> For the complete documentation index, see [llms.txt](https://docs.geoprismregistry.com/llms.txt). Markdown versions of documentation pages are available by appending `.md` to page URLs; this page is available as [Markdown](https://docs.geoprismregistry.com/readme/current-2/geoprism-registry-tutorial/6.4-content-setup/6.4.3-hierarchies/6.4.3.2-manage-the-content-of-the-hierarchy.md).

# 6.4.3.2. ການຈັດການເນື້ອໃນຂອງລໍາດັບຊັ້ນ

{% hint style="info" %}
Registry Administrators ສາມາດເພີ່ມ ແລະ/ຫຼື ລົບ Geo-Object Type ຫຼື ກຸ່ມອອກຈາກລຳດັບຊັ້ນຂອງອົງກອນທີ່ເຂົາເຈົ້າເປັນສະມາຊິກ.
{% endhint %}

{% hint style="info" %}
Geo-Object Type ຫຼື ກຸ່ມຈາກອົງກອນທີ່ທ່ານບໍ່ໄດ້ເປັນສະມາຊິກຍັງສາມາດຖືກເພີ່ມເຂົ້າໄປໃນລໍາດັບຊັ້ນຈາກອົງກອນຂອງທ່ານ.
{% endhint %}

ໃນການເພີ່ມ Geo-Object Type (ກຸ່ມ) ເຂົ້າໄປໃນລໍາດັບຊັ້ນ:

1. ໄປທີ່ໂມດູນ Geo-Objects ແລະ Hierarchies ໂດຍການກົດສັນຍາລັກໂມດູນ Geo-Objects ແລະ Hierarchies ໃນໜ້າເມນູຫຼັກ ຫຼື ໂດຍການກົດທີ່ເມນູ (ຮູບ 3 ຂີດແຈມູມຂວາ) ແລະ ເລືອກ Geo-Objects ແລະ Hierarchies.

   <figure><img src="/files/zROo2xyncKH80W2h6BpG" alt=""><figcaption></figcaption></figure>
2. ຖ້າຕ້ອງການ, ຂະຫຍາຍຖັນ Hierarchies ໃນແຖບດ້ານຂ້າງໂດຍການກົດທີ່ລູກສອນຢູ່ທ້າຍ.

   <figure><img src="/files/eFut8Gyod7W7ef2D8syI" alt=""><figcaption></figcaption></figure>
3. ເລື່ອນຖັນ Hierarchies ລົງໄປຫາອົງກອນທີ່ທ່ານເປັນສະມາຊິກ. ກົດທີ່ຊື່ຂອງລໍາດັບຊັ້ນທີ່ທ່ານຕ້ອງການເພີ່ມ Geo-Object Type (ກຸ່ມ) ເພື່ອເລືອກມັນ (ກ່ອງຂອງລໍາດັບຊັ້ນທີ່ເລືອກຈະປ່ຽນເປັນສີອື່ນ). ສິ່ງນີ້ຈະສະແດງຂອບເຂດເພື່ອທີ່ຈະເພີ່ມ Geo-Object Type (ກຸ່ມ) ໃຫ້ເປັນສ່ວນໜຶ່ງຂອງລໍາດັບຊັ້ນທີ່ຢູ່ທາງຂວາຂອງຖັນ Geo-Objects ແລະ Hierarchies (ສະແດງໂດຍສີ່ຫຼ່ຽມທີ່ມີເສັ້ນຈຸດ).

   <figure><img src="https://lh4.googleusercontent.com/Jxsmc6aONAU3-udfty1_9hh5xIWoCrFs_r2r3AI0MbOUwuPqM1miP1l4bNzoz5Cj2s60xOfH536X1n72faAN2me0v-cPBm4ShRMUEcBFbIMnl-DNzft-e-4vemFWOfhBQPLftP9CwyamJrINk68MC-pjM6G163cV9u-jrqnareDhmOOJDEMeJJQV" alt=""><figcaption></figcaption></figure>
4. ຊອກຫາໜຶ່ງໃນ Geo-Object Types (ກຸ່ມ) ທີ່ທ່ານຕ້ອງການເພີ່ມໃສ່ລໍາດັບຊັ້ນໃນຖັນ Geo-Object Types. ຖ້າຕ້ອງການ, ຂະຫຍາຍຖັນ Geo-Object Types ໃນແຖບດ້ານຂ້າງໂດຍການກົດທີ່ລູກສອນຢູ່ທ້າຍ.

   <figure><img src="/files/KOF6xGA60QvUrB3QKXnK" alt=""><figcaption></figcaption></figure>
5. ກົດຄ້າງໄວ້ຢູ່ຊື່ຂອງ Geo-Object Type (ກຸ່ມ) ແລະ ລາກມັນໃສ່ພື້ນທີ່ເພື່ອເພີ່ມມັນໃສ່ລໍາດັບຊັ້ນທີ່ເລືອກ.

