5.1. ເນື້ອໃນ

GeoPrism Registry ຖືກນໍາໃຊ້ເພື່ອເກັບຂໍ້ມູນ, ຮັກສາ, ປັບປຸງ ແລະ ແບ່ງປັນລາຍການ ລວມເຖິງລໍາດັບຊັ້ນທີ່ກ່ຽວຂ້ອງ ແລະ ຂໍ້ມູນທາງພື້ນທີ່ ສຳລັບຈຸດພິກັດທີ່ຕັ້ງທາງພູມິສາດຂອງການພັດທະນາໂດຍທົ່ວໄປ ແລະ ຂອງດ້ານສາທາລະນະສຸກໂດຍສະເພາະ.

ຫົວຂໍ້ຕໍ່ໄປນີ້ຈະອະທິບາຍລາຍລະອຽດເພີ່ມເຕີມຂອງອົງປະກອບທີ່ແຕກຕ່າງກັນ, ສິ່ງທີ່ກ່ຽວຂ້ອງ (ລັກສະນະທາງພູມິສາດ, ປະເພດວັດຖຸທາງພູມິສາດ, ອົງປະກອບຂໍ້ມູນ, ຕາຕະລາງການຈັດປະເພດ).

ກະລຸນາເບິ່ງຄໍາແນະນໍາລ່າສຸດຂອງ Health GeoLab Collaborative ກ່ຽວກັບການເກັບຂໍ້ມູນການສ້າງຕັ້ງການຈົດທະບຽນພູມິສາດທົ່ວໄປ, ການບໍາລຸງຮັກສາ, ການປັບປຸງ ແລະ ການແບ່ງປັນລາຍການເຊັ່ນດຽວກັນກັບລໍາດັບຊັ້ນທີ່ກ່ຽວຂ້ອງ ແລະ ຂໍ້ມູນຂອງພື້ນທີ່, ໃນການພິຈາລະນາສະເພາະ ເພື່ອພັດທະນາເນື້ອຫາດັ່ງກ່າວກ່ອນທີ່ຈະອັບໂຫຼດມັນໃສ່ GeoPrism Registry (ຄຸນນະພາບ, ຕົວລະບຸທີ່ເປັນເອກະລັກ, ຕົ້ນສະບັບທຽບກັບລາຍການທີ່ບໍ່ແມ່ນຕົ້ນສະບັບ, ແລະ ອື່ນໆ).

Last updated