# 6.5.1.1. ການນຳເຂົ້າຂໍ້ມູນ

{% hint style="info" %}
Registry Administrators ແລະ Registry Maintainers ສາມາດນໍາເຂົ້າລາຍການ ແລະ ຂໍ້ມູນພື້ນທີ່ຂອງ Geo-Object Type ພາຍໃຕ້ການມອບໝາຍຂອງອົງກອນຂອງພວກເຂົາ.
{% endhint %}

ໃນການນໍາເຂົ້າຂໍ້ມູນ Geo-Object ເຂົ້າໄປໃນ GeoPrism Registry, ພວກເຮົາຕ້ອງຄໍານຶງເຖິງ Geo-Object Type, ຄຸນລັກສະນະ ແລະ ລໍາດັບຊັ້ນທີ່ຖືກກໍານົດໄວ້. ຂໍ້ມູນທີ່ຈະນໍາເຂົ້າຈໍາເປັນຕ້ອງໄດ້ຮັບການຈັດຮູບແບບດັ່ງນັ້ນຊ່ອງຂໍ້ມູນ/ຖັນສາມາດໄດ້ຮັບການສະແດງທີ່ໃສ່ຄຸນລັກສະນະຂອງ Geo-Object Type ທີ່ກ່ຽວຂ້ອງ, ແລະ ຖ້າຫາກວ່າມີ, ຂໍ້ມູນລໍາດັບສາມາດຖືກຈັບຄູ່ກັບລໍາດັບທີ່ຖືກຕ້ອງ.

## A. ການນໍາເຂົ້າຕາຕະລາງ (ລາຍການ)

ລາຍການຖືກນໍາເຂົ້າໃນ GeoPrism Registry ພາຍໃຕ້ຮູບແບບຂອງຕາຕະລາງ.

ເພື່ອໃຫ້ສາມາດນໍາເຂົ້າໃນລາຍການ GeoPrism Registry ໄດ້ຢ່າງງ່າຍດາຍ, ຕ້ອງປະຕິບັດຕາມພື້ນຖານຕໍ່ໄປນີ້:

* ຕາຕະລາງຕ້ອງຢູ່ໃນຮູບແບບ XLSX
* ຕາຕະລາງຈະຕ້ອງມີຄ່າຂອງຄຸນລັກສະນະທັງໝົດທີ່ໄດ້ກຳນົດໄວ້ໃນວັດຈະນານຸກົມຂໍ້ມູນ ແລະ ລຳດັບຊັ້ນ Geo-Object Type ເປັນສ່ວນໜຶ່ງຂອງພາກສ່ວນຫຼັກ
* ສ່ວນຫົວຕ້ອງມີຢູ່ໃນແຖວທຳອິດທີ່ມີປ້າຍກຳກັບສະເພາະສຳລັບແຕ່ລະຄຸນລັກສະນະ
* ແຕ່ລະຖັນຕ້ອງຖືກຕັ້ງເປັນປະເພດຂໍ້ມູນທີ່ເໝາະສົມ
* ຂໍ້ມູນຄວນຈະຢູ່ໃນໜ້າທໍາອິດຂອງເອກະສານ XLSX; ໜ້າອື່ນໆທັງໝົດຈະບໍ່ໄດ້ຮັບຄວາມສົນໃຈຈາກລະບົບ
* ບໍ່ຄວນມີສູດຄິດໄລ່ໃນຕາຕະລາງເພາະວ່າມັນຈະບໍ່ຖືກຮອງຮັບ

ພິກັດທາງພູມສາດທີ່ລວມຢູ່ໃນຕາຕະລາງຈະຕ້ອງ unprojected ([World Geodetic System 1984; EPSG:4326](https://epsg.io/4326)) ແລະ ເກັບໄວ້ໃນຖັນທີ່ແຍກກັນ (ເສັ້ນຂະໜານ ແລະ ເສັ້ນແວງ)

{% hint style="warning" %}
ຖ້າຕາຕະລາງມີຫຼາຍແຖບ ແຖບທຳອິດຈະຖືກໃຊ້ສຳລັບການນຳເຂົ້າ.
{% endhint %}

ການນໍາເຂົ້າຕາຕະລາງຈະເປັນໄປດັ່ງນີ້:

1. ໄປທີ່ການນໍາເຂົ້າໂມດູນໂດຍການກົດໃສ່ຮູບສັນຍາລັກໂມດູນໃນໜ້າທໍາອິດ ຫຼື ໂດຍການກົດໃສ່ເມນູ (ຮູບ 3 ຂີດແຈມູມຂວາ) ແລະ ເລືອກເອົາການນໍາເຂົ້າ.

