5.2.4. ການເຂົ້າເຖິງ

ຄຸນຄ່າຂອງການຂື້ນທະບຽນພູມິສາດທົ່ວໄປແມ່ນສະແດງອອກກໍຕໍ່ເມື່ອຜູ້ໃຊ້ສາມາດເຂົ້າເຖິງເນື້ອຫາຂອງມັນໄດ້ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້.

ມັນກໍເປັນໄປໄດ້ທີ່ວ່າບໍ່ແມ່ນເນື້ອຫາທັງໝົດທີ່ ສາທາລະນະຊົນສາມາດເຂົ້າເຖິງໄດ້, ຢ່າງໜ້ອຍກໍບໍ່ແມ່ນເຂົ້າເຖິງໄດ້ງ່າຍໃນທຳອິດ, ກ່າວຄືອາດຈະຕ້ອງມີການອະນຸມັດຂອງລັດຖະບານທີ່ເໝາະສົມ, ຕ້ອງໄດ້ຮອດເຖິງລະດັບຄຸນນະພາບ, ແລະ/ຫຼື ນະໂຍບາຍ ແລະ ຂອບເຂດກົດໝາຍທີ່ຈໍາເປັນຈະຕ້ອງມີ.

ປະຈຸບັນ GeoPrism Registry ສະໜອງການເຂົ້າເຖິງສອງລະດັບ (ກ່າວເຖິງວ່າວ່າເປັນການເບິ່ງເຫັນໄດ້ໃນແພັດຟອມ) ສໍາລັບ Geo-Object Type, ລາຍການ ແລະ ຂໍ້ມູນທາງພື້ນທີ່ປະກອບດ້ວຍ:

  • ສາທາລະນະ: ຜູ້ໃຊ້ສາມາດເຂົ້າເຖິງລາຍການໄດ້ຈາກພາຍໃນແພັດຟອມ ແລະ ຜູ້ໃຊ້ພາຍນອກຜ່ານ API

  • ສ່ວນຕົວ: ມີພຽງແຕ່ອົງກອນທີ່ມີອຳນາດໃນການເບິ່ງແຍງເທົ່ານັ້ນທີ່ສາມາດເຂົ້າເຖິງລາຍການໄດ້

ລະດັບການເຂົ້າເຖິງເນື້ອຫາເຫຼົ່ານີ້ຊ່ວຍໃຫ້ແພັດຟອມເຄົາລົບນະໂຍບາຍປະຈຸບັນຂອງການເຂົ້າເຖິງທີ່ແຕ່ລະອົງກອນອາດຈະຕ້ອງການນໍາໃຊ້ກັບເນື້ອຫາທີ່ພວກເຂົາເປັນເຈົ້າຂອງໃນແພັດຟອມໃນຂະນະທີ່ຍັງໄດ້ຮັບຜົນປະໂຫຍດຈາກຄວາມສາມາດທຳງານຂອງລະບົບ, ແຕ່ຍັງສາມາດປ່ຽນແປງລະດັບໃຫ້ກົງກັບນະໂຍບາຍການແບ່ງປັນຂໍ້ມູນ ທີ່ກ່ຽວຂ້ອງກັບການພັດທະນາຂອງເນື້ອຫາ.

ໃນອະນາຄົດ, GeoPrism Registry ແມ່ນຕັ້ງໃຈຈະເພີ່ມລະດັບການເຂົ້າເຖິງອື່ນໆ (ຕົວຢ່າງ ຈໍາກັດສະເພາະອົງກອນທີ່ກຳນົດໄວ້), ເພື່ອນໍາໃຊ້ລະດັບເຫຼົ່ານີ້ຢູ່ໃນລໍາດັບຊັ້ນ ແລະ ປະຕິບັດກົດລະບຽບຈາກຂໍ້ 2.7.4 ຂອງ Ebener (2022).

Last updated