6.5.3.2. ການສຳຫຼວດ historical events

Registry Administrators, Registry Maintainers, ແລະ Registry Contributors ສາມາດຄົ້ນຫາ historical event ທີ່ເກີດຂຶ້ນຂອງ Geo-Object Type ຂອງອົງກອນທີ່ພວກເຂົາເປັນສະມາຊິກ ແລະ Geo-Object Type ທີ່ເປັນຂອງອົງກອນອື່ນໆໄດ້.

  1. ໄປທີ່ໂມດູນ Historical Events ໂດຍການກົດໃສ່ສັນຍາລັກໂມດູນຢູ່ໃນໜ້າທໍາອິດ ຫຼື ໂດຍການກົດໃສ່ເມນູ(ຮູບ 3 ຂີດແຈມູມຂວາ) ແລະ ເລືອກ historical event.

  2. ໃນແຖບ History, ຕື່ມຂໍ້ມູນໃສ່ໃນຊ່ອງດັ່ງຕໍ່ໄປນີ້ຂອງ historical event ທີ່ທ່ານຕ້ອງການຊອກຫາ:

    1. Geo-Object Type: ເລືອກ Geo-Object Type. ນີ້ອາດຈະເປັນ 'ກ່ອນ' ຫຼື 'ຫຼັງ' Geo-Object Type ສໍາລັບ historical event ທີ່ເກີດຂຶ້ນ

    2. Start Date: ພິມ ຫຼື ເລືອກວັນທີເລີ່ມຕົ້ນຂອງຊ່ວງເວລາຂອງ historical event ທີ່ທ່ານຕ້ອງການສຳຫຼວດ

    3. End Date: ພິມ ຫຼື ເລືອກວັນທີສິ້ນສຸດຂອງຊ່ວງເວລາຂອງ historical event ທີ່ທ່ານຕ້ອງການສຳຫຼວດ. ຖ້າທ່ານຕ້ອງການຄົ້ນຫາ historical event ໃນຊ່ວງເວລາປັດຈຸບັນ, ໃຫ້ກົດໃສ່ປຸ່ມ Set as most current.

      ໝາຍເຫດ: ສໍາລັບ Registry Contributors, ໂມດູນ Historical Events ຈະເປີດໂດຍກົງໃນແຖບ History. ໃນແຖບ Manage Historical Events ແມ່ນບໍ່ສາມາດເຫັນໄດ້ ຫຼື ເຂົ້າເຖິງໄດ້.

  3. ກົດປຸ່ມ Submit. Historical event ທັງໝົດທີ່ກ່ຽວຂ້ອງກັບ Geo-Object Type ທີ່ເລືອກທີ່ເກີດຂຶ້ນໃນເວລາໃດກໍ່ຕາມລະຫວ່າງວັນທີເລີ່ມຕົ້ນ ແລະ ວັນທີສິ້ນສຸດຈະຖືກສະແດງ.

Last updated