2. ຖ້າລະບົບພາຍນອກໄດ້ຖືກລົງທະບຽນໃນ GeoPrism Registry (ເບິ່ງຂໍ້ 4), ໜ້າຕ່າງຈະເປີດໃຫ້ທາງເລືອກສໍາລັບການນໍາເຂົ້າຈາກລະບົບພາຍນອກ ຫຼື ຈາກຄອມພິວເຕີຂອງທ່ານ. ເລືອກຕົວເລືອກທີ່ຈະນຳໃຊ້.

3. ໃຫ້ແນ່ໃຈວ່າເລືອກແຖບການນໍາເຂົ້າ Spreadsheet.

4. ຕື່ມຂໍ້ມູນໃສ່ຊ່ອງຂໍ້ມູນຕໍ່ໄປນີ້ສໍາລັບລາຍການທີ່ທ່ານຕ້ອງການນໍາເຂົ້າ:

ຊ່ອງຂໍ້ມູນ

ຄຳອະທິບາຍ

ຄວາມຕ້ອງການ

ລຳດັບຊັ້ນ

(Hierarchy)

ລຳດັບຊັ້ນຂອງ Geo-Object Type ແມ່ນເປັນສ່ວນໜຶ່ງຂອງລາຍການທີ່ທ່ານກຳລັງນຳເຂົ້າ. ລາຍການເລື່ອນລົງຂອງລໍາດັບຊັ້ນຈະຂຶ້ນກັບລໍາດັບຊັ້ນທີ່ສ້າງຂຶ້ນສໍາລັບອົງກອນທີ່ທ່ານເປັນສະມາຊິກຢູ່. ຖ້າ Geo-Object Type ເປັນສ່ວນໜຶ່ງຂອງຫຼາຍລຳດັບຊັ້ນ, ອົງປະກອບຂໍ້ມູນໃນເອກະສານ XLSX ທີ່ມີຂໍ້ມູນນີ້ຈະຕ້ອງຖືກນຳເຂົ້າແຍກຕ່າງຫາກສຳລັບແຕ່ລະລຳດັບຊັ້ນ.

ຕ້ອງການ

Geo-Object Type

Geo-Object Type ທີ່ທ່ານກໍາລັງນໍາເອົາເນື້ອຫາເຂົ້າໄປໃນ GeoPrism Registry. ເມນູແບບເລື່ອນລົງຈະມີລາຍການຂອງ Geo-Object Type ທີ່ຜູ້ໃຊ້ມີສິດໃນການຈັດການ ແລະ ສ່ວນໃດໜຶ່ງຂອງລຳດັບຊັ້ນທີ່ເລືອກໄວ້.

ຕ້ອງການ

ຍຸດທະສາດການນໍາເຂົ້າ

(Import Strategy)

ຍຸດທະສາດການນໍາເຂົ້າສໍາລັບລາຍການທີ່ຖືກນໍາເຂົ້າ:

ໃໝ່ ແລະ ປັບປຸງ: ສິ່ງນີ້ຈະນໍາເຂົ້າ Geo-Objects ແລະ ຄຸນລັກສະນະທີ່ກ່ຽວຂ້ອງໃນຕາຕະລາງທີ່ຍັງບໍ່ທັນຢູ່ໃນ GeoPrism Registry ເຊັ່ນດຽວກັນກັບການຂຽນທັບຄຸນລັກສະນະຂອງ Geo-Objects ຈາກລາຍການທີ່ມີຢູ່ໃນ GeoPrism Registry.

ໃໝ່ເທົ່ານັ້ນ: ສິ່ງນີ້ຈະນໍາເຂົ້າພຽງແຕ່ Geo-Objects ຈາກຕາຕະລາງທີ່ຍັງບໍ່ທັນມີຢູ່ໃນ GeoPrism Registry. ຖ້າເອກະສານມີ Geo-Objects ທີ່ມີຢູ່ໃນ GeoPrism Registry (ຕົວຄ່າລະບຸເອກະລັກຄືກັນ ແລະ/ຫຼື ປ້າຍຊື່ຄືກັນຂຶ້ນກັບວິທີການຈັບຄູ່ທີ່ເລືອກ) ຫຼັງຈາກນັ້ນການນໍາເຂົ້າຈະລົ້ມເຫຼວເພື່ອຫຼີກເວັ້ນການສ້າງຊໍ້າກັນ.

ປັບປຸງທົ່ານັ້ນ: ສິ່ງນີ້ຈະຂຽນທັບຄຸນລັກສະນະຂອງ Geo-Objects ຈາກຕາຕະລາງທີ່ມີຢູ່ໃນ GeoPrism Registry ແລ້ວ. ຖ້າເອກະສານທີ່ນໍາເຂົ້າມີ Geo-Objects ທີ່ບໍ່ໄດ້ຢູ່ໃນ GeoPrism Registry ແລ້ວສິ່ງເຫຼົ່ານີ້ຈະບໍ່ຖືກນໍາເຂົ້າ.

