6.4.1.1. ການເພີ່ມກຸ່ມ

  1. ໄປທີ່ໂມດູນ Geo-Objects ແລະ Hierarchies ໂດຍການກົດສັນຍາລັກໂມດູນ Geo-Objects ແລະ Hierarchies ໃນໜ້າເມນູຫຼັກ ຫຼື ໂດຍການກົດທີ່ເມນູ (ຮູບ 3 ຂີດແຈມູມຂວາ) ແລະ ເລືອກ Geo-Objects ແລະ Hierarchies.

  2. ຖ້າຕ້ອງການ, ຂະຫຍາຍຖັນ Geo-Object Type ໃນແຖບດ້ານຂ້າງໂດຍການກົດທີ່ລູກສອນຢູ່ທ້າຍ.

  3. ເລື່ອນຖັນ Geo-Object Type ລົງໄປຫາອົງກອນທີ່ທ່ານເປັນສະມາຊິກ ແລະ ກົດທີ່ປຸ່ມ Add Group.

  4. ຕື່ມຂໍ້ມູນໃສ່ທຸກຊ່ອງຂໍ້ມູນທີ່ຕ້ອງການ ແລະ ຊ່ອງຂໍ້ມູນທາງເລືອກທີ່ກ່ຽວຂ້ອງໃນແບບຟອມທີ່ປະກົດ.

ຊ່ອງຂໍ້ມູນຄຳອະທິບາຍຄວາມຕ້ອງການ

Code

ຕົວລະບຸທີ່ທີ່ເປັນເອກະລັກທີ່ຄົນອ່ານໄດ້. ລະຫັດສາມາດຖືກນໍາໃຊ້ເພື່ອກໍານົດຄວາມເປັນເອກະລັກຂອງກຸ່ມ Geo-Object Type ຖ້າມີປ້າຍສະແດງທີ່ຊ້ຳກັນຢູ່ໃນລະບົບ.

ຕ້ອງການ

Label (defaultLocale)

ປ້າຍສະແດງຄ່າເລີ່ມຕົ້ນສຳລັບກຸ່ມ Geo-Object Type. ຄ່າເລີ່ມຕົ້ນຈະຖືກນໍາໃຊ້ຖ້າພາສາທ້ອງຖິ່ນເລີ່ມຕົ້ນຖືກເລືອກຢູ່ໃນປຸ່ມສະຫຼັບຂອງພາສາ ຫຼື ຖ້າພາສາອື່ນຖືກເລືອກແຕ່ບໍ່ມີຄ່າສໍາລັບພາສານັ້ນ.

ຕ້ອງການ

Label… (ສໍາລັບພາສາທ້ອງຖິ່ນອື່ນໆທີ່ຕິດຕັ້ງຢູ່ໃນລະບົບ)

ສະແດງປ້າຍກຳກັບສຳລັບພາສາທ້ອງຖິ່ນໃດໜຶ່ງທີ່ຕິດຕັ້ງຢູ່ໃນລະບົບ. ການລົງທະບຽນພູມສາດທົ່ວໄປສາມາດມີການຕິດຕັ້ງພາສາທ້ອງຖິ່ນຫຼາຍເທົ່າທີ່ຕ້ອງການ. ລະບົບຈະອະນຸຍາດໃຫ້ຕັ້ງຄ່າປ້າຍສະແດງສໍາລັບແຕ່ລະພາສາທ້ອງຖິ່ນ.

Description (defaultLocale)

ຄໍາອະທິບາຍເລີ່ມຕົ້ນສໍາລັບກຸ່ມ Geo-Object Type. ຄ່າເລີ່ມຕົ້ນຈະຖືກນໍາໃຊ້ຖ້າພາສາທ້ອງຖິ່ນທີ່ເລີ່ມຕົ້ນຖືກເລືອກຢູ່ໃນສະຫຼັບພາສາ ຫຼື ຖ້າພາສາອື່ນຖືກເລືອກແຕ່ບໍ່ມີຄ່າສໍາລັບພາສານັ້ນ.

Description… (ສໍາລັບພາສາທ້ອງຖິ່ນອື່ນໆທີ່ຕິດຕັ້ງຢູ່ໃນລະບົບ)

ຄໍາອະທິບາຍສໍາລັບພາສາທ້ອງຖິ່ນທີ່ຕິດຕັ້ງຢູ່ໃນລະບົບ. ທະບຽນພູມສາດ (geo-registry) ທົ່ວໄປສາມາດຖືກຕິດຕັ້ງພາສາທ້ອງຖິ່ນໄດ້ຫຼາຍເທົ່າທີ່ຕ້ອງການ. ລະບົບຈະອະນຸຍາດໃຫ້ຕັ້ງຄ່າຄໍາອະທິບາຍສໍາລັບແຕ່ລະພາສາທ້ອງຖິ່ນ.

Group Geo-Object Type (ສະມາຊິກກຸ່ມ)

ຕົວເລືອກນີ້ແມ່ນສໍາລັບການຕັ້ງ Geo-Object Type ເປັນປະເພດກຸ່ມ. ສິ່ງນີ້ຖືກເລືອກໂດຍອັດຕະໂນມັດ ແລະ ບໍ່ສາມາດຍົກເລີກໄດ້ໃນກໍລະນີນີ້.

Private (ການເບິ່ງເຫັນ)

ຕົວເລືອກໃນການຕັ້ງຄ່າໃຫ້ Geo-Object Type ເປັນສ່ວນຕົວ ຫຼື ສາທາລະນະ. ລະບົບສ່ວນຕົວ (private) ເຮັດໃຫ້ກຸ່ມ Geo-Object Type ເຂົ້າເຖິງໄດ້ໂດຍສະເພາະຄົນແຕ່ພາຍໃນອົງກອນເທົ່ານັ້ນ. ຄວາມເປັນສາທາລະນະແມ່ນເຫັນໄດ້ (ອ່ານໄດ້ເທົ່ານັ້ນ) ຕໍ່ທຸກອົງກອນໃນລະບົບ.

Geometry Type

ປະເພດເລຂາຄະນິດ (ຈຸດ, ເສັ້ນ, ຫຼື ຮູບເລຂາຄະນິດ) ທີ່ຂໍ້ມູນຕົວຢ່າງທັງໝົດທີ່ໂຫຼດໃສ່ກຸ່ມ Geo-Object Type ນີ້ຕ້ອງປະຕິບັດຕາມ.

ເປີດໃຊ້ການແກ້ໄຂເລຂາຄະນິດ (Enable geometry editing)

ກໍານົດວ່າເລຂາຄະນິດ Geo-Object ສາມາດແກ້ໄຂໄດ້ຜ່ານເຄື່ອງມືການແກ້ໄຂເວັບຂອງ GeoPrism Registry.

Organization

Geo-Object Type ທີ່ຈະຖືກຄຸ້ມຄອງໂດຍກຸ່ມອົງກອນ.

Last updated