# 6.5.2.1. ການສົ່ງຄໍາຮ້ອງຂໍການປ່ຽນແປງ

ຄຳຮ້ອງຂໍການປ່ຽນແປງສາມາດຖືກສົ່ງໂດຍ Registry Contributor ໂດຍໃຊ້ໂມດູນສະເພາະໂດຍອີງຕາມລັກສະນະຂອງຄໍາຮ້ອງຂໍ:

1. ລາຍການໂມດູນສໍາລັບປະເພດຂອງຄໍາຮ້ອງຂໍໃດໆ.
2. ໂມດູນ Explorer ແລະ Change Requests ສໍາລັບປະເພດຂອງຄໍາຮ້ອງຂໍໃດກໍ່ຕາມ, ຍົກເວັ້ນຄຳຮ້ອງຂໍໃຫ້ເພີ່ມ Geo-Object ໃໝ່.

## **A. ການສົ່ງຄໍາຮ້ອງຂໍເພື່ອເພີ່ມ Geo-Object ໃໝ່**

ຄຳຮ້ອງຂໍເພື່ອເພີ່ມ Geo-Object ໃໝ່ສາມາດຖືກສົ່ງໂດຍ Registry Contributor ຜ່ານສະບັບທີ່ກຳລັງໃຊ້ຢູ່ຂອງລາຍການ Geo-Object Type ທີ່ກ່ຽວຂ້ອງ. ສິ່ງນີ້ໝາຍຄວາມວ່າ Registry Contributor ຕ້ອງມີບົດບາດໃນການຈັດການ Geo-Object Type ເພື່ອສົ່ງຄໍາຮ້ອງຂໍດັ່ງກ່າວ.

1. ໄປທີ່ໂມດູນ Lists and Spatial Data ບໍ່ວ່າຈະຈາກໜ້າຫຼັກ ຫຼື ເມນູ (ຮູບ 3 ຂີດແຈມູມຂວາ).

   <figure><img src="/files/RUdMtCBCMC5mq3osKV37" alt=""><figcaption></figcaption></figure>
2. ໃຫ້ກົດໃສ່ Geo-Object Type ທີ່ຄວນຈະເພີ່ມ Geo-Object ໃໝ່.

   <figure><img src="/files/XqMCZFznZN0xIw6prucR" alt=""><figcaption></figcaption></figure>
3. ເປີດລາຍການທີ່ກໍານົດໄວ້ທີ່ທ່ານຕ້ອງການສົ່ງຄໍາຮ້ອງຂໍການປ່ຽນແປງ.

   <figure><img src="https://lh5.googleusercontent.com/X_0trX8KDayCoHrCDGiHnsb9y7IsFbWS5KWkRqXrMMkXChsfgBxVX1tcp5OA3kjndlGoyRzKnc1C6p-Xh4VN3N0Wl8vD7WcBZrOGWJJ9Vs666Y_3rpj2Bf5o85g0OcsOV2dt_LW7Q9b-HmM4CEA1gV9w0jYXmRc73mkL7-5wtzqr6LNjD0UO83AGNg" alt=""><figcaption></figcaption></figure>
4. ເປີດລຸ້ນທີ່ກຳລັງເຮັດວຽກຂອງລາຍການທີ່ເປັນໜຶ່ງໃນຕົວຢ່າງຂອງລາຍການທີ່ກໍານົດໄວ້.

   <figure><img src="/files/uM4QWyNEdtxw2JZ7srOw" alt=""><figcaption></figcaption></figure>
5. ເມື່ອລາຍການເປີດຂຶ້ນ, ກົດປຸ່ມ Add Geo-Objects ຢູ່ມຸມຂວາເທິງ.

   <figure><img src="/files/AchpzBSXhv8ajA1QnXbV" alt=""><figcaption></figcaption></figure>
6. ຖ້າທ່ານໄດ້ເລືອກ Geo-Object Type Group (ຕົວຢ່າງສຸກສາລາ) ແລ້ວ, ເມນູລາຍການແບບເລື່ອນລົງຈະປາກົດຂຶ້ນເມື່ອທ່ານກົດໃສ່ປຸ່ມ Add Geo-Objects. ໃນເມນູນີ້, ເລືອກ Geo-Object Type ທີ່ທ່ານຕ້ອງການສົ່ງຄໍາຮ້ອງຂໍເພື່ອເພີ່ມ Geo-Object.