ຕ້ອງການ

Start Date

ວັນ​ທີ​ເລີ່ມຕົ້ນທີ່ຖືກຕ້ອງຂອງ Geo-Objects ໃນຕາຕະລາງ. Geo-Objects ທັງໝົດໃນຕາຕະລາງ, ບໍ່ວ່າຈະໃໝ່ ຫຼື ປັບປຸງ, ຄວນມີວັນທີເລີ່ມຕົ້ນດຽວກັນ.

ຕ້ອງການ

End Date

ວັນທີສິ້ນສຸດທີ່ຖືກຕ້ອງຂອງ Geo-Objects ໃນລາຍການ. Geo-Objects ທັງໝົດໃນຕາຕະລາງ, ບໍ່ວ່າຈະໃໝ່ ຫຼື ປັບປຸງ, ຄວນມີວັນທີສິ້ນສຸດດຽວກັນ. ຖ້າ Geo-Objects ໃນຕາຕະລາງຍັງຖືກຕ້ອງໃນວັນທີທີ່ຖືກນໍາເຂົ້າໃນ GeoPrism Registry, ກົດປຸ່ມ Set as most current.

ຕ້ອງການ

Import blank cell

ການເລືອກຕົວເລືອກນີ້ຮັບປະກັນວ່າຖ້າມີຕາລາງຫວ່າງເປົ່າຢູ່ໃນລາຍການຖືກນໍາເຂົ້າ, ພວກມັນຈະຖືກນໍາເຂົ້າເປັນຄ່າຄຸນສົມບັດທີ່ຫວ່າງເປົ່າ (ຂຽນທັບ). ຕົວເລືອກນີ້ໃຫ້ການຄວບຄຸມເພີ່ມເຕີມເພື່ອຮັບປະກັນວ່າການປັບປູງຈະປັບປູງພຽງແຕ່ຕາຕະລາງທີ່ມີຄ່າ ຫຼື ຂຽນທັບຄ່າທີ່ມີຢູ່ແລ້ວດ້ວຍຄ່າ null.

5. ກົດປຸ່ມເລືອກເອກະສານ (Choose file) ແລະ ຢູ່ໃນໜ້າຕ່າງທີ່ເປີດຂຶ້ນ, ຄົ້ນຫາສະຖານທີ່ຂອງຕາຕະລາງທີ່ທ່ານຕ້ອງການນໍາເຂົ້າ. ເລືອກເອກະສານ ແລະ ກົດເປີດ (Open).

6. ກົດປຸ່ມສົ່ງ (Submit) ໃນໜ້າຕ່າງການນໍາເຂົ້າຕາຕະລາງ (Spreadsheet import).
7. ໜ້າຕ່າງການຈັບຄູ່ຄຸນລັກສະນະ (Attribute Matching) ຈະເປີດຂຶ້ນເຊິ່ງປະກອບດ້ວຍຄຸນລັກສະນະຂອງ Geo-Object Type. ຈໍານວນຂອງຄຸນລັກສະນະທີ່ປາກົດຂຶ້ນແມ່ນຂື້ນກັບຈໍານວນຂອງຄຸນລັກສະນະທີ່ສ້າງຂຶ້ນໃຫ້ກັບ Geo-Object Type ທີ່ຕາຕະລາງກໍາລັງຖືກນໍາເຂົ້າ. ໃນຕົວເລືອກແບບເລື່ອນລົງສໍາລັບແຕ່ລະຫົວຂໍ້, ເລືອກຄຸນລັກສະນະຈາກລາຍການທີ່ຖືກນໍາເຂົ້າທີ່ກົງກັບຄຸນລັກສະນະທີ່ສ້າງຂຶ້ນຂອງ Geo-Object Type. ກົດປຸ່ມ Next. ໝາຍເຫດ: ເມື່ອຕາຕະລາງຖືກຈັດຮູບແບບຢ່າງຖືກຕ້ອງ ແລະ ຄົບຖ້ວນຕາມທີ່ໄດ້ກ່າວໄວ້ໃນຕອນຕົ້ນຂອງຂໍ້ນີ້, ທ່ານຄວນຈະສາມາດຈັບຄູ່ຄຸນລັກສະນະທັງໝົດຂອງມັນກັບ Geo-Object Type ທີ່ມັນຖືກນໍາເຂົ້າໄດ້. ຖ້າບໍ່ດັ່ງນັ້ນ, ບາງຄຸນລັກສະນະຈະຖືກປະໄວ້ຫວ່າງເປົ່າ.

