> For the complete documentation index, see [llms.txt](https://docs.geoprismregistry.com/llms.txt). Markdown versions of documentation pages are available by appending `.md` to page URLs; this page is available as [Markdown](https://docs.geoprismregistry.com/readme/current-2/external-system-integration/4.2-register-and-synchronize-an-external-system/4.2.1-dhis2.md).

# 4.2.1. DHIS2

## 4.2.1.1. ການລົງທະບຽນ

ຕົວຢ່າງຂັ້ນຕອນການລົງທະບຽນ DHIS2 ໃນ GeoPrism Registry ມີດັ່ງນີ້:

1. ໄປທີ່ໜ້າການຕັ້ງຄ່າ (Settings) ໂດຍໃຊ້ເມນູ (ຮູບ 3 ຂີດແຈມູມຂວາ).

   <figure><img src="https://lh3.googleusercontent.com/Mjs1dPobR-fLkJrgb4GVHyS4_mCR0stID7QYzh2ZCnPtCuwa0wlL8Sr2LYlyK2XVmCBYX5-HTMnaUn2SiDDg1ICZ9iH5E4KGUL-HnnZ692GVAS0_E4aqULXWF4_XgzAzqm5YBvWyGcF48XPJQvfWSpHISabhWwaZeKh3Byz2ETT3zkZVcE6Au1gP" alt=""><figcaption></figcaption></figure>
2. ເລື່ອນລົງໄປຫາຫົວຂໍ້ 'ລະບົບພາຍນອກ (External Systems)' ແລະ ກົດປຸ່ມ '+' ເພື່ອເປີດໜ້າຕ່າງການລົງທະບຽນ.

   <figure><img src="/files/yY5z8p8ClmIOgriUPKML" alt=""><figcaption></figcaption></figure>
3. ເລືອກ DHIS2 ຈາກລາຍການ (Type) ແບບຕົວເລືອກເລື່ອນລົງ ແລະ ຕື່ມຂໍ້ມູນໃສ່ຊ່ອງຂໍ້ມູນຕ່າງໆ (ລາຍລະອຽດໃນແຕ່ລະຊ່ອງຂໍ້ມູນແມ່ນໃຫ້ຢູ່ໃນຕາຕະລາງຂ້າງລຸ່ມນີ້).

   <figure><img src="/files/zJSyQNEnaCYQcFczJ9rC" alt=""><figcaption></figcaption></figure>

| ຊື່ຊ່ອງຂໍ້ມູນ | ຄຳອະທິບາຍ                                                                                          | ຄວາມຕ້ອງການ? |
| ------------- | -------------------------------------------------------------------------------------------------- | ------------ |
| ປະເພດ         | ປະເພດຂອງລະບົບພາຍນອກ.                                                                               | ຕ້ອງການ      |
| ອົງກອນ        | ອົງກອນທີ່ຜູ້ໃຊ້ເປັນສະມາຊິກຢູ່. ຂໍ້ມູນ ແລະ ຜູ້ໃຊ້ພາຍໃນອົງກອນນີ້ເທົ່ານັ້ນທີ່ຈະສາມາດນຳໃຊ້ລະບົບພາຍນອກ. | ຕ້ອງການ      |
| ID            | ຕົວລະບຸສໍາລັບລະບົບພາຍນອກນີ້.                                                                       | ຕ້ອງການ      |
| ປ້າຍກຳກັບ     | ປ້າຍຊື່ຂອງລະບົບພາຍນອກ.                                                                             | ຕ້ອງການ      |
| ຄຳອະທິບາຍ     | ຄຳອະທິບາຍຂອງລະບົບພາຍນອກ.                                                                           | ບໍ່ຕ້ອງການ   |
| ຊື່ຜູ້ໃຊ້     | ຊື່ຜູ້ໃຊ້ຂອງຜູ້ໃຊ້ຈາກຕົວຢ່າງ DHIS2 ທີ່ໃຊ້ສໍາລັບການຢືນຢັນ.                                          | ຕ້ອງການ      |
| ລະຫັດຜ່ານ     | ລະຫັດຜ່ານຂອງຜູ້ໃຊ້ຈາກຕົວຢ່າງ DHIS2 ທີ່ຈະໃຊ້ສໍາລັບການຢືນຢັນ.                                        | ຕ້ອງການ      |
| URL           | URL ຂອງຕົວຢ່າງ DHIS2.                                                                              | ຕ້ອງການ      |

## 4.2.1.2. **ການເປີດໃຊ້ OAuth**

{% hint style="info" %}
OAuth ລູກຄ້າ ຕ້ອງໄດ້ຖືກສ້າງຂຶ້ນໃນຕົວແບບ DHIS2 ກ່ອນ. ເບິ່ງ [ຂໍ້ 3.9](/readme/current-2/deployment-and-setup/3.9-dhis2-oauth-integration.md) ສໍາລັບຂໍ້ມູນເພີ່ມເຕີມ.
{% endhint %}

1. ຢູ່ດ້ານລຸ່ມຂອງໜ້າຕ່າງ External System, ທ່ານຈະເຫັນຫົວຂໍ້ສໍາລັບ OAuth. ກົດປຸ່ມ Enable OAuth Integration.

