5.1.3. ອົງປະກອບຂໍ້ມູນ ແລະ ຕາຕະລາງການຈັດປະເພດ

GeoPrism Registry ສຸມໃສ່ຂໍ້ມູນທັງໝົດທີ່ຊ່ວຍໃຫ້ສາມາດກຳນົດສະພາບການສ່ວນຂໍ້ມູນໃນພື້ນທີ່ ແລະ ເວລາ. ມັນມີຄວາມໝາຍໃນການຈັດການກັບອົງປະກອບຂໍ້ມູນຄື:

  1. ເອກະລັກສະເພາະ,

  2. ຈັດປະເພດ,

  3. ສະຖານທີ່, ແລະ

  4. ເມື່ອນຳໃຊ້, ຕິດຕໍ່

ແຕ່ລະວັດຖຸທາງພູມິສາດຈະປະກອບດ້ວຍ (ຊຸດຂອງອົງປະກອບຂໍ້ມູນເອີ້ນວ່າ ໂດເມນຫຼັກ (signature domain); ເບິ່ງ Health Facility Technical Working Group (2007)). ລາຍການດັ່ງກ່າວຈະເຈາະຈົງກັບແຕ່ລະປະເພດຂອງວັດຖຸພູມິສາດທີ່ເປັນຫຼັກຢູ່ເທິງແພັດຟອມ.

ປະເພດຂອງອົງປະກອບຂໍ້ມູນອື່ນໆ, ລວມທັງການດໍາເນີນໂຄງການ (ເຊັ່ນ: ສະຖິຕິ), ບໍ່ເຄື່ອນທີ່ຈະຖືກຈັດເກັບຢູ່ໃນ GeoPrism Registry ແຕ່ຢູ່ໃນລະບົບຂໍ້ມູນ, ຫຼື ຂະແໜງ, ລະບົບຂໍ້ມູນຂ່າວສານສະເພາະ. ເຫດຜົນເບື້ອງຫຼັງນີ້ແມ່ນຄວາມອ່ອນໄຫວທາງດ້ານຂໍ້ມູນທີ່ເຊື່ອມໂຍງກັບຂໍ້ມູນໂປແກມ, ຄວາມແຕກຕ່າງຂອງການເຊື່ອມໂຍງລະຫວ່າງຂໍ້ມູນປະເພດນີ້ ແລະ ວັດຖຸພູມິສາດທີ່ຂໍ້ມູນເຊື່ອມຕໍ່ຢູ່, ເຊັ່ນດຽວກັນກັບຄວາມແຕກຕ່າງໃນການຄວບຄຸມມິຕິຂອງເວລາ. (ເຊັ່ນ: ຄວາມຖືກຕ້ອງຊົ່ວຄາວຂອງສະຖິຕິອາດຈະແຕກຕ່າງຈາກຄວາມຖືກຕ້ອງຊົ່ວຄາວຂອງວັດຖຸພູມtສາດທີ່ມັນເຊື່ອມຕໍ່ຢູ່). ນອກຈາກນັ້ນ, ການຈັດການອົງປະກອບຂໍ້ມູນເຫຼົ່ານີ້ ໃນລະບົບອື່ນໆຊ່ວຍໃຫ້ໂປແກມໄດ້ຮັບຜົນປະໂຫຍດຈາກຄວາມສາມາດການເຮັດວຽກທີ່ບໍ່ມີຢູ່ໃນ Registry, ລວມທັງແຕ່ບໍ່ຈໍາກັດຢູ່ໃນແຕ່ການຮວບຮວມຂໍ້ມູນ, ການວິເຄາະສະຖິຕິ, ຫຼື ການເບິ່ງເຫັນ (ກຣາຟ, ແຜນທີ່ສະເພາະ).