   <figure><img src="https://lh6.googleusercontent.com/aI6xsBCsfzuBHW3tvEfu89u7LGKAR87opmBuP73h-h_Ft2S7ivlEwJwPBYgdQgUHx5GvHyhpdTLlNlf2aDCwKt_ZnHr15xim7G4vCaYGhpqNOhxIS4Olq3cRqpTgkhUHEH8eQpOHcQzz362jx1zeFq5pMxNsx7B7FKpanSrvQFQ92nYZcRNnRt2gnw" alt=""><figcaption></figcaption></figure>
7. ມຸມມອງການສ້າງ Geo-Object ຈະເປີດຂຶ້ນ, ໂດຍມີແຜງດ້ານຊ້າຍ, ຊ່ວຍໃຫ້ທ່ານສາມາດກໍານົດໄລຍະເວລາຂອງການມີຢູ່, ຄຸນລັກສະນະ, ພາກສ່ວນຫຼັກໃນລໍາດັບຊັ້ນທີ່ກ່ຽວຂ້ອງ, ແລະ ເລຂາຄະນິດຂອງ Geo-Object ໃໝ່.

   <figure><img src="https://lh6.googleusercontent.com/kxQ3FjRAbpLiLIAi5Jd3UWrcAvVNHrURvWarvKd5TaJPwD-4nJJF2qRjASHMr_x7UhiJS43azLfcGI_GV1k_vVE-phRel66oLE81r81_6WTh9cCbORENiJW-VLtLRkgmypA1FhayDZ4m_UgHZkVAu79WeUxNDl39yj1mKcWBEi_VpmTxXBba3X4QVA" alt=""><figcaption></figcaption></figure>
8. ເລີ່ມຕົ້ນໂດຍການລະບຸໄລຍະເວລາຂອງການມີຢູ່ (ວັນທີເລີ່ມຕົ້ນ ແລະ ສິ້ນສຸດ) ຂອງ Geo-Object ແລະ ຮັກສາຄວາມຖືກຕ້ອງເປັນ "Valid".

   <figure><img src="/files/ztFR6gjR6yrUHhuDmJkM" alt=""><figcaption></figcaption></figure>
9. ຈາກນັ້ນທ່ານສາມາດຕື່ມຂໍ້ມູນໃສ່ແຖບອື່ນໆ (ຄຸນລັກສະນະ, ລໍາດັບຊັ້ນ ແລະ ເລຂາຄະນິດ). ກະລຸນາອ້າງອີງເຖິງລາຍການຄຸນລັກສະນະທີ່ຈຳເປັນເມື່ອເພີ່ມ Geo-Object ໃໝ່ເພື່ອດຳເນີນການ (ສິ່ງນີ້ຄວນຈະຖືກບັນທຶກໄວ້ໃນວັດຈະນານຸກົມຂໍ້ມູນທີ່ກ່ຽວຂ້ອງສຳລັບ Geo-Object Type).\
   \
   ໝາຍເຫດ: (1) ຄວາມຖືກຕ້ອງຊົ່ວຄາວຂອງແຕ່ລະຄຸນລັກສະນະທຳອິດຈະມີວັນເລີ່ມຕົ້ນ ແລະ ວັນສິ້ນສຸດ ວັນດຽວກັນກັບໄລຍະເວລາທີ່ລະບຸໄວ້ໃນຂັ້ນຕອນ 8. (2) ເລຂາຄະນິດຂອງ Geo-Object ສາມາດຖືກກໍານົດໃນລະຫວ່າງຂະບວນການທີ່ອະທິບາຍຢູ່ທີ່ນີ້ ຫຼື ເພີ່ມໂດຍການນໍາເຂົ້າ shapefile (ເບິ່ງ[ຂໍ້ 6.5.1.1](/readme/current-2/geoprism-registry-tutorial/6.5-content-management/6.5.1-lists-and-spatial-data/6.5.1.1-import.md)).
10. ໃຫ້ເຫດຜົນສໍາລັບການສົ່ງຄໍາຮ້ອງຂໍການປ່ຽນແປງໃນຫົວຂໍ້ຢູ່ດ້ານລຸ່ມຂອງໜ້າຕ່າງກະດານ.

