6.4.1.3. ການຈັດການຄຸນລັກສະນະສໍາລັບ Geo-Object Type ໃນກຸ່ມ

ການເພີ່ມ Geo-Object Type ໃສ່ກຸ່ມແມ່ນເຮັດໄດ້ດັ່ງນີ້:

  1. ໄປທີ່ໂມດູນ Geo-Objects ແລະ Hierarchies ໂດຍການກົດສັນຍາລັກໂມດູນ Geo-Objects ແລະ Hierarchies ໃນໜ້າເມນູຫຼັກ ຫຼື ໂດຍການກົດທີ່ເມນູ (ຮູບ 3 ຂີດແຈມູມຂວາ) ແລະ ເລືອກ Geo-Objects ແລະ Hierarchies.

  2. ຖ້າຕ້ອງການ, ຂະຫຍາຍຖັນ Geo-Object Type ໃນແຖບດ້ານຂ້າງໂດຍການກົດທີ່ລູກສອນຢູ່ທ້າຍ.

  3. ເລື່ອນຖັນ Geo-Object Type ລົງໄປຫາອົງກອນທີ່ທ່ານເປັນສະມາຊິກ. ຊອກຫາກຸ່ມ Geo-Object Type ທີ່ທ່ານຕ້ອງການແກ້ໄຂ ແລະ ກົດປຸ່ມ Edit ຂ້າງຊື່ຂອງມັນ.

  4. ໜ້າຕ່າງ Manage Geo-Object Type ຈະເປີດຂຶ້ນ. ເລື່ອນລົງໄປຫາຫົວຂໍ້ຄຸນລັກສະນະ (Attributes) ແລະ ກົດປຸ່ມ + Add.

  5. ໜ້າຕ່າງ Add a new attribute ຈະເປີດຂຶ້ນ. ເລືອກປະເພດຂໍ້ມູນຂອງຄຸນລັກສະນະໃໝ່ທີ່ທ່ານຕ້ອງການເພີ່ມທີ່ຈະນໍາໃຊ້ກັບທຸກປະເພດວັດຖຸທາງພູມສາດໃນກຸ່ມ ແລະ ຕື່ມຂໍ້ມູນໃສ່ທຸກຊ່ອງຂໍ້ມູນທີ່ຕ້ອງການ ແລະ ຊ່ອງຂໍ້ມູນທາງເລືອກທີ່ກ່ຽວຂ້ອງ.

  1. ກົດປຸ່ມສົ່ງ (Submit).

  2. ໃນການເພີ່ມຄຸນລັກສະນະອື່ນ, ເຮັດຊ້ຳຂັ້ນຕອນ 4 ຫາ 6.

  3. ເມື່ອຄຸນລັກສະນະທີ່ກໍາໜົດເອງໄດ້ຖືກເພີ່ມ, ໃຫ້ກົດປຸ່ມສົ່ງ (Submit) ຢູ່ໃນໜ້າຕ່າງ Manage Geo-Object Type.

ໃນການແກ້ໄຂຄຸນລັກສະນະແບບກຳນົດເອງສຳລັບກຸ່ມ:

  1. ໄປທີ່ໂມດູນ Geo-Objects ແລະ Hierarchies ໂດຍການກົດສັນຍາລັກໂມດູນ Geo-Objects ແລະ Hierarchies ໃນໜ້າເມນູຫຼັກ ຫຼື ໂດຍການກົດທີ່ເມນູ(ຮູບ 3 ຂີດແຈມູມຂວາ) ແລະ ເລືອກ Geo-Objects ແລະ Hierarchies.

  2. ຖ້າຕ້ອງການ, ຂະຫຍາຍຖັນ Geo-Object Type ໃນແຖບດ້ານຂ້າງໂດຍການກົດທີ່ລູກສອນຢູ່ທ້າຍ.

  3. ເລື່ອນຖັນ Geo-Object Type ລົງໄປຫາອົງກອນທີ່ທ່ານເປັນສະມາຊິກ. ຊອກຫາກຸ່ມ Geo-Object Type ທີ່ທ່ານຕ້ອງການແກ້ໄຂ ແລະ ກົດປຸ່ມ Edit ຂ້າງຊື່ຂອງມັນ.

