6.4.2.3. ການແກ້ໄຂ metadata ຂອງ Geo-Object Type

Registry Administrators ສາມາດແກ້ໄຂ metadata ຂອງ Geo-Object Type ພາຍໃຕ້ການມອບໝາຍຂອງອົງກອນຂອງເຂົາເຈົ້າ.

ໃນການແກ້ໄຂ metadata ຂອງ Geo-Object Type:

  1. ໄປທີ່ໂມດູນ Geo-Objects ແລະ Hierarchies ໂດຍການກົດສັນຍາລັກໂມດູນ Geo-Objects ແລະ Hierarchies ໃນໜ້າເມນູຫຼັກ ຫຼື ໂດຍການກົດທີ່ເມນູ(ຮູບ 3 ຂີດແຈມູມຂວາ) ແລະ ເລືອກ Geo-Objects ແລະ Hierarchies.

  2. ຖ້າຕ້ອງການ, ຂະຫຍາຍຖັນ Geo-Object Type ໃນແຖບດ້ານຂ້າງໂດຍການກົດທີ່ລູກສອນຢູ່ທ້າຍ.

  3. ເລື່ອນຖັນ Geo-Object Type ລົງໄປຫາອົງກອນທີ່ທ່ານເປັນສະມາຊິກ. ຊອກຫາ Geo-Object Type ທີ່ທ່ານຕ້ອງການແກ້ໄຂ metadata ແລະ ກົດປຸ່ມແກ້ໄຂທີ່ຢູ່ຂ້າງຊື່ຂອງມັນ.

  4. ປ່ອງຢ້ຽມ Manage Geo-Object Type ຈະເປີດຂຶ້ນ. ແກ້ໄຂຂໍ້ມູນປະເພດ Geo-Object ຕາມຄວາມຈໍາເປັນ.

  5. ກົດປຸ່ມສົ່ງ (Submit).

Last updated