    <figure><img src="/files/WfmhJlDYPKP405658w6E" alt=""><figcaption></figcaption></figure>
11. ກົດປຸ່ມ Submit A Change Request. ສິ່ງນີ້ສົ່ງຜົນໃຫ້ເກີດການສ້າງຄໍາຮ້ອງຂໍການປ່ຽນແປງ, ເຊິ່ງທ່ານສາມາດປຶກສາຫາລືໃນໂມດູນ Change Requests ໂດຍການກົດປຸ່ມ View change request button ໃນຂໍ້ຄວາມທີ່ປາກົດ.

    <figure><img src="/files/t4EzDqfWUH7X3ExuDR1e" alt=""><figcaption></figcaption></figure>

## **B. ການສົ່ງຄໍາຮ້ອງຂໍການປ່ຽນແປງສໍາລັບ Geo-Object ທີ່ມີຢູ່ແລ້ວ**

ການສົ່ງຄໍາຮ້ອງຂໍການປ່ຽນແປງເພື່ອດັດແປງ Geo-Object ທີ່ມີຢູ່ແລ້ວສາມາດເຮັດໄດ້ໃນສີ່ຂັ້ນຕອນໂດຍ Registry Contributor ທີ່ມີຄໍາສັ່ງໃນການຈັດການກ່ຽວກັບ Geo-Object Type ທີ່ກ່ຽວຂ້ອງ:

1. ເປີດ Geo-Object ໃນມຸມມອງການແກ້ໄຂ
2. ບັນທຶກຂໍ້ມູນທີ່ທ່ານຕ້ອງການແກ້ໄຂ
3. ລະບຸເຫດຜົນສໍາລັບການສົ່ງຄໍາຮ້ອງຂໍການປ່ຽນແປງ
4. ສົ່ງຄໍາຮ້ອງຂໍການປ່ຽນແປງ

ມຸມມອງການແກ້ໄຂ Geo-Object-specific ສາມາດເຮັດໃຫ້ສຳເລັດໄດ້ໂດຍ Registry Contributor ຜ່ານສາມໂມດູນທີ່ແຕກຕ່າງກັນໃນ GeoPrism Registry:

* Change Requests
* Lists and Spatial Data
* Explorer

ພາກສ່ວນຍ່ອຍຕໍ່ໄປນີ້ອະທິບາຍວິທີການເຂົ້າເຖິງມຸມມອງການແກ້ໄຂຜ່ານແຕ່ລະໂມດູນເຫຼົ່ານີ້.

## **C. ການເຂົ້າເຖິງໜ້າການແກ້ໄຂ Geo-Object ຜ່ານໂມດູນ Change Requests**

ນີ້ແມ່ນວິທີທີ່ໄວທີ່ສຸດທີ່ຈະເຂົ້າເຖິງໜ້າການແກ້ໄຂ Geo-Object ເມື່ອ Registry Contributor ຮູ້ວ່າ Geo-Object ໃດທີ່ເຂົາຕ້ອງການສົ່ງຄໍາຮ້ອງຂໍການປ່ຽນແປງ, ໂດຍບໍ່ຈໍາເປັນຕ້ອງເບິ່ງລາຍການທໍາອິດ.

1. ໄປທີ່ໂມດູນ Change Requests.\
   ![](/files/DJFoVblOSjCZnFcqebW0)
2. ທ່ານຈະພົບເຫັນພາກສ່ວນ Submit a new change request ຢູ່ດ້ານລຸ່ມຂອງໜ້າຈໍທີ່ເປີດຂຶ້ນ.

   <figure><img src="/files/gtOsaNQmTNQyAprPvQ1F" alt=""><figcaption></figcaption></figure>
3. ໃນສ່ວນນີ້, ເລືອກ Geo-Object Type, ລະບຸວັນທີທີ່ທ່ານຕ້ອງການເບິ່ງຂໍ້ມູນທີ່ກ່ຽວຂ້ອງກັບ Geo-Object, ແລະ ຊື່ຂອງ Geo-Object. (ໝາຍເຫດ: ຕົວເລືອກທີ່ຈະເລືອກຈະປາກົດຂຶ້ນເມື່ອທ່ານພິມຊື່ຂອງ Geo-Object ແລະ ຈາກນັ້ນທ່ານສາມາດເລືອກຈາກຕົວເລືອກເຫຼົ່ານີ້).