   <figure><img src="/files/NEDlC5UKChoFunbRMxoR" alt=""><figcaption></figcaption></figure>
2. ແບບຟອມສໍາລັບການຕັ້ງຄ່າການເຊື່ອມໂຍງ OAuth ຈະຂະຫຍາຍອອກຕື່ມ. Client ID, Profile Location, Token Location ແລະ Authorization Location ຄວນຈະຖືກຕື່ມຄ່າໃສ່ໂດຍອັດຕະໂນມັດ. ບໍ່ແນະນໍາໃຫ້ປ່ຽນຄ່າເຫຼົ່ານີ້.

   <figure><img src="/files/7sUw7jQeAfy3qcF4xjgm" alt=""><figcaption></figcaption></figure>
3. ໃສ່ລະຫັດລັບ (Secret Key) ຈາກ DHIS2 OAuth Client ໃນຊ່ອງ OAuth Secret Key. ທ່ານຈະໄດ້ຮັບສິ່ງນີ້ຈາກຕົວຢ່າງ DHIS2.

   <figure><img src="/files/b1ORCnRHFqdZlnx5pyMY" alt=""><figcaption></figcaption></figure>
4. ກົດສົ່ງ (Submit).

## 4.2.1.3. ຄວາມເຂົ້າກັນໄດ້

{% hint style="danger" %}
ການເຊື່ອມໂຍງ DHIS2 ຂອງ GeoPrism Registry ຍັງບໍ່ໄດ້ຖືກທົດສອບຢູ່ໃນ DHIS2 ລຸ້ນທີ່ສູງກວ່າ 2.38 ແລະ ຕ່ຳກວ່າ 2.31. ມັນບໍ່ໄດ້ຖືກແນະນໍາໃຫ້ເຊື່ອມໂຍງກັບເຄືອຂ່າຍ DHIS2 ທີ່ຢູ່ນອກຂອບເຂດນີ້, ເພາະວ່າ GeoPrism Registry ສາມາດເຮັດໃຫ້ເກີດຄວາມຜິດພາດທີ່ບໍ່ສາມາດລະບຸໄດ້ໃນລະຫວ່າງການເຊື່ອມຕໍ່, ຫຼື ໃນສະຖານະການທີ່ຮ້າຍແຮງທີ່ສຸດ, ແມ່ນມັນສາມາດທໍາລາຍຖານຂໍ້ມູນ DHIS2 ຂອງທ່ານ.
{% endhint %}

ບາງຄຸນລັກສະນະຂອງ GeoPrism Registry ອາດຈະບໍ່ເຮັດວຽກກັບບາງລຸ້ນຂອງ DHIS2.

ຕາຕະລາງຕໍ່ໄປນີ້ສະແດງຄວາມເປັນໄປໄດ້ໃນການເຊື່ອມໂຍງ OAuth ໃນ DHIS2 ແຕ່ລະລຸ້ນ, ຕາມການທົດສອບໂດຍ TerraFrame.

| ສະບັບ DHIS2        | ການເຊື່ອມໂຍງຜ່ານ OAuth ເປັນໄປໄດ້ບໍ?    |
| ------------------ | -------------------------------------- |
| 2.35.2 ແລະ ໃໝ່ກວ່າ | ໄດ້                                    |
| 2.35.1             | <mark style="color:red;">ບໍ່ໄດ້</mark> |
| 2.35.0             | <mark style="color:red;">ບໍ່ໄດ້</mark> |
| 2.34.2             | ໄດ້                                    |
| 2.33.7             | ໄດ້                                    |
| 2.32.7             | ໄດ້                                    |
| 2.31.9             | ໄດ້                                    |

### 4.2.1.4. ການນຳເຂົ້າ

ຖ້າຂໍ້ມູນ Geo-Object ໄດ້ຖືກຕາງໜ້າໃນນາມຂອງອົງກອນແລ້ວຕາມຕົວຢ່າງ DHIS2, ມັນຕ້ອງຖືກນໍາເຂົ້າກ່ອນໝູ່ໂດຍໃຊ້ຕົວເລືອກການນໍາເຂົ້າ (Import) ຈາກລະບົບພາຍນອກໃນໂມດູນການນໍາເຂົ້າ (Import).

