Protocol (SMTP) ເທົ່ານັ້ນ.

  1. ໄປທີ່ໜ້າການຕັ້ງຄ່າ (Setting) ຈາກເມນູ (ຮູບ 3 ຂີດແຈມູມຂວາ).

  2. ຢູ່ກ້ອງຫົວຂໍ້​ອີ​ເມວ​, ໃຫ້ກົດ​ໃສ່​ການ​ຕັ້ງ​ຄ່າ (Configure)​.

  3. ຕື່ມຄ່າໃນແບບຟອມທີ່ສະແດງ.

    ຊ່ອງຂໍ້ມູນຄຳອະທິບາຍ

    ເຄືອຂ່າຍ (Server)

    ເຄືອຂ່າຍຂອງ URL ເປັນບ່ອນເກັບຂໍ້ມູນຂອງລະບົບ SMTP (ເຊັ່ນ: email-smtp.us-west-2.amazonaws.com)

    ຊື່ຜູ້ໃຊ້ (Username)

    ຊື່ຜູ້ໃຊ້ທີ່ມີຄວາມສາມາດໃນການສົ່ງອີເມວ

    ລະຫັດຜ່ານ (Password)

    ລະຫັດຜ່ານສໍາລັບຜູ້ໃຊ້

    ພາກສ່ວນ (Port)

    ພາກສ່ວນທີ່ໃຊ້ເພື່ອສະໜອງການເຂົ້າເຖິງເຄືອຂ່າຍ SMTP. ສິ່ງນີ້ຖືກຕິດຕັ້ງຢູ່ໃນເຄືອຂ່າຍອີເມວ, ບໍ່ແມ່ນເຄືອຂ່າຍ GeoPrism Registry

    ຈາກ (From)

    ທີ່ຢູ່ອີເມວທີ່ໃຊ້ເພື່ອສົ່ງອີເມວ

    ເຖິງ (To)

    ທີ່ຢູ່ອີເມວທີ່ໃຊ້ເພື່ອຮັບອີເມວ

  4. ກົດສົ່ງ (Submit).

Last updated