5.1.1. ລັກສະນະທາງພູມິສາດ ແລະ ວັດຖຸທາງພູມິສາດ

ລັກສະນະທາງພູມິສາດແມ່ນລັກສະນະຂອງໂລກ, ທໍາມະຊາດ (ເຊັ່ນ: ແມ່ນໍ້າ) ຫຼື ສິ່ງທີ່ປະດິດຂຶ້ນ (ເຊັ່ນ: ອາຄານ), ທາງດ້ານກາຍະພາບ (ເຊັ່ນ: ຖະໜົນ) ຫຼື ນາມມະທຳ (ເຊັ່ນ: ອຳນາດການປົກຄອງ). ແຕ່ລະຂະແໜງການມີຈຸດທີ່ຕັ້ງພູມິສາດຂອງຕົນເອງເພື່ອເປັນທີ່ຕັ້ງໃນການປະຕິບັດແຜນງານ ແລະ ກິດຈະກຳຂອງຕົນ. ຕົວຢ່າງ, ຂະແໜງການສຸຂະພາບເຊັ່ນ: ສຸກສາລາ ຫຼື ໂຮງໝໍນ້ອຍ, ຈຸດສັກວັກຊີນ, ເຂດຕັ້ງຖິ່ນຖານ, ລົດສຸກເສີນ, ຄົນເຈັບ, ຖະໜົນຫົນທາງ ແລະ ອຳນາດການປົກຄອງແຂວງ-ແຂວງ, ເມືອງ-ເມືອງ ແລະ ບ້ານ-ບ້ານ.

ຢ່າງໃດກໍຕາມ, GeoPrism Registry ຈະຮັບມືລັກສະນະທາງພູມິສາດ ກໍຕໍ່ເມື່ອມັນມີຜົນປະໂຫຍດໃນການທີ່ຈະສ້າງ ແລະ ຮັກສາບັນຊີລາຍການຕົ້ນສະບັບ (Master List) ສິ່ງເຫຼົ່ານີ້ລວມມີຄຸນລັກສະນະຄົງທີ່ເຊັ່ນ: ສຸກສາລາ ຫຼື ໂຮງໝໍນ້ອຍ, ໂຮງຮຽນ, ຂົວ, ຫຼື ບ້ານ; ລັກສະນະທີ່ມາຈາກການປະດິດຂຶ້ນເຊັ່ນ: ໜ່ວຍງານບໍລິຫານ, ຈຸດເຈາະຈົງ ຫຼື ເຂດສາທາລະນະສຸກ; ຫຼື ຄຸນລັກສະນະເຄື່ອນທີ່ເຊັ່ນ: ຍານພາຫະນະ ຫຼື ບຸກຄົນ. ລາຍການຕົ້ນສະບັບຂອງລັກສະນະທາງພູມິສາດອື່ນໆອາດຈະບໍ່ຈໍາເປັນ (ເຊັ່ນ: ຖະໜົນຫົນທາງ, ແມ່ນ້ຳ)* ຫຼື ໃຊ້ບໍ່ໄດ້ (ເຊັ່ນ: ລັກສະນະຕໍ່ເນື່ອງຄື ພູມສັນຖານ ຫຼື ການແຈກຢາຍຂອງປະຊາກອນ). ວັດຖຸທາງພູມິສາດ ຫຼື Geo-Object, ແມ່ນການສະແດງຄຸນລັກສະນະທາງພູມິສາດດ້ວຍຄອມພິວເຕີ. ມັນສາມາດຖືກສະແດງເປັນຈຸດ, ເສັ້ນ, ຫຼື ຮູບເລຂາຄະນິດເທິງແຜນທີ່ (ລາຍລະອຽດເພີ່ມເຕີມກ່ຽວກັບເລື່ອງນີ້ແມ່ນຢູ່ໃນຂໍ້ຕໍ່ໄປ).

*ຢ່າງໃດກໍຕາມ, GeoPrism Registry ໃຫ້ຄວາມເປັນໄປໄດ້ໃນການສະເໜີວັດຖຸພູມສາດດ້ວຍຂໍ້ມູນແບບເສັ້ນ ທີ່ສະແດງໃຫ້ເຫັນເປັນ ຖະໜົນຫົນທາງ ແລະ ແມ່ນ້ຳ (ເຊິ່ງຄວນຈະມີບັນຊີລາຍການຂອງຂໍ້ມູນຈໍາພວກນີ້ມາກ່ອນແລ້ວ).

Last updated