### 4.2.1.5. ການເຊື່ອມຕໍ່ອັບເດດ

GeoPrism Registry ນໍາໃຊ້ການເຊື່ອມຕໍ່ອັດຕະໂນມັດກັບຈາກລະບົບພາຍນອກເພື່ອສົ່ງຂໍ້ມູນໄປຍັງ DHIS2. ຈຸດປະສົງຂອງການເຊື່ອມຕໍ່ອັດຕະໂນມັດກັບລະບົບພາຍນອກແມ່ນເພື່ອເຊື່ອມໂຍງລໍາດັບຊັ້ນສະເພາະຂອງ Geo-Object Type ໄປຍັງແຜນຜັງອົງກອນໃນ DHIS2. Geo-Objects ລຸ້ນລ່າສຸດຈະຖືກເຊື່ອມຕໍ່ກັບ DHIS2, ເນື່ອງຈາກວ່າ GeoPrism Registry ປະຈຸບັນບໍ່ຮອງຮັບການສົ່ງອອກໃນວັນທີ່ລະບຸ.

ໃນການເປີດການນຳໃຊ້ການເຊື່ອມຕໍ່ແມ່ນປະຕິບັດຕາມຂັ້ນຕອນຕໍ່ໄປນີ້:

1. ໄປທີ່ໜ້າການຕັ້ງຄ່າ (Settings).

   <figure><img src="https://lh3.googleusercontent.com/Mjs1dPobR-fLkJrgb4GVHyS4_mCR0stID7QYzh2ZCnPtCuwa0wlL8Sr2LYlyK2XVmCBYX5-HTMnaUn2SiDDg1ICZ9iH5E4KGUL-HnnZ692GVAS0_E4aqULXWF4_XgzAzqm5YBvWyGcF48XPJQvfWSpHISabhWwaZeKh3Byz2ETT3zkZVcE6Au1gP" alt=""><figcaption></figcaption></figure>
2. ຊອກຫາຫົວຂໍ້ການເຊື່ອມຕໍ່ຂໍ້ມູນລະບົບພາຍນອກ (External System Synchronizations) ແລະ ກົດປຸ່ມລົງທະບຽນການເຊື່ອມຕໍ່ຂໍ້ມູນ (Register Synchronization).

   <figure><img src="https://lh6.googleusercontent.com/XrlxBVkfpUvAmT8cE_Sxo0dcvZm1AX-rUZo63Jc7PzxgYgPTT5Cy0Cy_gOrgVZ5yVNpv2NFCqVznWQ7j3gwLvqznQ0--rIExMDOpJ3Afz5tXmcesvzB474DckobQe9VyFwvw7oivcVMieaBs45dqsUfMmx7ZVmR6SZ4OY1qbTWhEMJ0rX-yRUb6X" alt=""><figcaption></figcaption></figure>
3. ກົດປຸ່ມສ້າງ (Create) ຢູ່ໜ້າການກຳນົດຄ່າການເຊື່ອມຕໍ່ຂໍ້ມູນ (Synchronization Configurations).

   <figure><img src="https://lh5.googleusercontent.com/8xr_LR2ouzisyxWcZBZmVqvZK4Go2vFIbMJnTXwzFcKM69IdU3GjizyZWZFUREdfGa3N39RXBGnUrVX6rbKkNvSqrkfmDEoIKwvNles1ZKyc_DbHgWUOnNFVaGqG_oHfFSnZ43HXpBnlXusqjc5wM84f6nu5tO8FR1_1JqriReh1avkXs0K2YJYC" alt=""><figcaption></figcaption></figure>
4. ຕື່ມຂໍ້ມູນໃສ່ໃນຊ່ອງຂອງໜ້າຕ່າງການຕັ້ງຄ່າການເຊື່ອມຕໍ່ (Synchronization Configuration) ແລະ ກົດສົ່ງ (Submit).