   <figure><img src="/files/EjDcZpfBvNgcH8uTI5pK" alt=""><figcaption></figcaption></figure>
4. ກົດປຸ່ມ View Geo-Object. ສິ່ງນີ້ຈະເປີດມຸມມອງການແກ້ໄຂ Geo-Object.

   <figure><img src="/files/VEVj5XdyJBMadUIbU7bg" alt=""><figcaption></figcaption></figure>

## **D. ການເຂົ້າເຖິງໜ້າການແກ້ໄຂ Geo-Object ຜ່ານໂມດູນ Lists and Spatial Data**

Registry Contributor ສາມາດເລືອກທາງເລືອກນີ້ໃນເວລາທີ່ພວກເຂົາກໍາລັງຊອກຫາຢູ່ໃນລາຍການໃດໜຶ່ງທີ່ເຂົາເຈົ້າມີຄໍາສັ່ງຈັດການຂອງ Geo-Object Type, ແລະ ເບິ່ງບາງສິ່ງບາງຢ່າງທີ່ຕ້ອງໄດ້ຮັບການແກ້ໄຂ, ສໍາເລັດ ຫຼື ປັບປຸງ.

1. ໄປທີ່ໂມດູນ Lists and Spatial Data.

   <figure><img src="/files/DJFoVblOSjCZnFcqebW0" alt=""><figcaption></figcaption></figure>
2. ໃຫ້ກົດໃສ່ Geo-Object Type ທີ່ທ່ານຈໍາເປັນຕ້ອງສົ່ງຄໍາຮ້ອງຂໍການປ່ຽນແປງ.

   <figure><img src="/files/dix8zRBS4S6xsXBj4Gti" alt=""><figcaption></figcaption></figure>
3. ເປີດລາຍການທີ່ກໍານົດໄວ້ທີ່ທ່ານຕ້ອງການສົ່ງຄໍາຮ້ອງຂໍ.

   <figure><img src="https://lh5.googleusercontent.com/X_0trX8KDayCoHrCDGiHnsb9y7IsFbWS5KWkRqXrMMkXChsfgBxVX1tcp5OA3kjndlGoyRzKnc1C6p-Xh4VN3N0Wl8vD7WcBZrOGWJJ9Vs666Y_3rpj2Bf5o85g0OcsOV2dt_LW7Q9b-HmM4CEA1gV9w0jYXmRc73mkL7-5wtzqr6LNjD0UO83AGNg" alt=""><figcaption></figcaption></figure>
4. ເປີດສະບັບລຸ້ນທີ່ກຳລັງໃຊ້ຢູ່ຂອງລາຍການໃດໜຶ່ງໃນຊຸດ.

   <figure><img src="https://lh6.googleusercontent.com/UcEBBLa3adi5AOUjCb3FueJtx8B6Ru74t45sFz5-xNiLqO2sYP4PvbFVZOqkiC4-vycixGREyxhIu6mlIwLuVHr_-_C7hIGm5HRkJag_ugnyGsbFv9Be3MHYiqL4gQ8s0sw37QEvpN9cg1S7e85eo3Y18NZkTsV4-Wisq94RB8m41_U1XGAFQ8qbjg" alt=""><figcaption></figcaption></figure>
5. ໃນລາຍການທີ່ເປີດ, ຄົ້ນຫາ Geo-Object ທີ່ທ່ານຕ້ອງການສົ່ງຄໍາຮ້ອງຂໍການປ່ຽນແປງ (ຕົວຢ່າງໂດຍການໃຊ້ໜ້າທີ່ຄົ້ນຫາທີ່ຕິດກັບແຕ່ລະຄຸນລັກສະນະ).

   <figure><img src="https://lh5.googleusercontent.com/-Tfs8Z1IT8jgcK0WDLljEzhvpCeMrV_3RitZK2HmejzjggGrguySbWkWZmKC1gtGTf60thPetkUK5gxVGNrV7Y0km5NYOz_6qXK7IXZZaoXTL7Hw9PBFB36kw8SegYtZ0NTpJFRheilmmuIr0dXccRN8RBiDXHzH5ziF-LRofkCOD2BySv3xNo29vg" alt=""><figcaption></figcaption></figure>
6. ໃຫ້ກົດໃສ່ສັນຍາລັກເພື່ອເບິ່ງ (view icon) ສໍາລັບ Geo-Object.
7. ສິ່ງນີ້ຈະເປີດ Geo-Object ໃນແຜນທີ່ທີ່ສະແດງຂຶ້ນມາ.