8. ໜ້າຕ່າງ Hierarchy Matching ຈະເປີດລາຍການ Geo-Object Type ທີ່ພິຈາລະນາເປັນພາກສ່ວນຫຼັກຕໍ່ກັບ Geo-Object Type ທີ່ຕາຕະລາງຈະຖືກນໍາເຂົ້າ. ຈໍານວນຂອງ Geo-Object Type ຫຼັກທີ່ຈະໄດ້ຮັບການລະບຸຂຶ້ນຢູ່ກັບຕໍາແໜ່ງຂອງຂໍ້ມູນ Geo-Object Type ທີ່ນໍາເຂົ້າໃນລໍາດັບຊັ້ນ. ຕື່ມຂໍ້ມູນໃສ່ຊ່ອງຂໍ້ມູນຕໍ່ໄປນີ້ສໍາລັບແຕ່ລະ Geo-Object Type ຫຼັກ:

ຊ່ອງຂໍ້ມູນ

ຄຳອະທິບາຍ

ຄວາມຕ້ອງການ

ຖັນຕົ້ນທາງຂອງແຫຼ່ງເອກະສານ (Source file parent column)

ຄຸນສົມບັດຈາກຕາຕະລາງທີ່ກຳລັງຖືກນຳເຂົ້າທີ່ກົງກັບ Geo-Object Type ຫຼັກ (ຕົວລະບຸ ຫຼື ຊື່ທີ່ບໍ່ຊໍ້າກັນ).

Match Strategy

ຍຸດທະສາດທີ່ຄຸນລັກສະນະທີ່ເລືອກຈະຖືກຈັບຄູ່:

ການນໍາໃຊ້ລະຫັດ, ປ້າຍກຳກັບ, ແລະ ຄໍາສັບຄ້າຍຄືກັນ

ໃຊ້ລະຫັດເທົ່ານັ້ນ (ໄວທີ່ສຸດ)

*ໝາຍເຫດ:* Hierarchy matching ແມ່ນເປັນທາງເລືອກ.

9. ກົດສົ່ງ (Submit).
10. ການນໍາເຂົ້າຈະເລີ່ມດໍາເນີນການ. ກົດປຸ່ມ Go to jobs ເພື່ອເບິ່ງຄວາມຄືບໜ້າ.

11. ສິ່ງນີ້ຈະນໍາທ່ານໄປຫາໂມດູນ Scheduled jobs. ຖ້າບໍ່ມີບັນຫາກັບຕາຕະລາງທີ່ນໍາເຂົ້າ, ໜ້າເວັບຈະມີລັກສະນະຂ້າງລຸ່ມນີ້. ທ່ານຈະເຫັນຕາຕະລາງນໍາເຂົ້າເປັນໜຶ່ງໃນວຽກທີ່ສໍາເລັດແລ້ວໃນເວລາທີ່ທ່ານກົດປຸ່ມເບິ່ງວຽກທີ່ສໍາເລັດແລ້ວ (View completed jobs).

12. ຖ້າມີບັນຫາໃດໆກັບຕາຕະລາງທີ່ກໍາລັງຖືກນໍາເຂົ້າ, ທ່ານຈະເຫັນສິ່ງນີ້ຢູ່ໃນພາກສ່ວນຄວາມກ້າວໜ້າ (In Progress), ຫົວຂໍ້ຂອງພາກສ່ວນຂະບວນການທີ່ມີບັນຫາຈະເນັ້ນເປັນສີແດງ. ກົດປຸ່ມແກ້ໄຂບັນຫາ (Resolve Problems) ເພື່ອເບິ່ງລາຍລະອຽດຂອງບັນຫາ.

13. ໜ້າລາຍລະອຽດຂອງວຽກ (Job Details) ຈະລາຍງານປະເພດຂອງບັນຫາ, ຂໍ້ຄວາມ, ແລະ ລາຍລະອຽດຈໍານວນແຖວຂອງບັນຫາ ແລະ ໃຫ້ທາງເລືອກໃນການແກ້ໄຂບັນຫາແຕ່ລະບັນຫາເມື່ອທ່ານກົດປຸ່ມແກ້ໄຂ (Resolve). *ໝາຍເຫດ:* ອີງຕາມປະເພດຂອງບັນຫາ, GeoPrism Registry ອາດຈະຂໍໃຫ້ທ່ານແກ້ໄຂບັນຫາຢູ່ໃນຕາຕະລາງຕົວມັນເອງ ແລະ ຫຼັງຈາກນັ້ນນໍາເຂົ້າມັນໃໝ່.

