3.4.4. ການນໍາເຂົ້າພາສາໃໝ່ຈາກຕາຕະລາງພາສາທ້ອງຖິ່ນ

ໃນການກໍານົດຄ່າພາສາໃນລະບົບ, ກ່ອນອື່ນໝົດຕາຕະລາງພາສາທ້ອງຖິ່ນຕ້ອງໄດ້ຮັບການສົ່ງອອກ ແລະ ແປ (ເບິ່ງຂໍ້ 3.4.3). ຫຼັງຈາກສໍາເລັດແລ້ວ, ຕາຕະລາງຕ້ອງໄດ້ຮັບການນໍາເຂົ້າໃໝ່.

  1. ໄປທີ່ໜ້າການຕັ້ງຄ່າ (Settings) ແລະ ເລື່ອນໄປຂໍ້ການແປພາສາທ້ອງຖິ່ນ.

  2. ກົດປຸ່ມນຳເຂົ້າການແປພາສາທ້ອງຖິ່ນ (Import Localization) ເພື່ອເປີດໜ້າຕ່າງການນຳເຂົ້າ(Import). ເອກະສານທີ່ນໍາເຂົ້າແລ້ວຈະເຊື່ອມຕໍ່ກັບຄືນໄປບ່ອນພາສາທີ່ຖືກຕ້ອງ ໂດຍຜ່ານລະຫັດພາສາທີ່ລະບຸໄວ້ໃນສ່ວນຫົວຂອງຖັນທີ່ກ່ຽວຂ້ອງກັບການແປ; ຕາຕະລາງພາສາທ້ອງຖິ່ນຈະນຳເຂົ້າພຽງແຕ່ຖັນທີ່ມີການແປທີ່ມີລະຫັດພາສາທີ່ກົງກັນກັບສິ່ງທີ່ຖືກຕິດຕັ້ງຕາມຂັ້ນຕອນໃນຂໍ້ 3.4.1).

  3. ກົດສົ່ງ (Submit).

Last updated