   <figure><img src="/files/VwSOYpwmyGomW5qDmuLH" alt=""><figcaption></figcaption></figure>
8. ໃຫ້ກົດ​ໃສ່​ປຸ່ມ​ Edit ທີ່ສະແດງຂຶ້ນມາ​. ສິ່ງນີ້ຈະເປີດມຸມມອງການແກ້ໄຂສໍາລັບ Geo-Object.

   <figure><img src="/files/kUAKLpB5QYzn5S6ycC2W" alt=""><figcaption></figcaption></figure>

## **E. ເຂົ້າເຖິງໜ້າການແກ້ໄຂ Geo-Object ຜ່ານໂມດູນ Explorer**

ໜ້າການແກ້ໄຂ Geo-Object ສາມາດເຂົ້າເຖິງໄດ້ສອງວິທີເມື່ອໃຊ້ໂມດູນ Explorer:

1. ໂດຍປະຕິບັດຕາມວິທີການທີ່ຄ້າຍຄືກັນກັບໂມດູນ Change Request. ໃນກໍລະນີນີ້, Registry Contributor ຈະໃຊ້ແຖບຄົ້ນຫາຢູ່ມຸມຊ້າຍເທິງຂອງໂມດູນ Explorer. ກະ​ລຸ​ນາ​ສັງ​ເກດ​ວ່າ​ການ​ເຮັດວຽກ​ນີ້​ບໍ່​ໄດ້​ຮຽກ​ຮ້ອງ​ໃຫ້​ມີ​ການ​ກໍາ​ນົດ Geo-Object Type ແລະ ​ບໍ່​ໄດ້​​ເຂົ້າ​ເຖິງລາຍການແບບ​ການ​ເລື່ອນ​ລົງ​ຂອງ​ທາງ​ເລືອກ​ທີ່​ເປັນ​ຊື່​ຂອງ Geo-Object ທີ່​ກໍາ​ລັງ​ພິມ​. ດັ່ງນັ້ນ, ມັນອາດຈະສົ່ງຄືນ Geo-Objects ຈໍານວນຫຼວງຫຼາຍໃນປະເພດຕ່າງໆ.

   <figure><img src="/files/94Z4RxDEOrTRC0PByIVP" alt=""><figcaption></figcaption></figure>
2. ໂດຍການເຂົ້າເຖິງໜ້າການແກ້ໄຂ Geo-Object ໃນຂະນະທີ່ເບິ່ງຂໍ້ມູນພື້ນທີ່ສໍາລັບ Geo-Object Type ສະເພາະ Registry Contributor ທີ່ມີສິດໃນການຈັດການ.

ຂັ້ນຕອນຕໍ່ໄປນີ້ອະນຸຍາດໃຫ້ທ່ານສາມາດເຂົ້າເຖິງການແກ້ໄຂຂອງ Geo-Object ໃນຂະນະທີ່ການເບິ່ງຮູບເລຂາຄະນິດຂອງມັນ:

1. ໃນໂມດູນ Explorer, ໂດຍຊັ້ນທີ່ຢູ່ໃນ Geo-Object Type ຂອງຄວາມສົນໃຈທີ່ສະແດງແລ້ວ, ໃຫ້ກົດໃສ່ Geo-Object ທີ່ທ່ານຕ້ອງການສົ່ງຄໍາຮ້ອງຂໍການປ່ຽນແປງ. ສິ່ງນີ້ຈະສະແດງຂຶ້ນມາສໍາລັບ Geo-Object ນັ້ນ.

   <figure><img src="/files/VwSOYpwmyGomW5qDmuLH" alt=""><figcaption></figcaption></figure>
2. ໃຫ້​ກົດ​ໃສ່​ປຸ່ມ​ Edit ທີ່​ຢູ່​ໃນ​ປ່ອງ​ທີ່ສະແດງຂຶ້ນມາ​. ສິ່ງນີ້ຈະເປີດມຸມມອງການແກ້ໄຂ Geo-Object.

