6.4.2.2. ການຈັດການຄຸນລັກສະນະຂອງ Geo-Object Type

Registry Administrators ສາມາດຈັດການຄຸນລັກສະນະຂອງ Geo-Object Type ພາຍໃຕ້ການມອບໝາຍຂອງອົງກອນຂອງເຂົາເຈົ້າ.

  1. ໄປທີ່ໂມດູນ Geo-Objects ແລະ Hierarchies ໂດຍການກົດສັນຍາລັກໂມດູນ Geo-Objects ແລະ Hierarchies ໃນໜ້າເມນູຫຼັກ ຫຼື ໂດຍການກົດທີ່ເມນູ (ຮູບ 3 ຂີດແຈມູມຂວາ) ແລະ ເລືອກ Geo-Objects ແລະ Hierarchies.

  2. ຖ້າຕ້ອງການ, ຂະຫຍາຍຖັນ Geo-Object Type ໃນແຖບດ້ານຂ້າງໂດຍການກົດທີ່ລູກສອນຢູ່ທ້າຍ.

  3. ເລື່ອນຖັນ Geo-Object Type ລົງໄປຫາອົງກອນທີ່ທ່ານເປັນສະມາຊິກ. ຊອກຫາ Geo-Object Type ທີ່ທ່ານຕ້ອງການທີ່ຈະເພີ່ມຄຸນລັກສະນະແບບກໍາຫນົດເອງ ແລະ ກົດໃສ່ປຸ່ມແກ້ໄຂຂ້າງຊື່ຂອງມັນ.

  4. ໜ້າຕ່າງຈັດການ Geo-Object Type ຈະເປີດຂຶ້ນ. ເລື່ອນລົງໄປບ່ອນຄຸນສົມບັດ ແລະ ກົດປຸ່ມ + ເພື່ອເພີ່ມ.

  5. ໜ້າຕ່າງ Add a new attribute ຈະເປີດຂຶ້ນ. ເລືອກປະເພດຂໍ້ມູນຂອງຄຸນລັກສະນະໃໝ່ທີ່ທ່ານຕ້ອງການເພີ່ມສໍາລັບ Geo-Object Type ແລະ ຕື່ມຂໍ້ມູນໃສ່ທຸກຊ່ອງຂໍ້ມູນທີ່ຕ້ອງການ ແລະ ຊ່ອງຂໍ້ມູນທາງເລືອກທີ່ກ່ຽວຂ້ອງ.

    ຊ່ອງຂໍ້ມູນຄຳອະທິບາຍຄວາມຕ້ອງການ

    Data Type

    ປະເພດຂໍ້ມູນແມ່ນໂຕກໍານົດປະເພດຄ່າຂອງຄຸນລັກສະນະ. ຕົວເລືອກລວມມີຂໍ້ຄວາມ, ຈຳນວນເຕັມ, ທົດສະນິຍົມ, ວັນທີ, ບູລີນ, ແລະ ເງື່ອນໄຂ. ປະເພດຂໍ້ມູນຈະຖືກບັງຄັບໃຊ້ສໍາລັບໂຕຂໍ້ມູນໃດໆທີ່ເກັບໄວ້ສໍາລັບຄຸນລັກສະນະນີ້.

    ຕົວຢ່າງ: ຄວາມຖືກຕ້ອງຂອງພິກັດທາງພູມສາດສາມາດຖືກເກັບໄວ້ເປັນຄຸນລັກສະນະປະເພດຄໍາທີ່ມີທາງເລືອກຕ່ຳ, ປານກາງ ແລະ ສູງ.

    ຕ້ອງການ

    Code

    ຕົວລະບຸທີ່ທີ່ເປັນເອກະລັກທີ່ຄົນອ່ານໄດ້. ລະຫັດສາມາດຖືກນໍາໃຊ້ເພື່ອກໍານົດຄວາມເປັນເອກະລັກຂອງຄຸນລັກສະນະໃດໜຶ່ງຖ້າປ້າຍສະແດງຢູ່ໃນລະບົບຊ້ຳກັນ.

    ຕົວຢ່າງ: CHW ສາມາດຖືກນໍາໃຊ້ສໍາລັບພະນັກງານສາທາລະນະສຸກຊຸມຊົນ Geo-Object Type.