  4. ໜ້າຕ່າງ Manage Geo-Object Type ຈະເປີດຂຶ້ນ. ເລື່ອນລົງໄປຫາພາກສ່ວນຄຸນລັກສະນະ (Attributes). ຊອກຫາຄຸນລັກສະນະທີ່ທ່ານຕ້ອງການແກ້ໄຂ ແລະ ກົດປຸ່ມແກ້ໄຂ (Edit) ທີ່ຢູ່ໃນຕອນທ້າຍຂອງປ້າຍກຳກັບຄຸນລັກສະນະແບບກຳນົດເອງ.

  5. ໜ້າຕ່າງແກ້ໄຂຄຸນລັກສະນະຈະເປີດຂຶ້ນ. ເຮັດການປ່ຽນແປງທີ່ຈໍາເປັນຕໍ່ຄຸນລັກສະນະຫຼັງຈາກນັ້ນໃຫ້ກົດປຸ່ມສົ່ງ (Submit).

  6. ໃນການແກ້ໄຂຄຸນລັກສະນະອື່ນ, ເຮັດຊ້ຳຂັ້ນຕອນ 4 ຫາ 6.

  7. ເມື່ອຄຸນລັກສະນະທີ່ກໍາໜົດເອງທີ່ຕ້ອງການແກ້ໄຂໄດ້ຖືກດັດແກ້, ໃຫ້ກົດປຸ່ມສົ່ງ (Submit) ໃນໜ້າຕ່າງ Manage Geo-Object Type.

ໃນການລຶບຄຸນລັກສະນະແບບກຳນົດເອງສຳລັບກຸ່ມ:

  1. ໄປທີ່ໂມດູນ Geo-Objects ແລະ Hierarchies ໂດຍການກົດສັນຍາລັກໂມດູນ Geo-Objects ແລະ Hierarchies ໃນໜ້າເມນູຫຼັກ ຫຼື ໂດຍການກົດທີ່ເມນູ (ຮູບ 3 ຂີດແຈມູມຂວາ) ແລະ ເລືອກ Geo-Objects ແລະ Hierarchies.

  2. ຖ້າຕ້ອງການ, ຂະຫຍາຍຖັນ Geo-Object Type ໃນແຖບດ້ານຂ້າງໂດຍການກົດທີ່ລູກສອນຢູ່ທ້າຍ.

  3. ເລື່ອນຖັນ Geo-Object Type ລົງໄປຫາອົງກອນທີ່ທ່ານເປັນສະມາຊິກ. ຊອກຫາກຸ່ມ Geo-Object Type ທີ່ທ່ານຕ້ອງການແກ້ໄຂ ແລະ ກົດປຸ່ມ Edit ຂ້າງຊື່ຂອງມັນ.

  4. ໜ້າຕ່າງ Manage Geo-Object Type ຈະເປີດຂຶ້ນ. ເລື່ອນລົງໄປຫາພາກສ່ວນຄຸນລັກສະນະ (Attributes). ຊອກຫາຄຸນລັກສະນະທີ່ທ່ານຕ້ອງການລຶບ ແລະ ກົດທີ່ປຸ່ມລຶບ (Delete) ທີ່ຢູ່ໃນຕອນທ້າຍຂອງປ້າຍກຳກັບຄຸນລັກສະນະແບບກຳນົດເອງ.

  5. ໜ້າຕ່າງຂໍ້ຄວາມຈະປາກົດຂຶ້ນເພື່ອຢືນຢັນຖ້າທ່ານຕ້ອງການລຶບຄຸນລັກສະນະດັ່ງກ່າວ. ໃຫ້ກົດປຸ່ມລຶບ (Delete).

  6. ໃນການລຶບຄຸນລັກສະນະອື່ນ, ເຮັດຊ້ຳຂັ້ນຕອນທີ 4 ແລະ 5.

  7. ເມື່ອຄຸນລັກສະນະທີ່ກໍາໜົດເອງທີ່ຕ້ອງການລຶບຖິ້ມ, ໃຫ້ກົດໃສ່ປຸ່ມສົ່ງ (Submit) ໃນໜ້າຕ່າງ Manage Geo-Object Type.

Last updated