6.3.3. ການຕັ້ງຄ່າລະຫັດຜ່ານໃໝ່ຈາກການລືມລະຫັດ (ຂໍ້ມູນຮັບຮອງ local GeoPrism Registry)

ຖ້າທ່ານລືມລະຫັດຜ່ານຂອງທ່ານ, ທ່ານອາດຈະພະຍາຍາມຕັ້ງມັນຄືນໃໝ່ໂດຍໃຊ້ໜ້າທີ່ລືມລະຫັດຜ່ານທີ່ຢູ່ໜ້າເຂົ້າສູ່ລະບົບ.

  1. ໃນໜ້າເຂົ້າສູ່ລະບົບ GeoPrism Registry, ໃຫ້ກົດໃສ່ Forgot password? ລິ້ງຢູ່ຂ້າງລຸ່ມຊ່ອງເຂົ້າສູ່ລະບົບຊື່ຜູ້ໃຊ້ ແລະ ລະຫັດຜ່ານ.

  2. ໃສ່ຊື່ຜູ້ໃຊ້ຂອງທ່ານ.

  3. ໃຫ້ກົດໃສ່ປຸ່ມສົ່ງ (Submit). ມັນຈະສົ່ງອີເມວໄປຫາທີ່ຢູ່ອີເມວທີ່ລົງທະບຽນກັບບັນຊີ GeoPrism Registry ຂອງທ່ານໄວ້.

  4. ກວດເບິ່ງທີ່ຢູ່ອີເມວທີ່ລົງທະບຽນກັບບັນຊີ GeoPrism Registry ຂອງທ່ານເພື່ອຫາລິ້ງການຢືນຢັນເພື່ອປ່ຽນລະຫັດຜ່ານຂອງທ່ານ. ໃຫ້ກົດໃສ່ link ນັ້ນ.

  5. ໜ້າໃໝ່ຈະເປີດດ້ວຍແບບຟອມເພື່ອໃຫ້ໃສ່ລະຫັດຜ່ານໃໝ່. ໃສ່ລະຫັດຜ່ານໃໝ່ຂອງທ່ານ ແລະ ຢືນຢັນມັນຢູ່ໃນແບບຟອມ.

  6. ກົດປຸ່ມສົ່ງ (Submit).

Last updated