   <figure><img src="https://lh4.googleusercontent.com/PrhrYc66xwEtMyYsCd-MH9UV_CPX4vKwRi5LK-cB66WudLik64kXAX5ngKjF7ll7u56I34Y3b1Q1ygww-aY_7okSu08Lqy1H3olcAFbeK6UR-Pda9WiPAsFUszqUzDsKwtKa3FEi13v221XlteHm1f9h4AV4JYiv4tH9Xfw7T-vD-Z_3Ek2eedOq" alt=""><figcaption></figcaption></figure>

| ຊ່ອງຂໍ້ມູນ  | ຄຳອະທິບາຍ                                                                                       |
| ----------- | ----------------------------------------------------------------------------------------------- |
| ປ້າຍກຳກັບ   | ປ້າຍກຳກັບຂອງການກຳນົດຄ່າການເຊື່ອມຕໍ່.                                                            |
| ອົງກອນ      | ອົງກອນທີ່ຈະພ້ອມນຳໃຊ້ການກຳນົດຄ່າການເຊື່ອມຕໍ່.                                                    |
| ລຳດັບຊັ້ນ   | ລຳດັບຊັ້ນການເຊື່ອມຕໍ່ຂໍ້ມູນນີ້ຈະໃຊ້ເພື່ອສົ່ງຂໍ້ມູນໄປຍັງລະບົບພາຍນອກ.                             |
| ລະບົບພາຍນອກ | ລະບົບພາຍນອກທີ່ລົງທະບຽນການເຊື່ອມຕໍ່ແລ້ວໃຊ້ເພື່ອສົ່ງຂໍ້ມູນໄປຍັງລະບົບພາຍນອກ.                       |
| ໜ່ວຍງານ     | ການສະແດງ Geo-Object Type ໃນການເລືອກລໍາດັບຊັ້ນຂອງ GeoPrism Registry ແລະ ປະເພດຢູ່ໃນຕົວຢ່າງ DHIS2. |

## 4.2.1.6. ການຈັບຄູ່ໜ່ວຍງານອົງກອນ

ຫົວຂໍ້ໜ່ວຍງານອົງກອນ (Org Units) ໃນໜ້າຕ່າງການກຳນົດຄ່າ ອະນຸຍາດໃຫ້ທ່ານສະແດງລະດັບຂອງໜ່ວຍງານອົງກອນແຕ່ລະໜ່ວຍງານໃນ DHIS2 ເປັນປະເພດ Geo-Object Type ໃນ GeoPrism Registry. ມັນບໍ່ມີຂອບເຂດຈໍາກັດກ່ຽວກັບຈໍານວນລະດັບທີ່ສາມາດຈັບຄູ່ໄດ້, ຢ່າງໃດກໍຕາມການຈັບຄູ່ກັນຕ້ອງຂຶ້ນກັບລະດັບທີ່ມີຢູ່ໃນ DHIS2 ທີ່ໄດ້ຖືກເຊື່ອມຕໍ່ໄວ້ຢູ່ແລ້ວ. ນອກຈາກນັ້ນ, ຄູ່ຂອງ Geo-Object Type ທີ່ກົງກັນຂອງແຕ່ລະລະດັບຄວນຈະເປັນເຊື້ອສາຍໂດຍກົງຂອງລະດັບກ່ອນໜ້າ.

Geo-Objects ໃນ GeoPrism Registry ແມ່ນຖືກຈັບຄູ່ກັບ DHIS2 ຂອງພວກເຂົາໂດຍໃຊ້ຕົວລະບຸພາຍນອກຂອງ GeoPrism Registry Geo-Objects ແລະ ຕົວລະບຸຂອງໜ່ວຍງານອົງກອນໃນ DHIS2. ສິ່ງສໍາຄັນແມ່ນຕ້ອງຮູ້ວ່າການຈັບຄູ່ນີ້ບໍ່ໄດ້ໃຊ້ຄຸນລັກສະນະລະຫັດ (Code) ຈາກລະບົບທັງສອງ. ຖ້າ Geo-Object ບໍ່ມີຕົວລະບຸພາຍນອກ, ມັນຈະຖືກພິຈາລະນາໃໝ່ ແລະ ຈະຖືກສ້າງເປັນໜ່ວຍງານອົງກອນໃໝ່ໃນ DHIS2 ຖ້າປະເພດຂອງການເຊື່ອມຕໍ່ຖືກກໍານົດເປັນ 'ໜ່ວຍງານອົງກອນ ແລະ ຄວາມສໍາພັນ (Org Units and Relationships)'. ຫຼັງຈາກນັ້ນ GeoPrism Registry ຈະບັນທຶກຕົວລະບຸພາຍນອກຂອງໜ່ວຍງານອົງກອນໃໝ່ໃນຖານຂໍ້ມູນເພື່ອນໍາໃຊ້ສໍາລັບການປັບປຸງໃນອະນາຄົດ. ຖ້າ Geo-Object ມີຕົວລະບຸພາຍນອກໃນຂະນະທີ່ DHIS2 ບໍ່ມີໜ່ວຍງານທີ່ມີຕົວລະບຸທີ່ກົງກັນໃນລະບົບ, ຂໍ້ຜິດພາດຈະຖືກສະແດງຂຶ້ນ.

