6.3.4. ການປ່ຽນລະຫັດຜ່ານ

System Administrators ສາມາດປ່ຽນລະຫັດຜ່ານໃຫ້ຜູ້ໃຊ້ທັງໝົດ. Registry Administrators ສາມາດປ່ຽນລະຫັດຜ່ານໃຫ້ Registry Maintainers ແລະ Registry Contributors ຂອງອົງກອນທີ່ພວກເຂົາເປັນສະມາຊິກຢູ່.

  1. ໄປທີ່ໂມດູນການຕັ້ງຄ່າ (Settings) ໂດຍການກົດໃສ່ເມນູ (ຮູບ 3 ຂີດແຈມູມຂວາ) ແລະ ເລືອກການຕັ້ງຄ່າ (Settings).

  2. ທາງກ້ອງຂໍ້ບັນຊີຜູ້ໃຊ້ (User Accounts), ໃຫ້ກົດໃສ່ປຸ່ມການຈັດການບັນຊີ (Manage Accounts).

  3. ສິ່ງນີ້ຈະສະແດງໃຫ້ທ່ານເຫັນຕາຕະລາງທີ່ມີລາຍການຂອງຜູ້ໃຊ້ທີ່ມີຢູ່ແລ້ວ. ຊອກຫາຜູ້ໃຊ້ທີ່ມີລະຫັດຜ່ານທີ່ທ່ານຕ້ອງການປ່ຽນ ແລະ ກົດປຸ່ມແກ້ໄຂຢູ່ທາງໜ້າຂອງຊື່ຜູ້ໃຊ້.

  4. ໜ້າຕ່າງຂໍ້ມູນບັນຊີສໍາລັບຜູ້ໃຊ້ນັ້ນຈະປາກົດຂຶ້ນ. ເລື່ອນລົງໄປທີ່ຊ່ອງໃສ່ລະຫັດຜ່ານ ແລະ ກົດປຸ່ມປ່ຽນລະຫັດຜ່ານ (Change Password).

  5. ຊ່ອງໃສ່ຂໍ້ມູນສໍາລັບລະຫັດຜ່ານໃໝ່ຈະສະແດງໃຫ້ເຫັນ. ພິມລະຫັດຜ່ານໃໝ່ ແລະ ຢືນຢັນມັນ.

  6. ກົດປຸ່ມສົ່ງ (Submit) ທີ່ຢູ່ທາງລຸ່ມຂອງໜ້າຕ່າງດັ່ງກ່າວ.

Last updated