   <figure><img src="/files/dqZAu8sIabL3BLIxiC9k" alt=""><figcaption></figcaption></figure>
6. ພື້ນທີ່ທີ່ສະແດງໃນປັດຈຸບັນຈະສະແດງ Geo-Object Type (ກຸ່ມ) ທີ່ທ່ານໄດ້ເພີ່ມເຂົ້າໃນລໍາດັບຊັ້ນ.

   <figure><img src="/files/SLH0ddgY4iH22NNE5Ub8" alt=""><figcaption></figcaption></figure>
7. ເພື່ອເພີ່ມ Geo-Object Type ອື່ນໆ (ກຸ່ມ), ໃຫ້ກົດໃສ່ຊື່ຂອງ Geo-Object Type (ກຸ່ມ) ແລະ ລາກມັນໃຫ້ຢູ່ເທິງສຸດຂອງ Geo-Object Type ທີ່ເປັນສ່ວນໜຶ່ງຂອງລໍາດັບຊັ້ນ.
8. ຫຼັງຈາກນັ້ນທ່ານຈະມີຕົວເລືອກທີ່ຈະເລືອກເອົາວ່າຈະເພີ່ມ Geo-Object Type ໃໝ່ນີ້ (ກຸ່ມ) ເປັນພາກສ່ວນຫຼັກ (ຂ້າງເທິງ) ຫຼື ພາກສ່ວນຍ່ອຍ (ຂ້າງລຸ່ມນີ້) ຂອງ Geo-Object Type ທີ່ຢູ່ໃນລໍາດັບຊັ້ນ. ລາກ Geo-Object Type (ກຸ່ມ) ໄປຫາພື້ນທີ່ທີ່ເລືອກໃນລໍາດັບຊັ້ນ (ສ່ວນຫຼັກ ຫຼື ພາກສ່ວນຍ່ອຍ) ຈົນກ່ວາພື້ນທີ່ທີ່ເລືອກປ່ຽນເປັນສີຟ້າ ແລະ ວາງໃສ່ບ່ອນນັ້ນ.

   <figure><img src="/files/lqi6CiP43zNsoauXBXsX" alt=""><figcaption></figcaption></figure>
9. ເມື່ອເພີ່ມແລ້ວ, ທ່ານຈະເຫັນ Geo-Object Type (ກຸ່ມ) ໃໝ່ທີ່ເຊື່ອມຕໍ່ກັບ Geo-Object Type (ກຸ່ມ) ອື່ນໆໃນລໍາດັບຊັ້ນ (ທັງຂ້າງເທິງ ຫຼື ຂ້າງລຸ່ມຂອງ Geo-Object Type (ກຸ່ມ), ຂຶ້ນກັບຄວາມສໍາພັນທີ່ທ່ານເລືອກ). ໃນຕົວຢ່າງຂ້າງລຸ່ມນີ້, Health Post Geo-Object Type ໄດ້ຖືກເພີ່ມເປັນພາກສ່ວນຍ່ອຍຂອງ Health Center Geo-Object Type ຢູ່ໃນ Health Facility Reporting Hierarchy.

   <figure><img src="https://lh4.googleusercontent.com/ceFCnlsbA8dfuQU6jM7oFmL8HdmWf0yLYNb8PP4BZVT7r73NOU8rOC8cDQF9E-QsHfVe58DRIr4mOy4gMrpTpM7GJOMJXB6ShPGFyBdppPCe3erRXIDOuWGiAUK2rhpaNcggLyy6J_AeU0gggnZrbw1F47kmRh4dsUcGunTaCExhypDUoMPY_iZJ" alt=""><figcaption></figcaption></figure>
10. ເຮັດຊ້ຳຂັ້ນຕອນທີ 4 ຫາ 7 ເພື່ອເພີ່ມ Geo-Object Type (ກຸ່ມ) ໃນການເຮັດໃຫ້ສຳເລັດການຈັດລຳດັບຊັ້ນ.