DHIS2 Synchronization Type ຈະລະບຸວ່າຂໍ້ມູນໃດຈະຖືກເຊື່ອມຕໍ່ກັບ DHIS2.

| ປະເພດການເຊື່ອມຕໍ່            | ຄຳອະທິບາຍ                                                                                                                                                                                                                                                                                                                                                                                             |
| ---------------------------- | ----------------------------------------------------------------------------------------------------------------------------------------------------------------------------------------------------------------------------------------------------------------------------------------------------------------------------------------------------------------------------------------------------- |
| ໜ່ວຍງານອົງກອນ                | ການເຊື່ອມຕໍ່ຄຸນລັກສະນະຈາກ Geo-Objects ໄປຫາໜ່ວຍງານອົງກອນທີ່ມີຢູ່ແລ້ວໃນ DHIS2. Geo-Objects ໃໝ່ບໍ່ສາມາດເຊື່ອມຕໍ່ກັບການຕັ້ງຄ່ານີ້ໄດ້.                                                                                                                                                                                                                                                                     |
| ຄວາມສຳພັນ                    | ການເຊື່ອມຕໍ່ຄວາມສຳພັນລະຫວ່າງ Geo-Objects ກັບ DHIS2. ຖ້າໜ່ວຍງານຂອງອົງກອນໃນ DHIS2 ມີພາກສ່ວນຫຼັກທີ່ແຕກຕ່າງກັນຈາກທີ່ມີຢູ່ແລ້ວໃນ GeoPrism Registry, ພາກສ່ວນຫຼັກທີ່ມີຢູ່ແລ້ວນັ້ນຈະຖືກຕັ້ງເປັນໜຶ່ງໃນ GeoPrism Registry. ຖ້າຖືກກວດພົບວ່າມີຫຼາຍພາກສ່ວນຫຼັກຂອງ Geo-Object ຢູ່ໃນ GeoPrism Registry, ຄຳເຕືອນຜິດພາດຈະສະແດງຂຶ້ນ ແລະ ຄວາມສໍາພັນຈະບໍ່ຖືກສົ່ງອອກ. Geo-Objects ໃໝ່ບໍ່ສາມາດເຊື່ອມຕໍ່ກັບການຕັ້ງຄ່ານີ້ໄດ້. |
| ໜ່ວຍງານອົງກອນ ແລະ ຄວາມສໍາພັນ | ການເຊື່ອມຕໍ່ຄຸນລັກສະນະ ແລະ ຄວາມສໍາພັນກັບ DHIS2. ຖ້າໜ່ວຍງານອົງກອນບໍ່ມີຢູ່ໃນ DHIS2 ມັນຈະຖືກສ້າງຂື້ນ.                                                                                                                                                                                                                                                                                                    |

## 4.2.1.7. ການຈັບຄູ່ກຸ່ມໜ່ວຍງານຂອງອົງກອນ

Geo-Object Type (ລະດັບ) ສາມາດຖືກຈັບຄູ່ກັບກຸ່ມໜ່ວຍງານຂອງອົງກອນໄດ້, ເພື່ອທີ່ຈະມີພຽງແຕ່ໜ່ວຍງານອົງກອນທີ່ຢູ່ໃນກຸ່ມທີ່ຖືກເລືອກໄວ້ແລ້ວຖືກເຊື່ອມຕໍ່ອັບເດດ. ເມນູເລື່ອນລົງ 'Org Unit Group' ຈະສະແດງລາຍການກຸ່ມໜ່ວຍງານອົງກອນທັງໝົດທີ່ມີຢູ່ໃນປັດຈຸບັນໃນຕົວຢ່າງ DHIS2. ເມື່ອ Geo-Object Type ຖືກຈັບຄູ່ກັບກຸ່ມໃດໜຶ່ງແລ້ວ, ໃນຄັ້ງຕໍ່ໄປທີ່ລະບົບເຊື່ອມຕໍ່ອັບເດດກັບການກຳນົດຄ່ານີ້ Geo-Object ທັງໝົດທີ່ເປັນຂອງ Geo-Object Type ຈະຖືກມອບໃຫ້ກຸ່ມໜ່ວຍງານອົງກອນທີ່ເລືອກໄວ້ແລ້ວ.