14. ອີງຕາມປະເພດຂອງບັນຫາ, ອາດຈະມີກໍລະນີທີ່ທ່ານອາດຈະບໍ່ສົນໃຈຄວາມຜິດພາດ ແລະ ດໍາເນີນຕໍ່ໄປກັບການນໍາເຂົ້າຂໍ້ມູນ. ເມື່ອເປັນແບບນີ້, ໃຫ້ກົດປຸ່ມ Ignore All Errors.

15. ຂໍ້ຄວາມເຕືອນຈະປາກົດຂຶ້ນເພື່ອຖາມວ່າທ່ານຕ້ອງການໝາຍໄວ້ວ່າການນຳເຂົ້າວ່າສຳເລັດ ຫຼື ບໍ່. ໃຫ້ກົດປຸ່ມ Complete Import. ສິ່ງນີ້ຈະເຮັດໃຫ້ຂະບວນການນໍາເຂົ້າສໍາເລັດ.

16. ທ່ານຈະເຫັນຕາຕະລາງທີ່ນໍາເຂົ້າມາເມື່ອທ່ານກົດປຸ່ມເບິ່ງວຽກທີ່ສໍາເລັດແລ້ວ (View completed jobs).

## B. ການນຳເຂົ້າ shapefile

ຂໍ້​ມູນ​ພື້ນທີ່​ຖືກ​ນໍາ​ເຂົ້າ​ໄປ​ໃນ GeoPrism Registry ໂດຍ​ຜ່ານ​ shapefiles.

ເພື່ອໃຫ້ສາມາດນໍາເຂົ້າ shapefiles ເຂົ້າໄປໃນ GeoPrism Registry ໄດ້ຢ່າງງ່າຍດາຍ, ຕ້ອງປະຕິບັດຕາມຂັ້ນຕອນພື້ນຖານເຫຼົ່ານີ້:

* ຂໍ້ມູນພື້ນທີ່ຕ້ອງຢູ່ໃນຮູບແບບ [shapefile](https://support.esri.com/en/white-paper/279).
* ເນື່ອງຈາກເອກະສານ shapefile ປະກອບດ້ວຍຫຼາຍເອກະສານທີ່ລວມກັນເປັນ shapefile, ເອກະສານເຫຼົ່ານີ້ຈະຕ້ອງຖືກບີບອັດເຂົ້າໄປໃນເອກະສານ zipped (.zip) ກ່ອນທີ່ຈະນໍາເຂົ້າ.
* ເອກະສານ shapefile ຕ້ອງປະກອບມີຂໍ້ມູນສະເພາະສໍາລັບ Geo-Object Type ດຽວ.
* ເອກະສານ shapefile ຕ້ອງ unprojected ([World Geodetic System 1984; EPSG:4326](https://epsg.io/4326)). ຖ້າບໍ່ດັ່ງນັ້ນ, GeoPrism Registry ຈະຂຶ້ນຂໍ້ຄວາມສະແດງຂໍ້ຜິດພາດ ແລະ ການນໍາເຂົ້າຈະບໍ່ເກີດຂຶ້ນ.

Shapefiles ຈະຖືກນໍາເຂົ້າດັ່ງຕໍ່ໄປນີ້:

1. ໄປທີ່ການນໍາເຂົ້າໂມດູນ (Import module) ໂດຍການກົດໃສ່ຮູບສັນຍາລັກໂມດູນໃນໜ້າທໍາອິດ ຫຼື ໂດຍການກົດໃສ່ເມນູ(ຮູບ 3 ຂີດແຈມູມຂວາ) ແລະ ເລືອກເອົາການນໍາເຂົ້າ.

2. ໃຫ້ກົດໃສ່ແຖບ Import Shapefile.

3. ຖ້າລະບົບພາຍນອກໄດ້ຖືກລົງທະບຽນຢູ່ໃນ GeoPrism Registry (ເບິ່ງຂໍ້ 4) ໜ້າຕ່າງຈະເປີດໃຫ້ທາງເລືອກສໍາລັບການນໍາເຂົ້າຈາກລະບົບພາຍນອກ ຫຼື ຈາກຄອມພິວເຕີຂອງທ່ານ. ເລືອກຕົວເລືອກທີ່ຈະນຳໃຊ້.

