> For the complete documentation index, see [llms.txt](https://docs.geoprismregistry.com/llms.txt). Markdown versions of documentation pages are available by appending `.md` to page URLs; this page is available as [Markdown](https://docs.geoprismregistry.com/readme/current-2/deployment-and-setup/3.3-organization-management/3.3.2-invite-a-user-to-serve-as-the-registry-administrator-for-an-organization.md).

# 3.3.2. ເຊີນຜູ້ໃຊ້ໃຫ້ເຮັດໜ້າທີ່ເປັນຜູ້ບໍລິຫານການລົງທະບຽນ (Registry Administrator) ສຳລັບອົງກອນ

ການຈັດການຂອງແຕ່ລະອົງກອນໃນ GeoPrism Registry ຈະຖືກແຍກຕ່າງຫາກ, ໂດຍຜູ້ໃຊ້ທີ່ມີບົດບາດຜູ້ບໍລິຫານການລົງທະບຽນ (Registry Administrative) ສໍາລັບອົງກອນນັ້ນ. ຜູ້ໃຊ້ທີ່ມີບົດບາດຜູ້ບໍລິຫານລະບົບ (System Administrator) ສາມາດເຊີນຜູ້ໃຊ້ອື່ນເພື່ອສ້າງບັນຊີທີ່ມີບົດບາດບໍລິຫານການຈົດທະບຽນ (Registry Administrator) ສໍາລັບອົງການຈັດຕັ້ງ.

ເມື່ອເຂົ້າສູ່ລະບົບເປັນຜູ້ບໍລິຫານລະບົບ (System Administrator):

1. ໄປທີ່ໂມດູນການຕັ້ງຄ່າຈາກໜ້າທໍາອິດ ຫຼື ເມນູ(ຮູບ 3 ຂີດແຈມູມຂວາ).

   \
   ![](https://3732932512-files.gitbook.io/~/files/v0/b/gitbook-x-prod.appspot.com/o/spaces%2F9giVyCrmTxAs33YrSRbJ%2Fuploads%2Fydfvrh209Sq0h6T4JJOk%2Fimage.png?alt=media\&token=b2a66576-d587-4616-abcd-2c1d2d1eded8)
2. ເລື່ອນໄປທີ່ສ່ວນ 'ບັນຊີຜູ້ໃຊ້ (User Accounts)' ແລະ ກົດໃສ່ປຸ່ມເຊີນຜູ້ໃຊ້.

   <figure><img src="https://lh3.googleusercontent.com/OToQYRiIiVxjP7lwznkLkTG5X3ZJqUWJpBaZqRUzsrRxac6-mS7ZqkDYiRz9hHc399whn7EIYYk5WoZqgFq_2vXDg7os_nhsC7N8vXQiKVNNofmvRReA7mwiSMJjkk-hFZHPRvUJsYvca8upQ42DxDx-6i76NyO6MfrxyIY--03_s_49Gt-BQ_xHEg" alt=""><figcaption></figcaption></figure>
3. ໃນປ່ອງ 'ເຊີນຜູ້ໃຊ້ (Invite a User)', ຕື່ມຂໍ້ມູນໃສ່ທີ່ຢູ່ອີເມວຂອງຜູ້ໃຊ້ທີ່ທ່ານຕ້ອງການເຊີນ, ແລະ ກວດເບິ່ງບົດບາດຂອງ Registry Administrator ສໍາລັບອົງກອນທີ່ກ່ຽວຂ້ອງ (ສໍາລັບກະຊວງສາທາລະນະສຸກ (Ministry of Health) ໃນຕົວຢ່າງທີ່ນໍາສະເໜີຢູ່ທີ່ນີ້):

   <figure><img src="https://lh6.googleusercontent.com/SXkLWaqCUbwWJB7vY5e65gmrA5iMBQ6VcOeeq2urROY5LO4QXom-tFYYgj0dkoCO2Aoa0g2d-yOyHgAXYYLeZsXM6VCyZi1UW06SS2DZpLRNIGGpsdPfiOOQ89BFBeHoL4qn8-9KdUazxuvlfmQ2ie_0OumbiDAyovrnhOTZYoBp0GUEf8Dz2oKsTg" alt=""><figcaption></figcaption></figure>
4. ກົດສົ່ງ.
5. ຜູ້ໃຊ້ທີ່ຖືກເຊີນຈະໄດ້ຮັບອີເມວເພື່ອສ້າງບັນຊີ GeoPrism Registry, ແລະ ເມື່ອເຂົ້າສູ່ລະບົບ, ຜູ້ໃຊ້ນີ້ສາມາດເຂົ້າເຖິງ GeoPrism Registry ໃນຕຳແໜ່ງຜູ້ບໍລິຫານການລົງທະບຽນ (Registry Administrator) ສໍາລັບອົງກອນທີ່ກ່ຽວຂ້ອງ.