ການກໍານົດອົງປະກອບຂໍ້ມູນທີ່ຈະເຊື່ອມໂຍງກັບແຕ່ລະວັດຖຸທີ່ຕັ້ງພູມtສາດ ແລະ ເກັບຮັກສາໄວ້ໃນ GeoPrism Registry ຄວນເປັນສ່ວນໜຶ່ງຂອງຂະບວນການທີ່ກ່ຽວຂ້ອງກັບຜູ້ທີ່ກ່ຽວຂ້ອງທັງໝົດ. ຜົນໄດ້ຮັບແມ່ນວັດຈະນານຸກົມຂໍ້ມູນທີ່ມີຂໍ້ມູນສໍາລັບແຕ່ລະອົງປະກອບຂໍ້ມູນທີ່ເລືອກ (ຕົວຢ່າງ ຂອງລາຍການຕົ້ນສະບັບຂອງສຸກສາລາແມ່ນນໍາສະເໜີໃນ ເອກະສານຊ້ອນທ້າຍ 2 ຂອງ Ebener (2022)):

  • ລະຫັດອົງປະກອບຂໍ້ມູນທີ່ຖືກປະຕິບັດຢູ່ໃນ GeoPrism Registry

  • ຄຳອະທິບາຍສັ້ນໆຂອງອົງປະກອບຂໍ້ມູນ

  • ປະເພດອົງປະກອບຂໍ້ມູນ

  • ຂະໜາດຂອງອົງປະກອບຂໍ້ມູນ (ຈໍານວນໜ່ວຍເກັບຂໍ້ມູນ)

  • ບໍ່ວ່າອົງປະກອບຂໍ້ມູນຈະຖືກພິຈາລະນາເປັນຂໍ້ມູນບັງຄັບໃນເວລາທີ່ຖືກເພີ່ມໃສ່ໃນລາຍການຕົ້ນສະບັບ

ຕົວຢ່າງ, ບົດບັນທຶກ, ແລະ ແຫຼ່ງທີ່ມາ (ການອ້າງອີງ), ເມື່ອໃຊ້ໄດ້, ຂອງແຕ່ລະອົງປະກອບຂໍ້ມູນສາມາດຖືກເພີ່ມໃສ່ຂໍ້ມູນຂ້າງເທິງຖ້າມັນສາມາດຊ່ວຍໃຫ້ຜູ້ຮັບຜິດຊອບໃນການຈັກການເນື້ອຫາຂອງ GeoPrism Registry ແລະ ຜູ້ໃຊ້ ໃຫ້ມີຄວາມເຂົ້າໃຈຊັດເຈນກ່ຽວກັບແຕ່ລະອົງປະກອບຂໍ້ມູນ. ຕາຕະລາງການຈັດປະເພດ ຍັງຈໍາເປັນຕ້ອງໄດ້ຖືກກໍານົດສະເພາະຂອງແຕ່ລະອົງປະກອບຂໍ້ມູນເມື່ອຄ່າຂໍ້ມູນຖືກ ຈໍາກັດໃນຕົວເລືອກຈຳນວນໜຶ່ງເພື່ອຊ່ວຍຮັບປະກັນໃຫ້ເກີດຄວາມສອດຄ່ອງໃນທົ່ວບົດບັນທຶກ, ຕົວຢ່າງ, ປະເພດ, ຄວາມເປັນເຈົ້າຂອງ, ແລະ ອື່ນໆ. ຕາຕະລາງດັ່ງກ່າວ ຢ່າງໜ້ອຍຄວນຈະມີທາງເລືອກດັ່ງຕໍ່ໄປນີ້: ລະຫັດສະເພາະ, ປ້າຍກຳກັບ (ພາສາອັງກິດ ແລະ ພາສາທ້ອງຖິ່ນ) ແລະ/ຫຼື ຕົວຫຍໍ້, ຄຳອະທິບາຍ (ພາສາອັງກິດ ແລະ ພາສາທ້ອງຖິ່ນ), ແລະ ແຫຼ່ງທີ່ມາຂອງຄຳນິຍາມຖ້າມີ. ຕາຕະລາງຕໍ່ໄປນີ້ຍົກຕົວຢ່າງຂອງຕາຕະລາງການຈັດປະເພດສໍາລັບປະເພດສຸກສາລາໃນປະເທດກຳປູເຈຍຕາມໂຄງສ້າງນີ້:

ລະຫັດປະເພດສຸກສາລາຕົວຫຍໍ້ປະເພດສຸກສາລາໃນພາສາອັງກິດປະເພດສຸກສາລາໃນພາສາ Khmerຄໍານິຍາມທີ່ມາຂອງຄໍານິຍາມ

6

NH

National Hospital

ສຸກສາລາທີ່ໃຊ້ໃນການຝຶກອົບຮົມບຸກຄະລາກອນສາທາລະນະສຸກ ແລະ ເຮັດການຄົ້ນຄວ້າວິໄຈ, ເພີ່ມເຕີມຈາກການຈັດການການບໍລິການສົ່ງຕໍ່ເຖິງແພດສະເພາະທາງ.

ດັດແກ້ຈາກກະຊວງສາທາລະນະສຸກ, ປະເທດກຳປູເຈຍ (1998): Guide for developing operational districts

5

PH

Provincial Hospital

ສຸກສາລາພາຍໃຕ້ການບໍລິຫານ ແລະ ເບິ່ງແຍງຂອງວິຊາການຂອງພະແນກສາທາລະນະສຸກແຂວງ. ໃນແຜນປະກັນສຸຂະພາບ, ໂຮງໝໍແຂວງເຮັດໜ້າທີ່ເປັນໂຮງໝໍສົ່ງຕໍ່ຂັ້ນເມືອງ ແລະ ຍັງສະໜອງຊຸດກິດຈະກຳຟຣີ Complimentary Package of Activities (CPA).

ດັດແກ້ຈາກກະຊວງສາທາລະນະສຸກ, ປະເທດກຳປູເຈຍ (1998): Guide for developing operational districts

4

RH

Referral Hospital

ສຸກສາລາທີ່ໃຫ້ບໍລິການ CPA.

ດັດແກ້ຈາກກະຊວງສາທາລະນະສຸກ, ປະເທດກຳປູເຈຍ (1998): Guide for developing operational districts

3

HC/B

Health Center with Beds

ສຸກສາລາທີ່ໃຫ້ການເບິ່ງແຍງສຸຂະພາບຂັ້ນຕົ້ນໂດຍຜ່ານຊຸດກິດຈະກໍາຂັ້ນຕ່ຳ Minimum Package of Activities (MPA) ແລະ ມີຕຽງນອນສໍາລັບຄົນເຈັບ.

ດັດແກ້ຈາກກະຊວງສາທາລະນະສຸກ, ປະເທດກຳປູເຈຍ (1998): Guide for developing operational districts

2

HC

Health Center

ສຸກສາລາທີ່ໃຫ້ການເບິ່ງແຍງສຸຂະພາບຂັ້ນຕົ້ນຜ່ານ MPA.

ດັດແກ້ຈາກກະຊວງສາທາລະນະສຸກ, ປະເທດກຳປູເຈຍ (1998): Guide for developing operational districts

1

HP

Health Post

ສຸກສາລາແມ່ນຕັ້ງຢູ່ໃນເຂດຫ່າງໄກສອກຫຼີກ ແລະ ເປັນຈຸດຕໍ່າສຸດໃນລະບົບສາທາລະນະສຸກເມືອງ, ດັ່ງນັ້ນຈຶ່ງເປັນຈຸດທຳອິດຂອງການຕິດຕໍ່ກັບປະຊາກອນໃນແຂວງທີ່ມີຄວາມໜາແໜ້ນຕໍ່າ.

ດັດແກ້ຈາກກະຊວງສາທາລະນະສຸກ, ປະເທດກຳປູເຈຍ (1998): Guide for developing operational districts

Last updated