4. ຕື່ມຂໍ້ມູນໃສ່ຊ່ອງຂໍ້ມູນຕໍ່ໄປນີ້ສໍາລັບ shapefile ທີ່ທ່ານຕ້ອງການນໍາເຂົ້າ:

ຊ່ອງຂໍ້ມູນ

ຄຳອະທິບາຍ

ຄວາມຕ້ອງການ

Hierarchy

ລຳດັບຊັ້ນຂອງ Geo-Object Type ທີ່ທ່ານກຳລັງນຳເຂົ້າ shapefile ຢູ່. ລາຍການແບບເລື່ອນລົງຂອງລໍາດັບຊັ້ນຈະຂຶ້ນກັບລໍາດັບຊັ້ນທີ່ສ້າງຂຶ້ນສໍາລັບອົງກອນທີ່ທ່ານເປັນສະມາຊິກຢູ່.

ຕ້ອງການ

Geo-Object Type

Geo-Object Type ຂອງ shapefile ທີ່ທ່ານຕ້ອງການນໍາເຂົ້າ. ລາຍການແບບເລື່ອນລົງຂອງ Geo-Object Type ຈະຂຶ້ນກັບການຈັດລໍາດັບຊັ້ນທີ່ເລືອກໃນຫົວຂໍ້ Hierarchy.

ຕ້ອງການ

Import Strategy

ຍຸດທະສາດການນໍາເຂົ້າສໍາລັບ shapefile ທີ່ຖືກນໍາເຂົ້າ:

ໃໝ່ ແລະ ປັບປຸງ: ສິ່ງນີ້ຈະນໍາເຂົ້າ Geo-Objects ໃນ shapefile ທີ່ຍັງບໍ່ທັນຢູ່ໃນ GeoPrism Registry ເຊັ່ນດຽວກັນກັບການຂຽນທັບຄຸນລັກສະນະຂອງ Geo-Objects ຈາກ shapefile ທີ່ມີຢູ່ໃນ GeoPrism Registry.

ໃໝ່ເທົ່ານັ້ນ: ສິ່ງນີ້ຈະນໍາເຂົ້າພຽງແຕ່ Geo-Objects ຈາກຕາຕະລາງທີ່ຍັງບໍ່ທັນມີຢູ່ໃນ GeoPrism Registry. ຖ້າເອກະສານມີ Geo-Objects ທີ່ມີຢູ່ໃນ GeoPrism Registry (ຕົວຄ່າລະບຸເອກະລັກຄືກັນ ແລະ/ຫຼື ປ້າຍຊື່ຄືກັນຂຶ້ນກັບວິທີການຈັບຄູ່ທີ່ເລືອກ) ຫຼັງຈາກນັ້ນການນໍາເຂົ້າຈະລົ້ມເຫຼວເພື່ອຫຼີກເວັ້ນການສ້າງຊໍ້າກັນ.

ປັບປຸງເທົ່ານັ້ນ: ສິ່ງນີ້ຈະຂຽນທັບຄຸນລັກສະນະຂອງ Geo-Objects ຈາກລາຍການທີ່ມີຢູ່ໃນ GeoPrism Registry. ຖ້າເອກະສານທີ່ນໍາເຂົ້າມີ Geo-Objects ທີ່ຍັງບໍ່ທັນມີຢູ່ໃນ GeoPrism Registry, ສິ່ງເຫຼົ່ານີ້ຈະບໍ່ຖືກນໍາເຂົ້າ.

ຕ້ອງການ

Start Date

ວັນທີເລີ່ມຕົ້ນທີ່ຖືກຕ້ອງຂອງ Geo-Objects ໃນ shapefile. Geo-Objects ທັງໝົດໃນ shapefile ທີ່ຖືກນໍາເຂົ້າ, ບໍ່ວ່າຈະເປັນໃໝ່ ຫຼື ສໍາລັບການປັບປຸງ, ຄວນມີວັນທີເລີ່ມຕົ້ນທີ່ບັງຄັບໃຊ້ດຽວກັນ.

ຕ້ອງການ

End Date

ວັນທີສິ້ນສຸດທີ່ຖືກຕ້ອງຂອງ Geo-Objects ໃນ shapefile. Geo-Objects ທັງໝົດໃນ shapefile ທີ່ຖືກນໍາເຂົ້າ, ບໍ່ວ່າຈະເປັນໃໝ່ ຫຼື ສໍາລັບການປັບປຸງ, ຄວນມີວັນທີສິ້ນສຸດທີ່ບັງຄັບໃຊ້ດຽວກັນ. ຖ້າ shapefile ຍັງຄົງຖືກຕ້ອງໃນວັນທີທີ່ມັນຖືກນໍາເຂົ້າໃນ GeoPrism Registry, ໃຫ້ກົດປຸ່ມ Set as most current.