ພຶດຕິກໍານີ້ດໍາເນີນການໃນຮູບແບບສະເພາະເພີ່ມເຕີມເທົ່ານັ້ນ. ໜ່ວຍງານອົງກອນໃດທີ່ໄດ້ຖືກມອບໝາຍໃຫ້ກຸ່ມໜ່ວຍງານອົງກອນອື່ນແລ້ວຈະບໍ່ໄດ້ຮັບຜົນກະທົບ.

## 4.2.1.8. ການຈັບຄູ່ຄຸນລັກສະນະແບບກຳນົດເອງ

ຖ້າ Geo-Object Type ທີ່ຖືກຈັບຄູ່ກັບຄຸນລັກສະນະແບບກຳນົດເອງ, ຕົວຈັບຄູ່ຄຸນລັກສະນະແບບກຳນົດເອງຈະສະແດງໃຫ້ເຫັນ.

![](https://lh4.googleusercontent.com/O1ORzXriTurdLLTWNUVJziAW29quthwMs1vPg0mDBN6WrsTnGxbQU84INNoNtt0mqOprA1a5FyuXCqV53PJyAcz_MBx-COImybDBXbpgbGRz9y3WFhmWV_ZOpF3Mw0ByZ0oVu6yoUcZ30OUSi_jC1Gajf_4IC6xQ4yzEym8VtyjqYRxpAdeEVESl)

ການຈັບຄູ່ຄຸນລັກສະນະນີ້ແມ່ນສະເພາະສຳລັບ Geo-Object Type ແລະ ລະດັບ. ເພື່ອໃຫ້ຄຸນລັກສະນະ DHIS2 ເປັນຕົວເລືອກທີ່ຖືກຕ້ອງສໍາລັບການຈັບຄູ່, ມັນຕ້ອງຖືກນໍາໃຊ້ກັບໜ່ວຍງານອົງກອນ, ແລະ ມັນຕ້ອງມີຄວາມໃກ້ຊິດພຽງພໍໃນຮູບແບບ (Type) ທີ່ຈະເປັນຕົວເລືອກໄດ້. ນີ້ແມ່ນປະເພດການເລືອກທີ່ເໝາະສົມ:

| ປະເພດຂໍ້ມູນ GeoPrism Registry | ປະເພດມູນຄ່າ DHIS2 ທີ່ເໝາະສົມ                                   |
| ----------------------------- | -------------------------------------------------------------- |
| ຂໍ້ຄວາມ                       | ຂໍ້ຄວາມ, ຂໍ້ຄວາມຍາວ, ຈົດໝາຍ, ເບີໂທລະສັບ, ອີເມວ, ຊື່ຜູ້ໃຊ້, URL |
| Boolean                       | Boolean, True Only                                             |
| ວັນທີ                         | ວັນທີ, ວັນເວລາ, ເວລາ, ອາຍຸ                                     |
| ຈຳນວນເຕັມ                     | ຈຳນວນເຕັມ, ຈຳນວນເຕັມບວກ, ຈຳນວນເຕັມລົບ, ຈຳນວນເຕັມສູນ            |
| ທົດສະນິຍົມ                    | ຈຳນວນ, ໄລຍະຫ່າງຫົວໜ່ວຍ, ເປີເຊັນ                                |
| ເງື່ອນໄຂ                      | ຕັ້ງຄ່າທາງເລືອກ                                                |

ປະເພດຄ່າ DHIS2 ຕໍ່ໄປນີ້ບໍ່ສາມາດສະແດງຄຸນລັກສະນະຕ່າງໆໃນ GeoPrism Registry:

* ການຕິດຕາມຜູ້ຮ່ວມງານ
* ປະສານງານ
* ໜ່ວຍງານອົງກອນ
* ຊັບພະຍາກອນເອກະສານ
* ຮູບພາບ

ຖ້າຄຸນລັກສະນະໃນ GeoPrism Registry ບໍ່ກົງກັບໜຶ່ງໃນ DHIS2 (ບໍ່ວ່າຈະເປັນຍ້ອນການເລືອກທີ່ບໍ່ຖືກຕ້ອງ, ຫຼື ຕົວເລືອກແບບເລື່ອນລົງໄດ້ຖືກປະໄວ້ໂດຍເຈດຕະນາວ່າ 'ບໍ່ກົງກັນ'), ຂໍ້ມູນໃນຄຸນລັກສະນະນັ້ນຈະບໍ່ຖືກເຊື່ອມຕໍ່ກັບ DHIS2. ຢ່າງໃດກໍຕາມ, ມັນຈະບໍ່ປ້ອງກັນ ຄຸນລັກສະນະ ຫຼື ຄວາມສໍາພັນສ່ວນທີ່ເຫຼືອທີ່ຈະຖືກເຊື່ອມອັບເດດ.