{% hint style="danger" %}
ໝາຍເຫດທີ່ສຳຄັນ:

1. ສອງກຸ່ມ Geo-Object Type ທີ່ແຕກຕ່າງກັນບໍ່ສາມາດຖືກລວມເຂົ້າກັນໃນແຖວລໍາດັບຊັ້ນ.
2. ກຸ່ມ Geo-Object Type ສາມາດເປັນພຽງພາກສ່ວນຍ່ອຍ ແລະ ຈະບໍ່ເປັນພາກສ່ວນຫຼັກຂອງ Geo-Object Type ໃນລໍາດັບຊັ້ນ.
3. Geo-Object Type ສາມາດມີພາກສ່ວນຍ່ອຍຫຼາຍກວ່າໜຶ່ງສ່ວນໃນລຳດັບຊັ້ນ.
   {% endhint %}

ໃນການເອົາ Geo-Object Type (ກຸ່ມ) ອອກຈາກລໍາດັບຊັ້ນ:

1. ໄປທີ່ໂມດູນ Geo-Objects ແລະ Hierarchies ໂດຍການກົດສັນຍາລັກໂມດູນ Geo-Objects ແລະ Hierarchies ໃນໜ້າເມນູຫຼັກ ຫຼື ໂດຍການກົດທີ່ເມນູ(ຮູບ 3 ຂີດແຈມູມຂວາ) ແລະ ເລືອກ Geo-Objects ແລະ Hierarchies.

   <figure><img src="/files/zROo2xyncKH80W2h6BpG" alt=""><figcaption></figcaption></figure>
2. ຖ້າຕ້ອງການ, ຂະຫຍາຍຖັນ Hierarchies ໃນແຖບດ້ານຂ້າງໂດຍການກົດທີ່ລູກສອນຢູ່ທ້າຍ.

   <figure><img src="/files/eFut8Gyod7W7ef2D8syI" alt=""><figcaption></figcaption></figure>
3. ເລື່ອນຖັນ Hierarchies ລົງໄປຫາອົງກອນທີ່ທ່ານເປັນສະມາຊິກ. ກົດທີ່ຊື່ຂອງລໍາດັບຊັ້ນທີ່ທ່ານຕ້ອງການທີ່ຈະເອົາ Geo-Object Type (ກຸ່ມ) ອອກຈາກໂຕເລືອກ (ກ່ອງຂອງລໍາດັບຊັ້ນທີ່ເລືອກຈະປ່ຽນເປັນສີອື່ນ). ສິ່ງນີ້ຈະສະແດງ Geo-Object Types (ກຸ່ມ) ທີ່ເປັນສ່ວນໜຶ່ງຂອງລໍາດັບຊັ້ນທີ່ເລືອກ.

   <figure><img src="https://lh5.googleusercontent.com/Rc_8zZzyeXt0sxt9HwDY3qxKN4wlgxqiM3wyHncnlke6nmpTluBYVwMcfNet3xx2bK5XHTzN1QHSJLpTaYcYl0RLKIs9ot800MWISrCv0OXe35kjxRlE6BSzHdrQ0W0cpr3tpkMI4oFIaPD98-lR4NCWJsQRVeSNEd382FoTzSrfC1digf4gkstR" alt=""><figcaption></figcaption></figure>
4. ຊອກຫາ Geo-Object Type (ກຸ່ມ) ທີ່ທ່ານຕ້ອງການເອົາອອກຈາກລໍາດັບຊັ້ນ ແລະ ກົດໃສ່ສັນຍາລັກຮູບເຟືອງຢູ່ໃນທ້າຍຊື່ຂອງມັນ.

   <figure><img src="https://lh5.googleusercontent.com/BvPyScVY2xNtLuBHeV783KrTT9zTcJ9g4bOlzn_zfPSjybzkpTWs5-iMKvm_-nVnkNQ4ywM0RVk0mU45yENvzhkiJU-nDPXjKVwJTPfeu-hmUfGmBj5retgJ9OGWwGMGQIPy44QcfERSE2kYGtFPM0-sTPqKYtGoqKfrsvA6JfnJaQASxV0df290" alt=""><figcaption></figcaption></figure>
5. ຈາກຕົວເລືອກທີ່ປາກົດ, ໃຫ້ກົດໃສ່ເອົາອອກ (Remove) ຈາກລຳດັບຊັ້ນ.

   <figure><img src="/files/3HnD9fOgyjfM3cuDhomz" alt=""><figcaption></figcaption></figure>
6. ໜ້າຕ່າງຂໍ້ຄວາມຈະປາກົດຂຶ້ນຢືນຢັນວ່າທ່ານຕ້ອງການທີ່ຈະເອົາ Geo-Object Type (ກຸ່ມ) ອອກຈາກລໍາດັບຊັ້ນທີ່ເລືອກ, ກົດປຸ່ມສົ່ງ (Submit).

   <figure><img src="https://lh5.googleusercontent.com/SQj8brhyM1A6VP4GTooGg7p9t7i6FtxrNK8ST7BHh1MsDZnpj9hKh01IZAwIZeOl94dnMU9ZNtjEPwJfc_rYjdaPi29OhSXDw01hLprT1g_O3wVn25nXzLtj18XVogFMPSRSOKtAhtzyftfAmnRp1_0gE89g24j0XcfLk5bMFDAcJtj9YXgivjL_" alt=""><figcaption></figcaption></figure>