ຕ້ອງການ

Import blank cells

ການເລືອກຕົວເລືອກນີ້ຮັບປະກັນວ່າຖ້າມີຕາລາງຫວ່າງເປົ່າຢູ່ໃນລາຍການຖືກນໍາເຂົ້າ, ພວກມັນຈະຖືກນໍາເຂົ້າເປັນຄ່າຄຸນສົມບັດທີ່ຫວ່າງເປົ່າ (ຂຽນທັບ). ຕົວເລືອກນີ້ໃຫ້ການຄວບຄຸມເພີ່ມເຕີມເພື່ອຮັບປະກັນວ່າການປັບປຸງຈະປັບປຸງພຽງແຕ່ຕາຕະລາງທີ່ມີຄ່າ ຫຼື ຂຽນທັບຄ່າທີ່ມີຢູ່ແລ້ວດ້ວຍຄ່າ null.

5. ກົດປຸ່ມເລືອກເອກະສານ (Choose file) ແລະ ຢູ່ໃນໜ້າຕ່າງທີ່ເປີດຂຶ້ນ, ຄົ້ນຫາສະຖານທີ່ຂອງ shapefile ທີ່ຖືກບີບອັດ (ເອກະສານ .zip) ທີ່ທ່ານຕ້ອງການນໍາເຂົ້າ. ເລືອກເອກະສານ ແລະ ກົດເປີດ (Open).

6. ໃຫ້ກົດປຸ່ມສົ່ງ (Submit) ຢູ່ໃນໜ້າຕ່າງການນໍາເຂົ້າ Shapefile.
7. ໜ້າຕ່າງການຈັບຄູ່ຄຸນລັກສະນະຈະເປີດຂຶ້ນເຊິ່ງປະກອບດ້ວຍຄຸນລັກສະນະຂອງ Geo-Object Type. ຈໍານວນຂອງຄຸນລັກສະນະທີ່ປາກົດຂຶ້ນຂື້ນກັບຈໍານວນຂອງຄຸນລັກສະນະທີ່ສ້າງຂຶ້ນໃຫ້ກັບ Geo-Object Type ທີ່ shapefile ກໍາລັງຖືກນໍາເຂົ້າ. ໃນຕົວເລືອກແບບເລື່ອນລົງສໍາລັບແຕ່ລະຫົວຂໍ້, ເລືອກຄຸນລັກສະນະຈາກ shapefile ທີ່ຖືກນໍາເຂົ້າທີ່ກົງກັບຄຸນລັກສະນະທີ່ສ້າງຂຶ້ນຂອງ Geo-Object Type. ໃຫ້ກົດປຸ່ມ Next. *ໝາຍເຫດ:* ເມື່ອ shapefile ຖືກຈັດຮູບແບບຢ່າງຖືກຕ້ອງ ແລະ ສົມບູນ, ທ່ານຄວນຈະສາມາດຈັບຄູ່ຄຸນລັກສະນະທັງໝົດຂອງມັນກັບ Geo-Object Type ທີ່ມັນຖືກນໍາເຂົ້າໄດ້. ຖ້າບໍ່ດັ່ງນັ້ນ, ບາງຄຸນສົມບັດຈະຖືກປະໄວ້ຫວ່າງເປົ່າ.

8. ໜ້າຕ່າງ Hierarchy Matching ຈະເປີດລາຍການ Geo-Object Type ຂ້າງເທິງ (ພາກສ່ວນຫຼັກ) Geo-Object Type ທີ່ shapefile ກໍາລັງຖືກນໍາເຂົ້າ. ຈໍານວນຂອງ Geo-Object Type ທີ່ລະບຸໄວ້ແມ່ນຂຶ້ນກັບຕໍາແໜ່ງໃນລໍາດັບຊັ້ນຂອງ Geo-Object Type ທີ່ shapefile ກໍາລັງຖືກນໍາເຂົ້າ. ຕື່ມຂໍ້ມູນໃສ່ຊ່ອງຂໍ້ມູນຕໍ່ໄປນີ້ສໍາລັບແຕ່ລະ Geo-Object Type ຫຼັກ:

ຫົວຂໍ້

ຄຳອະທິບາຍ

ຖັນຕົ້ນທາງຂອງແຫຼ່ງເອກະສານ (Source file parent column)

ຄຸນລັກສະນະຈາກ shapefile ທີ່ຖືກນໍາເຂົ້າທີ່ສອດຄ່ອງກັນກັບ Geo-Object Type ຫຼັກ (ຕົວລະບຸ ຫຼື ຊື່ເປັນເອກະລັກ)

Match Strategy

ຍຸດທະສາດກ່ຽວກັບຄຸນລັກສະນະທີ່ເລືອກຈະຖືກຈັບຄູ່ກັນແນວໃດ:

ການນໍາໃຊ້ລະຫັດ, ປ້າຍກຳກັບ, ແລະ ຄໍາສັບຄ້າຍຄືກັນ

ໃຊ້ລະຫັດເທົ່ານັ້ນ (ໄວທີ່ສຸດ)

*ໝາຍເຫດ:* ການຈັບລໍາດັບຊັ້ນແມ່ນເປັນທາງເລືອກ. ສິ່ງນີ້ຈະສຳເລັດໄດ້ຫາກທ່ານໄດ້ເພີ່ມຂໍ້ມູນການຈັດລຳດັບໃສ່ shapefile ທີ່ທ່ານກຳລັງນຳເຂົ້າ.