## 4.2.1.9. ການຈັບຄູ່ Terms

### **A.** ຕັ້ງຄ່າທາງເລືອກ

ຄຸນລັກສະນະຂອງ Term-type ຂອງ GeoPrism Registry ສາມາດຖືກຈັບຄູ່ກັບຊຸດທາງເລືອກ DHIS2. ເມື່ອປະເພດເປົ້າໝາຍ (Target Type) ຖືກຕັ້ງເປັນ 'Option Set', ຄຸນລັກສະນະເປົ້າໝາຍ (Target Attribute) ແບບ ລາຍການແບບເລື່ອນລົງຈະສ້າງຂໍ້ມູນດ້ວຍຄຸນລັກສະນະທັງໝົດຂອງ DHIS2 ທີ່ມີຊຸດຕົວເລືອກ ແລະ ຖືກມອບໝາຍໃຫ້ໜ່ວຍອົງກອນ. ເມື່ອຄຸນລັກສະນະຂອງ GeoPrism Registry Term-type ຖືກຈັບຄູ່ກັບຕົວເລືອກທີ່ກໍານົດໄວ້ໃນ DHIS2 ແລ້ວ, ໜ້າຈໍຜູ້ໃຊ້ຈະຖືກຂະຫຍາຍອອກເພື່ອໃຫ້ການຈັບຄູ່ລະຫວ່າງ GeoPrism Registry terms ແລະ ຕົວເລືອກ DHIS2.

<figure><img src="/files/6MORDkbiuUWyqIX6evej" alt=""><figcaption></figcaption></figure>

ຖ້າ Geo-Object ບໍ່ມີຄ່າຂອງຄຸນລັກສະນະ Term-type, ຄຸນລັກສະນະດັ່ງກ່າວຈະບໍ່ຖືກຕິດຕັ້ງຢູ່ໃນໜ່ວຍງານອົງກອນ DHIS2. Geo-Objects ທີ່ມີເງື່ອນໄຂບໍ່ໄດ້ຖືກຈັບຄູ່ ('Not Mapped') ຈະບໍ່ຖືກສົ່ງອອກ ແລະ ຂໍ້ຜິດພາດຈະສະແດງຂື້ນ.

### **B.** ກຸ່ມໜ່ວຍງານອົງກອນ

ເງື່ອນໄຂ (Terms) ສາມາດເຊື່ອມໂຍງກຸ່ມໜ່ວຍງານອົງກອນໄດ້. ສິ່ງນີ້ສາມາດເຮັດໄດ້ໂດຍການເລືອກ 'Org Unit Group' ໃນລາຍການແບບມີຕົວເລືອກຂອງ Target Type.

![](https://lh6.googleusercontent.com/danEb936Lz7r-XCSYI8CnuL8FJLYe0STzjOdXOd_b88rulfdpfnPKLKfsuW8lbSFAKUCenQAqzqB4UDJl2k-Z6Qfh8DHHSwFz3sHFEH2h4IM6fNoLXNlmeIheEdPlXUTcibfmqpyBMXi3YJS8X0s6_jvCUa5Aw0Y2QsoT0-6oX0RchNXNMBygxRD)

Geo-Objects ຈະຖືກມອບໝາຍໃຫ້ກຸ່ມໜ່ວຍງານອົງກອນຕາມທີ່ໄດ້ຈັບກຸ່ມໃນພາບໜ້າຈໍຂ້າງເທິງ. ສິ່ງນີ້ສະໜອງການສົ່ງເສີມພື້ນຖານໃນບາງສ່ວນໃນການເຊື່ອມຕໍ່ກັບກຸ່ມໜ່ວຍງານອົງກອນ.

ຄ້າຍຄືກັບການຈັບຄູ່ຊຸດຕົວເລືອກ, ຖ້າ Geo-Object ບໍ່ມີຄ່າຂອງຄຸນລັກສະນະ Term-type, ມັນຈະບໍ່ຖືກມອບໝາຍໃຫ້ກຸ່ມໜ່ວຍງານອົງກອນ. Geo-Objects ທີ່ມີເງື່ອນໄຂບໍ່ໄດ້ຖືກຈັບຄູ່ ('Not Mapped') ຈະບໍ່ຖືກສົ່ງອອກ ແລະ ຂໍ້ຜິດພາດຈະສະແດງຂື້ນ.