   <figure><img src="/files/P6pgj5zdEbVpUWvO9Z5O" alt=""><figcaption></figcaption></figure>

## **F. ບັນທຶກ ແລະ ສົ່ງຄໍາຮ້ອງຂໍການປ່ຽນແປງເພື່ອແກ້ໄຂ Geo-Object**

ເມື່ອ Registry Contributor ໄດ້ເຂົ້າເຖິງໜ້າການແກ້ໄຂ Geo-Object ຜ່ານຊ່ອງທາງໃດໜຶ່ງທີ່ອະທິບາຍໄວ້ໃນຂໍ້ກ່ອນ, ພວກເຂົາສາມາດຕື່ມຂໍ້ມູນໃສ່ ແລະ ຫຼັງຈາກນັ້ນສົ່ງຄໍາຮ້ອງຂໍການປ່ຽນແປງເພື່ອດັດແປງ Geo-Object ທີ່ມີຢູ່ແລ້ວ.

ໃນການເລີ່ມຕົ້ນຂະບວນການນີ້, Registry Contributor ຕ້ອງໄດ້ກົດໃສ່ປຸ່ມແກ້ໄຂ ທີ່ຕັ້ງຢູ່ດ້ານລຸ່ມຂອງໜ້າຕ່າງກະດານ Geo-Object (ເພື່ອທີ່ຈະເຫັນປຸ່ມອາດຈະຕ້ອງມີການເລື່ອນລົງຫຼາຍ ໂດຍອີງຕາມຈໍານວນຂອງຄຸນລັກສະນະ Geo-Object ທີ່ມີຢູ່).

<figure><img src="/files/sVeXessCPzlmVEEfdScl" alt=""><figcaption></figcaption></figure>

ຈາກບ່ອນນັ້ນ, Registry Contributor ຈະສາມາດຕື່ມຂໍ້ມູນໃສ່ ແລະ ສົ່ງຄໍາຮ້ອງຂໍການປ່ຽນແປງສໍາລັບ Geo-Object, ສໍາລັບການປ່ຽນແປງຕໍ່ໄປນີ້:

* ການປ່ຽນແປງໄລຍະເວລາຂອງມັນ
* ການປ່ຽນແປງຄວາມຖືກຕ້ອງຂອງມັນ
* ການ​ດັດ​ແກ້​ຄວາມ​ຖືກ​ຕ້ອງ​ຊົ່ວ​ຄາວ (ວັນ​ທີ​ເລີ່ມ​ຕົ້ນ/ວັນ​ທີ​ສິ້ນ​ສຸດ​) ຂອງ​ຄຸນລັກສະນະ, ພາກສ່ວນຫຼັກ​ໃນ​ລໍາ​ດັບຊັ້ນ ​ຫຼື ​ເລຂາ​ຄະ​ນິດ
* ການປັບຄ່າຂອງຄຸນລັກສະນະ, ພາກສ່ວນຫຼັກໃນລໍາດັບຊັ້ນ ຫຼື ເລຂາຄະນິດໂດຍບໍ່ປ່ຽນແປງຄວາມຖືກຕ້ອງຊົ່ວຄາວຂອງຂໍ້ມູນ
* ການເພີ່ມ ຫຼື ລຶບຂໍ້ມູນປະຈຸບັນຂອງຄຸນລັກສະນະ, ລຳດັບຊັ້ນ, ເລຂາຄະນິດ ຫຼື ໄລຍະເວລາຂອງການມີຢູ່

ໃນການປ່ຽນໄລຍະເວລາຂອງການມີຢູ່ຂອງ Geo-Object:

1. ເປີດແຖບການຕັ້ງຄ່າ Geo-Object.

   <figure><img src="/files/BZb5LxxwDNxQw4Y5WVuF" alt=""><figcaption></figcaption></figure>
2. ປ່ຽນວັນທີເລີ່ມຕົ້ນ ຫຼື ສິ້ນສຸດຂອງໄລຍະເວລາທີ່ມີຢູ່ແລ້ວ (ໝາຍເຫດຂອບສີສົ້ມທີ່ປາກົດຢູ່ອ້ອມຮອບພາກສ່ວນ Exist ໃນແຜງ, ຄ່າປະຈຸບັນທີ່ປາກົດຢູ່ຂ້າງລຸ່ມຂອງຊ່ອງຂໍ້ມູນທີ່ມີການປ່ຽນແປງຄ່າ, ແລະ ຈຸດສີແດງປະກົດຢູ່ໃນແຖບອື່ນໆ).