9. ກົດສົ່ງ (Submit).
10. ການນໍາເຂົ້າຈະເລີ່ມດໍາເນີນການ. ກົດປຸ່ມ Go to jobs ເພື່ອເບິ່ງຄວາມກ້າວໜ້າ.

11. ສິ່ງນີ້ຈະນໍາທ່ານໄປຫາໂມດູນ Scheduled jobs. ຖ້າບໍ່ມີບັນຫາກັບ shapefile ທີ່ນໍາເຂົ້າ, ໜ້າຈະມີລັກສະນະດັ່ງຂ້າງລຸ່ມນີ້. ທ່ານຈະເຫັນ shapefile ທີ່ນໍາເຂົ້າເປັນໜຶ່ງໃນວຽກທີ່ສໍາເລັດແລ້ວໃນເວລາທີ່ທ່ານກົດປຸ່ມ View completed jobs.

12. ຖ້າມີບັນຫາໃດໆກັບ shapefile ຈະຖືກນໍາເຂົ້າ, ທ່ານຈະເຫັນສິ່ງນີ້ຢູ່ໃນພາກສ່ວນຄວາມກ້າວໜ້າ (In Progress), ຫົວຂໍ້ຂອງພາກສ່ວນຂະບວນການທີ່ມີບັນຫາຈະເນັ້ນເປັນສີແດງ. ກົດປຸ່ມແກ້ໄຂບັນຫາ (Resolve Problems) ເພື່ອເບິ່ງລາຍລະອຽດຂອງບັນຫາ.

13. ໜ້າ Job Details ຈະໃຫ້ລາຍລະອຽດປະເພດບັນຫາ, ຂໍ້ຄວາມ, ແລະ ລາຍລະອຽດຈໍານວນແຖວຂອງບັນຫາ ແລະ ໃຫ້ທາງເລືອກໃນການແກ້ໄຂບັນຫາແຕ່ລະບັນຫາເມື່ອທ່ານກົດໃສ່ປຸ່ມ Resolve. *ໝາຍເຫດ:* ອີງຕາມປະເພດຂອງບັນຫາ, GeoPrism Registry ອາດຈະຂໍໃຫ້ທ່ານແກ້ໄຂບັນຫາໃນ shapefile ຕົວມັນເອງ ແລະ ຫຼັງຈາກນັ້ນຈຶ່ງນໍາເຂົ້າມັນໃໝ່.

14. ອີງຕາມປະເພດຂອງບັນຫາ, ອາດຈະມີກໍລະນີທີ່ທ່ານອາດຈະບໍ່ສົນໃຈຄວາມຜິດພາດ ແລະ ດໍາເນີນຕໍ່ໄປກັບການນໍາເຂົ້າຂໍ້ມູນ. ເມື່ອເປັນແບບນີ້, ໃຫ້ກົດປຸ່ມ Ignore All Errors.

15. ຂໍ້ຄວາມເຕືອນຈະປາກົດຂຶ້ນເພື່ອຖາມວ່າທ່ານຕ້ອງການໝາຍໄວ້ວ່າການນຳເຂົ້າວ່າສຳເລັດ ຫຼື ບໍ່. ໃຫ້ກົດປຸ່ມ Complete Import. ສິ່ງນີ້ຈະເຮັດໃຫ້ຂະບວນການນໍາເຂົ້າສໍາເລັດ.

16. ທ່ານຈະເຫັນຕາຕະລາງທີ່ນໍາເຂົ້າມາເມື່ອທ່ານກົດປຸ່ມ View completed jobs.

# Agent Instructions: Querying This Documentation

If you need additional information that is not directly available in this page, you can query the documentation dynamically by asking a question.

Perform an HTTP GET request on the current page URL with the `ask` query parameter:

GET https://docs.geoprismregistry.com/readme/current-2/geoprism-registry-tutorial/6.5-content-management/6.5.1-lists-and-spatial-data/6.5.1.1-import.md?ask=<question>

The question should be specific, self-contained, and written in natural language.
The response will contain a direct answer to the question and relevant excerpts and sources from the documentation.

Use this mechanism when the answer is not explicitly present in the current page, you need clarification or additional context, or you want to retrieve related documentation sections.