6.4.3.1. ການເພີ່ມລຳດັບຊັ້ນ

Registry Administrators ສາມາດເພີ່ມລໍາດັບຊັ້ນສໍາລັບອົງກອນທີ່ພວກເຂົາເປັນສະມາຊິກ.

  1. ໄປທີ່ໂມດູນ Geo-Objects ແລະ Hierarchies ໂດຍການກົດສັນຍາລັກໂມດູນ Geo-Objects ແລະ Hierarchies ໃນໜ້າເມນູຫຼັກ ຫຼື ໂດຍການກົດທີ່ເມນູ (ຮູບ 3 ຂີດແຈມູມຂວາ) ແລະ ເລືອກ Geo-Objects ແລະ Hierarchies.

  2. ຖ້າຕ້ອງການ, ຂະຫຍາຍຖັນ Hierarchies ໃນແຖບດ້ານຂ້າງໂດຍການກົດທີ່ລູກສອນຢູ່ທ້າຍ.

  3. ເລື່ອນຖັນ Hierarchies ລົງໄປຫາອົງກອນທີ່ທ່ານເປັນສະມາຊິກ. ກົດປຸ່ມ Add Hierarchy.

  4. ຕື່ມຂໍ້ມູນໃສ່ທຸກຊ່ອງຂໍ້ມູນທີ່ຕ້ອງການ ແລະ ຊ່ອງຂໍ້ມູນທາງເລືອກທີ່ກ່ຽວຂ້ອງໃນແບບຟອມທີ່ປະກົດ.

    ຊ່ອງຂໍ້ມູນຄຳອະທິບາຍຄວາມຕ້ອງການ

    Code

    ຕົວລະບຸທີ່ທີ່ເປັນເອກະລັກທີ່ຄົນອ່ານໄດ້.

    ລະຫັດສາມາດຖືກນໍາໃຊ້ເພື່ອກໍານົດຄວາມເປັນເອກະລັກຂອງລໍາດັບຊັ້ນຖ້າມີປ້າຍສະແດງຊ້ຳກັນຢູ່ໃນລະບົບ.

    ຕ້ອງການ

    Label (defaultLocale)

    ປ້າຍກຳກັບສະແດງຄ່າເລີ່ມຕົ້ນສຳລັບລຳດັບຊັ້ນ.

    ຕ້ອງການ

    Label… (ສໍາລັບພາສາທ້ອງຖິ່ນອື່ນໆທີ່ຕິດຕັ້ງຢູ່ໃນລະບົບ)

    ສະແດງປ້າຍກຳກັບສຳລັບພາສາທ້ອງຖິ່ນໃດໜຶ່ງທີ່ຕິດຕັ້ງຢູ່ໃນລະບົບ. ການລົງທະບຽນພູມສາດທົ່ວໄປສາມາດມີການຕິດຕັ້ງພາສາທ້ອງຖິ່ນຫຼາຍເທົ່າທີ່ຕ້ອງການ. ລະບົບຈະອະນຸຍາດໃຫ້ຕັ້ງຄ່າປ້າຍສະແດງສໍາລັບແຕ່ລະພາສາທ້ອງຖິ່ນ.

    Description (Abstract) (defaultLocale)

    ຄໍາອະທິບາຍເລີ່ມຕົ້ນສໍາລັບລໍາດັບຊັ້ນ.

    Description (Abstract) (ສໍາລັບພາສາທ້ອງຖິ່ນອື່ນໆທີ່ຕິດຕັ້ງຢູ່ໃນລະບົບ)

    ຄໍາອະທິບາຍສໍາລັບພາສາທ້ອງຖິ່ນທີ່ຕິດຕັ້ງຢູ່ໃນລະບົບ. ທະບຽນພູມສາດ (geo-registry) ທົ່ວໄປສາມາດຖືກຕິດຕັ້ງພາສາທ້ອງຖິ່ນໄດ້ຫຼາຍເທົ່າທີ່ຕ້ອງການ. ລະບົບຈະອະນຸຍາດໃຫ້ຕັ້ງຄ່າຄໍາອະທິບາຍສໍາລັບແຕ່ລະພາສາທ້ອງຖິ່ນ.

    Organization

    ລຳດັບຊັ້ນທີ່ຂຶ້ນກັບອົງກອນ.

    Progress

    ຄຳອະທິບາຍຂອງຄວາມກ້າວໜ້າໃນການສ້າງ ແລະ ເບິ່ງແຍງຂໍ້ມູນສໍາລັບລາຍການນີ້.

    Acknowledgement

    ການຮັບຮູ້ກ່ຽວກັບຄໍານິຍາມລໍາດັບຊັ້ນ.

    Disclaimer

    ຂໍສະຫງວນສິດໃດໆທີ່ກ່ຽວຂ້ອງກັບຄໍານິຍາມລໍາດັບຊັ້ນ.

    Access Constraints

    ຂໍ້ຈໍາກັດໃນການເຂົ້າເຖິງທີ່ກ່ຽວຂ້ອງກັບຄໍານິຍາມລໍາດັບຊັ້ນ.

    Use Constraints

    ຂໍ້ຈໍາກັດການນຳໃຊ້ທີ່ກ່ຽວຂ້ອງກັບຄໍານິຍາມລໍາດັບຊັ້ນ.

    Contact name

    ຊື່ເຕັມຂອງບຸກຄົນທີ່ຮັບຜິດຊອບໃນການຈັດການລໍາດັບຊັ້ນ.

    Telephone number

    ເບີໂທລະສັບຂອງບຸກຄົນທີ່ຮັບຜິດຊອບໃນການຈັດການລໍາດັບຊັ້ນນີ້.

    Email Address

    ທີ່ຢູ່ອີເມວຂອງບຸກຄົນທີ່ຮັບຜິດຊອບໃນການຈັດການລໍາດັບຊັ້ນນີ້.

  5. ກົດປຸ່ມ OK.

Last updated