5.1.6. ຂໍ້ມູນທາງພູມິສາດ

ສາມາດເອີ້ນອີກຢ່າງວ່າຂໍ້ມູນທາງພື້ນທີ່, ຂໍ້ມູນທາງພູມິສາດກົງກັບຂໍ້ມູນກ່ຽວກັບສະຖານທີ່ ແລະ ຮູບຮ່າງຂອງລັກສະນະ ແລະ ຄວາມສໍາພັນທາງພູມິສາດ, ປົກກະຕິແລ້ວເກັບຮັກສາໄວ້ເປັນຈຸດພິກັດ ແລະ ລັກສະນະຂອງພື້ນທີ່ (ຕົວຢ່າງ: ສະຖານທີ່ຕັ້ງຂອງສຸກສາລາ, ຂອບເຂດຂອງໜ່ວຍງານອໍານສດການປົກຄອງ…).

ເນື່ອງຈາກ GeoPrism Registry ສາມາດຈັດການກັບປະເພດຂອງວັດຖຸທາງພູມິສາດໃນບັນຊີລາຍການໄດ້ເທົ່ານັ້ນ, ມັນຈຶ່ງເກັບສິ່ງເຫຼົ່ານີ້ໄວ້ໃນລະບົບຂໍ້ມູນພູມສາດຮູບແບບເວັກເຕີ Geographic Information System (GIS). ຊັ້ນຂໍ້ມູນ GIS ຮູບແບບ raster ບໍ່ສາມາດອັບໂຫຼດໃສ່ແພັດຟອມໄດ້.

GeoPrism Registry ສາມາດສະແດງລັກສະນະທາງພູມິສາດໃນສາມຮູບແບບເວັກເຕີ: ຈຸດ, ເສັ້ນ, ຫຼື ຮູບເລຂາຄະນິດ (ຮູບ 5.3).

Last updated