    ຕ້ອງການ

    Label (defaultLocale)

    ປ້າຍກຳກັບສະແດງຄ່າເລີ່ມຕົ້ນສຳລັບຄຸນລັກສະນະ.

    ຕ້ອງການ

    Label… (ສໍາລັບພາສາທ້ອງຖິ່ນອື່ນໆທີ່ຕິດຕັ້ງຢູ່ໃນລະບົບ)

    ສະແດງປ້າຍກຳກັບສຳລັບພາສາທ້ອງຖິ່ນໃດໜຶ່ງທີ່ຕິດຕັ້ງຢູ່ໃນລະບົບ. ການລົງທະບຽນພູມສາດທົ່ວໄປສາມາດມີການຕິດຕັ້ງພາສາທ້ອງຖິ່ນຫຼາຍເທົ່າທີ່ຕ້ອງການ. ລະບົບຈະອະນຸຍາດໃຫ້ຕັ້ງຄ່າປ້າຍສະແດງສໍາລັບແຕ່ລະພາສາທ້ອງຖິ່ນ.

    Description (defaultLocale)

    ຄໍາອະທິບາຍເລີ່ມຕົ້ນສໍາລັບຄຸນລັກສະນະ.

    Description… (ສໍາລັບພາສາທ້ອງຖິ່ນອື່ນໆທີ່ຕິດຕັ້ງຢູ່ໃນລະບົບ)

    ຄໍາອະທິບາຍສໍາລັບພາສາທ້ອງຖິ່ນທີ່ຕິດຕັ້ງຢູ່ໃນລະບົບ. ການລົງທະບຽນພູມສາດທົ່ວໄປສາມາດມີການຕິດຕັ້ງພາສາທ້ອງຖິ່ນຫຼາຍເທົ່າທີ່ຕ້ອງການ. ລະບົບຈະອະນຸຍາດໃຫ້ຕັ້ງຄ່າຄໍາອະທິບາຍສໍາລັບແຕ່ລະພາສາທ້ອງຖິ່ນ.

    Length (ປະເພດທົດສະນິຍົມເທົ່ານັ້ນ)

    ຈໍານວນຕົວເລກທັງໝົດໃນຈໍານວນ.

    Decimal (ປະເພດທົດສະນິຍົມເທົ່ານັ້ນ)

    ຈຳນວນຕົວເລກໄປທາງຂວາຂອງຈຸດທົດສະນິຍົມ.

  6. ກົດປຸ່ມສົ່ງ (Submit).

  7. ໃນການເພີ່ມຄຸນສົມບັດອື່ນ, ເຮັດຊ້ຳຂັ້ນຕອນ 4 ຫາ 6.

  8. ເມື່ອຄຸນລັກສະນະທີ່ກໍາໜົດເອງໄດ້ຖືກເພີ່ມ, ໃຫ້ກົດໃສ່ປຸ່ມສົ່ງ (Submit) ຢູ່ໃນໜ້າຕ່າງ Manage Geo-Object Type.

ໃນການແກ້ໄຂຄຸນລັກສະນະແບບກຳນົດເອງສຳລັບ Geo-Object Type:

  1. ໄປທີ່ໂມດູນ Geo-Objects ແລະ Hierarchies ໂດຍການກົດສັນຍາລັກໂມດູນ Geo-Objects ແລະ Hierarchies ໃນໜ້າເມນູຫຼັກ ຫຼື ໂດຍການກົດທີ່ເມນູ (ຮູບ 3 ຂີດແຈມູມຂວາ) ແລະ ເລືອກ Geo-Objects ແລະ Hierarchies.

  2. ຖ້າຕ້ອງການ, ຂະຫຍາຍຖັນ Geo-Object Type ໃນແຖບດ້ານຂ້າງໂດຍການກົດທີ່ລູກສອນຢູ່ທ້າຍ.

