3.4.1. ຕິດຕັ້ງພາສາທ້ອງຖິ່ນໃໝ່

ການຕິດຕັ້ງພາສາທ້ອງຖິ່ນເຮັດໃຫ້ GeoPrism Registry ສາມາດແປເປັນພາສານັ້ນໆໄດ້. ເຊິ່ງນີ້ແມ່ນຂັ້ນຕອນທໍາອິດເພື່ອໃຫ້ GeoPrism Registry ແປເປັນພາສາທ້ອງຖິ່ນໄດ້. ຕົວເລືອກພາສາທ້ອງຖິ່ນທັງໝົດທີ່ສາມາດຕິດຕັ້ງຢູ່ໃນ GPR ສາມາດເຫັນໄດ້ທີ່ນີ້.

ທ່ານຕ້ອງຕິດຕັ້ງທຸກໆພາສາທ້ອງຖິ່ນທີ່ທ່ານຄິດວ່າຜູ້ໃຊ້ຂອງທ່ານຕ້ອງການນຳໃຊ້. ບາງຄັ້ງມີພາສາທີ່ແຕກຕ່າງກັນເລັກນ້ອຍແຕ່ກໍຈໍາເປັນຕ້ອງຖືກຕິດຕັ້ງໃສ່ໄວ້, ເພາະວ່າຕົວເຂົ້າເວັບອາດມີພຽງແຕ່ພາສາໜຶ່ງດຽວສະເພາະ ແລະ ອາດຈະບໍ່ມີພາສາສະບັບອື່ນ. ຕົວຢ່າງ: ພາສາກຳປູເຈຍມີສອງຮູບແບບພາສາທ້ອງຖິ່ນ (kh_KM ແລະ kh). ທັງສອງແບບຕ້ອງໄດ້ຮັບການຕິດຕັ້ງ ແລະ ນໍາເຂົ້າເພື່ອຮັບປະກັນວ່າພາສາ Khmer ແມ່ນສະແດງຢູ່ໃນທຸກຕົວທ່ອງເວັບ.

  1. ໄປທີ່ໜ້າການຕັ້ງຄ່າ ແລະ ເລື່ອນໄປຫາຫົວຂໍ້ 'ການຕັ້ງພາສາທ້ອງຖິ່ນ (Localization)'.

  2. ກົດປຸ່ມ '+' ເພື່ອເປີດໜ້າຕ່າງສໍາລັບການຕິດຕັ້ງພາສາທ້ອງຖິ່ນໃໝ່.

  3. ເລືອກພາສາ ແລະ ປະເທດ (ລາຍຊື່ຂອງປະເທດບໍ່ກ່ຽວຂ້ອງກັບພາສາທີ່ໄດ້ເລືອກໃນຂັ້ນຕອນນີ້), ແລະ ລະບຸປ້າຍສະແດງສໍາລັບພາສາໃໝ່ໃນພາສາຕັ້ງຄ່າເລີ່ມຕົ້ນ ແລະ ພາສາອື່ນໆທີ່ມີຢູ່ແລ້ວ.

  4. ກົດສົ່ງ.

  5. ການຕິດຕັ້ງພາສາໃໝ່ຈະເພີ່ມຕົວເລືອກປຸ່ມວິທະຍຸໃນເມນູ(ຮູບ 3 ຂີດແຈມູມຂວາ)ສໍາລັບພາສານັ້ນ, ເພື່ອໃຫ້ຜູ້ໃຊ້ສາມາດສະຫຼັບລະຫວ່າງພາສາເລີ່ມຕົ້ນ ແລະ ພາສາທີ່ໄດ້ຕິດຕັ້ງໄວ້ແລ້ວ.

Last updated