# 6.4.1.2. ການເພີ່ມ Geo-Object Type ໃສ່ກຸ່ມ

ການເພີ່ມ Geo-Object Type ໃຫ້ກັບກຸ່ມປະຕິບັດດັ່ງຕໍ່ໄປນີ້:

1. ໄປທີ່ໂມດູນ Geo-Objects ແລະ Hierarchies ໂດຍການກົດສັນຍາລັກໂມດູນ Geo-Objects ແລະ Hierarchies ໃນໜ້າເມນູຫຼັກ ຫຼື ໂດຍການກົດທີ່ເມນູແຮັມເບີເກີຢູ່ມຸມຂວາເທິງ ແລະ ເລືອກ Geo-Objects ແລະ Hierarchies.

   <figure><img src="https://3732932512-files.gitbook.io/~/files/v0/b/gitbook-x-prod.appspot.com/o/spaces%2F9giVyCrmTxAs33YrSRbJ%2Fuploads%2FN5vkVqV4RtuLpSaiJmx1%2Fimage.png?alt=media&#x26;token=7bf35c73-4995-40ba-84e1-88df88bbe606" alt=""><figcaption></figcaption></figure>
2. ຖ້າຕ້ອງການ, ຂະຫຍາຍຖັນ Geo-Object Type ໃນແຖບດ້ານຂ້າງໂດຍການກົດທີ່ລູກສອນຢູ່ທ້າຍ.

   <figure><img src="https://3732932512-files.gitbook.io/~/files/v0/b/gitbook-x-prod.appspot.com/o/spaces%2F9giVyCrmTxAs33YrSRbJ%2Fuploads%2FoHTpLkjY9VTHabe3VpOP%2Fimage.png?alt=media&#x26;token=7240ce72-ae7a-4700-8c5e-eac3b224de55" alt=""><figcaption></figcaption></figure>
3. ເລື່ອນຖັນ Geo-Object Type ລົງໄປຫາອົງກອນທີ່ທ່ານເປັນສະມາຊິກ ແລະ ຊອກຫາກຸ່ມ Geo-Object Type ທີ່ທ່ານຕ້ອງການເພີ່ມ Geo-Object Type ໃສ່.
4. ກົດປຸ່ມ + ໃນຕອນທ້າຍຂອງຊື່ກຸ່ມເພື່ອເປີດແບບຟອມສໍາລັບການເພີ່ມ Geo-Object Type ເປັນສະມາຊິກໃນກຸ່ມ.

   <figure><img src="https://3732932512-files.gitbook.io/~/files/v0/b/gitbook-x-prod.appspot.com/o/spaces%2F9giVyCrmTxAs33YrSRbJ%2Fuploads%2FKK2NGNjP0DnaCYtaKDL9%2Fimage.png?alt=media&#x26;token=1a7193a0-7b17-40ab-8270-31423e78a1fa" alt=""><figcaption></figcaption></figure>
5. ຕື່ມຂໍ້ມູນໃສ່ທຸກຊ່ອງຂໍ້ມູນທີ່ຕ້ອງການ ແລະ ຊ່ອງຂໍ້ມູນທາງເລືອກທີ່ກ່ຽວຂ້ອງໃນແບບຟອມທີ່ປາກົດ. ໃຫ້ສັງເກດວ່າບາງຊ່ອງຂໍ້ມູນບໍ່ສາມາດແກ້ໄຂໄດ້ເນື່ອງຈາກຄຸນລັກສະນະເຫຼົ່ານີ້ແມ່ນສືບທອດມາຈາກກຸ່ມ Geo-Object Type.