  3. ເລື່ອນຖັນ Geo-Object Type ລົງໄປຫາອົງກອນທີ່ທ່ານເປັນສະມາຊິກ. ຊອກຫາ Geo-Object Type ທີ່ທ່ານຕ້ອງການທີ່ຈະແກ້ໄຂຄຸນລັກສະນະແບບກໍານົດເອງ ແລະ ກົດໃສ່ປຸ່ມແກ້ໄຂຂ້າງຊື່ຂອງມັນ.

  4. ໜ້າຕ່າງ Manage Geo-Object Type ຈະເປີດຂຶ້ນ. ເລື່ອນລົງໄປບ່ອນຄຸນລັກສະນະ ແລະ ຊອກຫາຄຸນລັກສະນະແບບກຳນົດເອງທີ່ທ່ານຕ້ອງການແກ້ໄຂ. ໃຫ້ກົດໃສ່ປຸ່ມແກ້ໄຂ ທີ່ຕັ້ງຢູ່ໃນທ້າຍຂອງປ້າຍຄຸນລັກສະນະແບບກໍານົດເອງ.

  5. ໜ້າຕ່າງແກ້ໄຂຄຸນລັກສະນະຈະເປີດຂຶ້ນ. ແກ້ໄຂຂໍ້ມູນຕາມຄວາມຈໍາເປັນ.

  6. ກົດປຸ່ມສົ່ງ (Submit).

  7. ໃນການແກ້ໄຂຄຸນສົມບັດອື່ນ, ເຮັດຊ້ຳຂັ້ນຕອນ 4 ຫາ 6.

  8. ເມື່ອຄຸນລັກສະນະທີ່ກໍານົດເອງຖືກດັດແກ້ແລ້ວ, ໃຫ້ກົດປຸ່ມສົ່ງ (Submit) ຢູ່ໃນໜ້າຕ່າງ Manage Geo-Object Type.

ໃນການລຶບຄຸນລັກສະນະແບບກຳນົດເອງສຳລັບ Geo-Object Type:

  1. ໄປທີ່ໂມດູນ Geo-Objects ແລະ Hierarchies ໂດຍການກົດສັນຍາລັກໂມດູນ Geo-Objects ແລະ Hierarchies ໃນໜ້າເມນູຫຼັກ ຫຼື ໂດຍການກົດທີ່ເມນູ (ຮູບ 3 ຂີດແຈມູມຂວາ) ແລະ ເລືອກ Geo-Objects ແລະ Hierarchies.

  2. ຖ້າຕ້ອງການ, ຂະຫຍາຍຖັນ Geo-Object Type ໃນແຖບດ້ານຂ້າງໂດຍການກົດທີ່ລູກສອນຢູ່ທ້າຍ.

  3. ເລື່ອນຖັນ Geo-Object Type ລົງໄປຫາອົງກອນທີ່ທ່ານເປັນສະມາຊິກ. ຊອກຫາ Geo-Object Type ທີ່ທ່ານຕ້ອງການລຶບຄຸນລັກສະນະແບບກໍານົດເອງ ແລະ ກົດໃສ່ປຸ່ມແກ້ໄຂທີ່ຢູ່ຂ້າງຊື່ຂອງມັນ.

  4. ໜ້າຕ່າງຈັດການ Geo-Object Type ຈະເປີດຂຶ້ນ. ເລື່ອນລົງໄປບ່ອນຄຸນລັກສະນະ ແລະ ຊອກຫາຄຸນລັກສະນະແບບກຳນົດເອງທີ່ທ່ານຕ້ອງການລຶບ. ກົດໃສ່ປຸ່ມ Delete ທີ່ຢູ່ໃນທ້າຍຂອງປ້າຍຄຸນລັກສະນະແບບກໍານົດເອງ.

  5. ໜ້າຕ່າງຂໍ້ຄວາມຈະປາກົດຂຶ້ນເພື່ອຢືນຢັນຖ້າທ່ານຕ້ອງການລຶບຄຸນລັກສະນະດັ່ງກ່າວ. ໃຫ້ກົດປຸ່ມລຶບ (Delete).

  6. ເມື່ອຄຸນລັກສະນະທີ່ກໍານົດເອງຖືກລຶບ, ໃຫ້ກົດປຸ່ມສົ່ງ (Submit) ຢູ່ໃນໜ້າຕ່າງ Manage Geo-Object Type.

Last updated