6.2.2. ຂໍ້ມູນຮັບຮອງ DHIS2

GeoPrism Registry ຮອງຮັບການເຂົ້າສູ່ລະບົບດ້ວຍຂໍ້ມູນຮັບຮອງ DHIS2 ໂດຍໃຊ້ OAuth 2.0 ສໍາລັບ DHIS2 ໂຕສະເພາະເຈາະຈົງ.

ໃນການເຂົ້າສູ່ລະບົບດ້ວຍວິທີການນີ້, ຂັ້ນທໍາອິດຜູ້ໃຊ້ຕ້ອງມີ GeoPrism Registry ແລະ DHIS2 ໂຕທີ່ມີຊື່ຜູ້ໃຊ້ດຽວກັນ, ແລະ ຜູ້ໃຊ້ GeoPrism Registry ຕ້ອງເປີດໃຊ້ OAuth. ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບການສ້າງ ຫຼື ກຳນົດຄ່າຜູ້ໃຊ້ GeoPrism Registry ເພື່ອໃຊ້ OAuth, ເບິ່ງຂໍ້ 6.3.

ຕ້ອງໃຫ້ມີການລົງທະບຽນ DHIS2 ເປັນລະບົບພາຍນອກໃນ GeoPrism Registry.

  1. ໃຫ້ແນ່ໃຈວ່າ DHIS2 ໂຕທີ່ທ່ານຕ້ອງການໃຊ້ເພື່ອເຊື່ອມຕໍ່ ໄດ້ຖືກລົງທະບຽນເປັນລະບົບພາຍນອກໃນ GeoPrism Registry ແລ້ວ (ເບິ່ງຂໍ້ 4).

  2. ຈາກໜ້າເຂົ້າສູ່ລະບົບ GeoPrism Registry, ໃຫ້ກົດປຸ່ມເຂົ້າສູ່ລະບົບດ້ວຍ DHIS2.

  3. ຖ້າມີການລົງທະບຽນ ລະບົບ DHIS2 ເປັນລະບົບພາຍນອກຫຼາຍກວ່າໜຶ່ງລະບົບ, ລາຍການແບບເລື່ອນລົງຈະປາກົດທຸກ DHIS2 ລະບົບທີ່ໄດ້ລົງທະບຽນໄວ້. ເລືອກລະບົບທີ່ທ່ານຕ້ອງການ ທີ່ຈະນໍາໃຊ້ເພື່ອເຂົ້າສູ່ລະບົບ, ມັນຈະນໍາທາງທ່ານໄປທີ່ໜ້າເຂົ້າສູ່ລະບົບນັ້ນ. ຖ້າມີລະບົບດຽວ, ທ່ານຈະຖືກນໍາທາງໄປຫາໜ້າເຂົ້າສູ່ລະບົບນັ້ນໂດຍບໍ່ຈໍາເປັນຕ້ອງເລືອກຈາກລາຍການແບບເລື່ອນລົງ.

  4. ເຂົ້າສູ່ລະບົບ DHIS2. ເມື່ອເຂົ້າສູ່ລະບົບ, ທ່ານຈະຖືກຮ້ອງຂໍໃຫ້ອະນຸຍາດ GeoPrism Registry ('georegistry'). ກົດອະນຸຍາດເພື່ອສືບຕໍ່.

  5. ຫຼັງຈາກກົດອະນຸຍາດແລ້ວ, ທ່ານຈະສາມາດເຂົ້າເຖິງ GeoPrism Registry ທີ່ທ່ານໃສ່ເລີ່ມຕົ້ນ.

Last updated