ພຶດຕິກໍານີ້ດໍາເນີນການໃນຮູບແບບສະເພາະເພີ່ມເຕີມ. ໜ່ວຍງານຂອງອົງກອນທີ່ຖືກມອບໝາຍໃຫ້ກຸ່ມໜ່ວຍງານອົງກອນແລ້ວຈະບໍ່ໄດ້ຮັບຜົນກະທົບ.

ຖ້າລະດັບໃດໜຶ່ງຈັບຄູ່ກັບກຸ່ມໜ່ວຍງານອົງກອນ DHIS2, ແລະ Geo-Object Type ແລ້ວ ກໍຍັງມີເງື່ອນໄຂທີ່ສາມາດຈັບຄູ່ກັບກຸ່ມໜ່ວຍງານອົງກອນ DHIS2 ອີກ, ສະນັ້ນ ໜ່ວຍງານອົງກອນທີ່ເຊື່ອມຕໍ່ຈະຖືກເພີ່ມໃສ່ທຸກກຸ່ມໜ່ວຍງານອົງກອນທີ່ກົງກັນ (ໃນຮູບແບບເພີ່ມເຕີມ).

## **4.2.1.10.** DHIS2 ໃສ່ໂຕເຊື່ອມຕໍ່ GeoPrism Registry

GeoPrism Registry ສະໜອງໂຕເຊື່ອມຕໍ່ທີ່ສາມາດດາວໂຫຼດ ແລະ ຕິດຕັ້ງໃສ່ຕົວຢ່າງ DHIS2. ເມື່ອຕິດຕັ້ງໃສ່ DHIS2 ແລ້ວ, ໂຕເຊື່ອມຕໍ່ນີ້ປະຕິບັດຕົວເປັນຄືແອັບ DHIS2 ມາດຕະຖານ, ເຊິ່ງຈະປ່ຽນເສັ້ນທາງໄປຫາຕົວຢ່າງ GeoPrism Registry ທີ່ຖືກກຳນົດຄ່າໃນລະບົບພາຍນອກ.

ໃນການດາວໂຫຼດ DHIS2 ໃສ່ GeoPrism Registry ໂຕເຊື່ອມຕໍ່:

1. ເລື່ອນໄປຫາແບບຟອມການກຳນົດຄ່າລະບົບພາຍນອກຂອງ DHIS2 ຈາກໜ້າການຕັ້ງຄ່າ GeoPrism Registry.
2. ກົດປຸ່ມດາວໂຫຼດ (Download) DHIS2 Plugin, ເຊິ່ງຈະດາວໂຫຼດເອກະສານ zip ທີ່ເອີ້ນວ່າ “cgr-dhis2-app.zip” ໃສ່ຄອມພິວເຕີຂອງທ່ານ.

   <figure><img src="https://lh6.googleusercontent.com/DMVJoAD--xRHpf97n2aINqXGkHKj_36_3R5fGVnlm9dGuwHSXK1TxkmL-K9zz-OYO0QtU2b4XKl0T3O7Ef52F6Uj1fFNZU5XMwkyGsM1bjRDXHzFLgdRljBmyZDfHhcTpdpPnAFXGRbJYjDPL-QBf5uy-zhOKPZyFgI4iMhL3eifV4rPJ__NciaazQ" alt=""><figcaption></figcaption></figure>
3. ກະລຸນາເບິ່ງເອກະສານອ້າງອີງຢ່າງເປັນ[ທາງການຂອງ DHIS2](https://dhis2.org/development/) ເພື່ອຕິດຕັ້ງໂຕເຊື່ອມຕໍ່.
4. ຫຼັງຈາກຕິດຕັ້ງສຳເລັດແລ້ວມັນຈະສະແດງການນຳທາງເພື່ອໄປເຊື່ອມຕໍ່ກັບ GeoPrism Registry ໃນ DHIS2.

![](https://lh4.googleusercontent.com/-QcE0EGJGFc6UGECMV7q5da_1U1wBs0VLQ2YZuOf2AxU7n-K09xNF8W6FSyT3RR_0aRNSH3p4x1CY2TZnrRZUSl60KhS9O7UF0yqSPlCdC07ZxqbkLgKIbm0dTpDRXBkXzPmV5H5zq28PEzsc9pRhOlJdyLj4KDMnYoMqW57sdfR58Ep3d4OTizuOQ)
