6.1.3. ເນື້ອໃນ
Sandbox ມີຂໍ້ມູນປອມທີ່ຖືກສ້າງຂຶ້ນເພື່ອອໍານວຍຄວາມສະດວກໃນເວລາເຮັດການທົດສອບ ແລະ ການສາທິດທີ່ຈະກວມເອົາກໍລະນີການນໍາໃຊ້ຈໍານວນຫຼາຍ, ລວມທັງການປ່ຽນແປງເມື່ອເວລາຜ່ານໄປ.
'Tolkien land' ເບື້ອງຕົ້ນໄດ້ຖືກສ້າງຂື້ນສໍາລັບການຝຶກອົບຮົມທີ່ຈັດຂຶ້ນໃນຟີລິບປິນໃນປີ 2019. ນັບຕັ້ງແຕ່ນັ້ນມາມັນໄດ້ຖືກຂະຫຍາຍອອກໄປເພື່ອຈຸດປະສົງການສາທິດ GeoPrism Registry.
6.1.3.1. Geo-Object Types
ຊຸດຂໍ້ມູນ Tolkien ປະກອບມີ Geo-Object Type ພາຍໃຕ້ການມອບໝາຍຂອງສາມອົງການຈັດຕັ້ງທີ່ແຕກຕ່າງກັນ:
ກະຊວງພາຍໃນ (MOHA)
ແຂວງ - ຮູບເລຂາຄະນິດ
ປະເທດ - ຮູບເລຂາຄະນິດ
ເຂດ - ຮູບເລຂາຄະນິດ
ບ້ານ - ຈຸດ
ກະຊວງສາທາລະນະສຸກ (MOH)
ໂຮງໝໍແຫ່ງຊາດ - ຈຸດ
ໂຮງໝໍສົ່ງຕໍ່ – ຈຸດ
ສູນສຸຂະພາບ – ຈຸດ
ຈຸດສຸຂະພາບ – ຈຸດ
ເຂດອ່າງເກັບນໍ້າ – ຮູບເລຂາຄະນິດ
ພະນັກງານສາທາລະນະສຸກຊຸມຊົນ - ຈຸດ
ກະຊວງສຶກສາທິການ (MOE)
ມະຫາວິທະຍາໄລ - ຈຸດ
ຊັ້ນສູງ - ຈຸດ
ໂຮງຮຽນມັດທະຍົມສົມບູນ - ຈຸດ
ໂຮງຮຽນປະຖົມສົມບູນ – ຈຸດ
6.1.3.2. Hierarchies
ການຈັດລຽງລຳດັບຊັ້ນສະເພາະຂອງອົງກອນໂດຍອີງໃສ່ Geo-Object Type ຂ້າງເທິງ ແລະ ສະຖານທີ່ຕັ້ງພູມສາດ (ເສັ້ນຂະໜານ/ເສັ້ນແວງ) ຫຼື ຂອບເຂດທາງພູມສາດ (ຮູບເລຂາຄະນິດ) ຂອງແຕ່ລະ Geo-Object ໄດ້ຖືກກຳນົດຄ່າໃຫ້ກັບຊຸດຂໍ້ມູນ Tolkien.
ລຳດັບຊັ້ນທີ່ສ້າງຂຶ້ນໃຫ້ແຕ່ລະອົງກອນມີດັ່ງນີ້:
MOHA
ລຳດັບຊັ້ນໂຄງສ້າງການບໍລິຫານ: ລຳດັບຊັ້ນທີ່ສະແດງໃຫ້ເຫັນການແບ່ງຂັ້ນບໍລິຫານຕ່າງໆທີ່ ຖືກຮວບຮວມຈາກລະດັບຕໍ່າສຸດຫາສູງສຸດ.
MOH
ພະນັກງານສາທາລະນະສຸກຊຸມຊົນ (CHW) - Health Post hierarchy: ລຳດັບທີ່ເຊື່ອມຕໍ່ແຕ່ລະ CHW ກັບຈຸດສຸຂະພາບທີ່ໄດ້ຖືກລາຍງານໃຫ້
ລຳດັບຊັ້ນການສົ່ງຕໍ່ການເບິ່ງແຍງສາທາລະນະສຸກ: ລຳດັບຊັ້ນການອະທິບາຍວິທີການສົ່ງຄົນເຈັບຈາກຂັ້ນບ້ານເຖິງຂັ້ນໂຮງໝໍແຫ່ງຊາດ
ລຳດັບຊັ້ນພູມສາດສາທາລະນະສຸກ: ລຳດັບຊັ້ນທີ່ເຊື່ອມຕໍ່ແຕ່ລະສຸກສາລາກັບ Shire ທີ່ມັນຕັ້ງຢູ່
ລຳດັບຊັ້ນ MOH-MOHA Village: ລຳດັບຊັ້ນການເຊື່ອມໂຍງບ້ານ MOHA ກັບບ້ານ MOH ທີ່ສອດຄ່ອງກັນເພື່ອຈຸດປະສົງໃນການຈັດການລຳດັບຊັ້ນ ແລະ ລາຍການສະເພາະຂອງ MOH
MOH
ລຳດັບຊັ້ນພູມສາດການສຶກສາ: ລຳດັບຊັ້ນທີ່ເຊື່ອມຕໍ່ແຕ່ລະໂຮງຮຽນກັບພະແນກບໍລິຫານທີ່ຕັ້ງຢູ່
ລຳດັບຊັ້ນເສັ້ນທາງການສຶກສາ: ລຳດັບຊັ້ນທີ່ອະທິບາຍເຖິງການເດີນທາງທີ່ນັກຮຽນຜ່ານໄປໃນລະຫວ່າງການສຶກສາ
Last updated