   <table><thead><tr><th width="165">ຊ່ອງຂໍ້ມູນ</th><th width="384.6666666666667">ຄຳອະທິບາຍ</th><th>ຄວາມຕ້ອງການ</th></tr></thead><tbody><tr><td>Code</td><td>ຕົວລະບຸທີ່ທີ່ເປັນເອກະລັກທີ່ຄົນອ່ານໄດ້. ລະຫັດສາມາດຖືກນໍາໃຊ້ເພື່ອກໍານົດຄວາມເປັນເອກະລັກຂອງກຸ່ມ Geo-Object Type ຖ້າມີປ້າຍສະແດງທີ່ຊ້ຳກັນຢູ່ໃນລະບົບ.</td><td>ຕ້ອງການ</td></tr><tr><td>Label (defaultLocale)</td><td>ປ້າຍສະແດງຄ່າເລີ່ມຕົ້ນສຳລັບກຸ່ມ Geo-Object Type. ຄ່າເລີ່ມຕົ້ນຈະຖືກນໍາໃຊ້ຖ້າພາສາທ້ອງຖິ່ນເລີ່ມຕົ້ນຖືກເລືອກຢູ່ໃນປຸ່ມສະຫຼັບຂອງພາສາ ຫຼື ຖ້າພາສາອື່ນຖືກເລືອກແຕ່ບໍ່ມີຄ່າສໍາລັບພາສານັ້ນ.</td><td>ຕ້ອງການ</td></tr><tr><td>Label… (ສໍາລັບພາສາທ້ອງຖິ່ນອື່ນໆທີ່ຕິດຕັ້ງຢູ່ໃນລະບົບ)</td><td>ສະແດງປ້າຍກຳກັບສຳລັບພາສາທ້ອງຖິ່ນໃດໜຶ່ງທີ່ຕິດຕັ້ງຢູ່ໃນລະບົບ. ການລົງທະບຽນພູມສາດທົ່ວໄປສາມາດມີການຕິດຕັ້ງພາສາທ້ອງຖິ່ນຫຼາຍເທົ່າທີ່ຕ້ອງການ. ລະບົບຈະອະນຸຍາດໃຫ້ຕັ້ງຄ່າປ້າຍສະແດງສໍາລັບແຕ່ລະພາສາທ້ອງຖິ່ນ.</td><td></td></tr><tr><td>Description (defaultLocale)</td><td>ຄໍາອະທິບາຍເລີ່ມຕົ້ນສໍາລັບກຸ່ມ Geo-Object Type. ຄ່າເລີ່ມຕົ້ນຈະຖືກນໍາໃຊ້ຖ້າພາສາທ້ອງຖິ່ນທີ່ເລີ່ມຕົ້ນຖືກເລືອກຢູ່ໃນສະຫຼັບພາສາ ຫຼື ຖ້າພາສາອື່ນຖືກເລືອກແຕ່ບໍ່ມີຄ່າສໍາລັບພາສານັ້ນ.</td><td></td></tr><tr><td>Description… (ສໍາລັບພາສາທ້ອງຖິ່ນອື່ນໆທີ່ຕິດຕັ້ງຢູ່ໃນລະບົບ)</td><td>ຄໍາອະທິບາຍສໍາລັບພາສາທ້ອງຖິ່ນທີ່ຕິດຕັ້ງຢູ່ໃນລະບົບ. ທະບຽນພູມສາດ (geo-registry) ທົ່ວໄປສາມາດຖືກຕິດຕັ້ງພາສາທ້ອງຖິ່ນໄດ້ຫຼາຍເທົ່າທີ່ຕ້ອງການ. ລະບົບຈະອະນຸຍາດໃຫ້ຕັ້ງຄ່າຄໍາອະທິບາຍສໍາລັບແຕ່ລະພາສາທ້ອງຖິ່ນ.</td><td></td></tr><tr><td>Group Geo-Object Type (ສະມາຊິກກຸ່ມ)</td><td>ຕົວເລືອກນີ້ແມ່ນສໍາລັບການຕັ້ງ Geo-Object Type ເປັນປະເພດກຸ່ມ. ສິ່ງນີ້ຖືກເລືອກໂດຍອັດຕະໂນມັດ ແລະ ບໍ່ສາມາດຍົກເລີກໄດ້ໃນກໍລະນີນີ້.</td><td></td></tr><tr><td>Private (ການເບິ່ງເຫັນ)</td><td>ຕົວເລືອກໃນການຕັ້ງຄ່າໃຫ້ Geo-Object Type ເປັນສ່ວນຕົວ ຫຼື ສາທາລະນະ. ລະບົບສ່ວນຕົວ (private) ເຮັດໃຫ້ກຸ່ມ Geo-Object Type ເຂົ້າເຖິງໄດ້ໂດຍສະເພາະຄົນແຕ່ພາຍໃນອົງກອນເທົ່ານັ້ນ. ຄວາມເປັນສາທາລະນະແມ່ນເຫັນໄດ້ (ອ່ານໄດ້ເທົ່ານັ້ນ) ຕໍ່ທຸກອົງກອນໃນລະບົບ.</td><td></td></tr><tr><td>Geometry Type</td><td>ປະເພດເລຂາຄະນິດ (ຈຸດ, ເສັ້ນ, ຫຼື ຮູບເລຂາຄະນິດ) ທີ່ຂໍ້ມູນຕົວຢ່າງທັງໝົດທີ່ໂຫຼດໃສ່ກຸ່ມ Geo-Object Type ນີ້ຕ້ອງປະຕິບັດຕາມ.</td><td></td></tr><tr><td>ເປີດໃຊ້ການແກ້ໄຂເລຂາຄະນິດ (Enable geometry editing)</td><td>ກໍານົດວ່າຮູບເລຂາຄະນິດ Geo-Object ສາມາດແກ້ໄຂໄດ້ຜ່ານເຄື່ອງມືການແກ້ໄຂເວັບຂອງ GeoPrism Registry.</td><td></td></tr><tr><td>Organization</td><td>Geo-Object Type ທີ່ຈະຖືກຄຸ້ມຄອງໂດຍອົງກອນ.</td><td></td></tr></tbody></table>

   <figure><img src="https://lh4.googleusercontent.com/1eLPy3eTTpNoa7YxT8HbCbRm-rUqct8v332cLNTe4DU19L6AvsUXaLHRDQdGnJc2Q1ydgYT4qSfp90Ey7olh2b8PtYk1QENytALemvhAZ4_Zss8-mLgztmNtkC7PvJCUKtwBE_Bskx8Iu8I861d1Cl9Q7cvmEVJlNQhfPzMblNQSZee9oLhaEo3z" alt=""><figcaption></figcaption></figure>
6. ກົດປຸ່ມ OK. ເມື່ອສະມາຊິກກຸ່ມໜຶ່ງ ຫຼື ຫຼາຍກວ່າຖືກສ້າງຂຶ້ນ, ທ່ານຈະເຫັນພວກມັນພາຍໃຕ້ກຸ່ມ Geo-Object Type ໃນພາກສ່ວນ Geo-Object Type ໃນແຖບດ້ານຂ້າງ (ເຊັ່ນ: ສຸກສາລາ (MOH) ກຸ່ມ Geo-Object Type ໃນຮູບຂ້າງລຸ່ມນີ້).

   <figure><img src="https://lh5.googleusercontent.com/zbxE0hEuzGjlPCAqFrZtJIRKQ7ZiKv8r2clieF1UGMlfmCcLLX8ncOtl0r4NNtaWnKhGlU2cXNOjNzvOJVZ8NqkV4HqidQFQ-MwtzUHcq95uGoBBIR7x6AWwFfYirLU1EePT1q_uJzuThNYw_4MRe-LtDYHVz5edPMWi5A4oSZBRGiOjjS-e2Pnb" alt=""><figcaption></figcaption></figure>