   <figure><img src="/files/wvkvgt1vJahmUV4JkRdn" alt=""><figcaption></figcaption></figure>
3. ປັບຄວາມຖືກຕ້ອງຊົ່ວຄາວ (ວັນທີເລີ່ມຕົ້ນ ແລະ ວັນທີສິ້ນສຸດ) ຂອງຂໍ້ມູນທີ່ບັນທຶກໄວ້ໃນແຖບອື່ນເພື່ອໃຫ້ກົງກັບໄລຍະເວລາໃໝ່ຂອງການມີຢູ່ຂອງ Geo-Object. ເມື່ອສິ່ງນີ້ສຳເລັດແລ້ວ, ຈຸດໃນແຖບທັງໝົດຈະປ່ຽນເປັນສີສົ້ມ.

   <figure><img src="/files/axyxD4luswoR1PqzFvb6" alt=""><figcaption></figcaption></figure>
4. ລະບຸເຫດຜົນສໍາລັບການສົ່ງຄໍາຮ້ອງຂໍການປ່ຽນແປງໃນຊ່ອງຂໍ້ມູນ Reason ແລະ ກົດປຸ່ມ Submit A Change Request.

   <figure><img src="/files/1kYCUoingwlcP0kSzilZ" alt=""><figcaption></figcaption></figure>
5. ສິ່ງນີ້ຈະເປັນການສ້າງຄໍາຮ້ອງຂໍການປ່ຽນແປງ, ເຊິ່ງທ່ານສາມາດປຶກສາຫາລືໃນໂມດູນ Change Request ໂດຍການກົດໃສ່ປຸ່ມ View change request ໃນຂໍ້ຄວາມທີ່ປະກົດ.

   <figure><img src="/files/xWLOsTP8Plxqy58sskQk" alt=""><figcaption></figcaption></figure>

ໃນການປ່ຽນຄວາມຖືກຕ້ອງຂອງ Geo-Object:

1. ເປີດແຖບການຕັ້ງຄ່າ Geo-Object.

   <figure><img src="/files/BZb5LxxwDNxQw4Y5WVuF" alt=""><figcaption></figcaption></figure>
2. ໃນສ່ວນແຖບ Validity, ປ່ຽນຄ່າຂອງຄວາມຖືກຕ້ອງຈາກ "Valid" ເປັນ "Invalid" (ໝາຍເຫດວ່າຈະມີຂອບສີສົ້ມປາກົດຢູ່ອ້ອມພາກສ່ວນ Validity ໃນແຜງ ແລະ ອ້ອມຄ່າປັດຈຸບັນທີ່ປາກົດຢູ່ດ້ານລຸ່ມຂອງຊ່ອງຂໍ້ມູນ. ໃນ​ກໍ​ລະ​ນີ​ນີ້ຈະ​ບໍ່​ມີເມັດຈ້ຳ​ປະ​ກົດໃຫ້ເຫັນຢູ່​ແຖບ​ອື່ນຍ້ອນວ່າການກໍາ​ນົດ Geo-Object ເປັນ​ບໍ່​ຖືກ​ຕ້ອງ (invalid) ຈະ​ບໍ່​ມີ​ຜົນ​ກະ​ທົບ​ກັບ​ຂໍ້​ມູນ​ນີ້​).

   <figure><img src="/files/7ZKk66CFlHMXhV4T03tR" alt=""><figcaption></figcaption></figure>
3. ລະບຸເຫດຜົນສໍາລັບການສົ່ງຄໍາຮ້ອງຂໍການປ່ຽນແປງໃນຊ່ອງຂໍ້ມູນ Reason ແລະ ກົດປຸ່ມ Submit A Change Request.

   <figure><img src="/files/aGnWaAqqDVIGVlGAUbkP" alt=""><figcaption></figcaption></figure>
4. ສິ່ງນີ້ຈະເປັນການສ້າງຄໍາຮ້ອງຂໍການປ່ຽນແປງ, ເຊິ່ງທ່ານສາມາດປຶກສາຫາລືໃນໂມດູນ Change Request ໂດຍການກົດໃສ່ປຸ່ມ View change request ໃນຂໍ້ຄວາມທີ່ປະກົດ.

   <figure><img src="/files/MOT0p67ICEEl9PVGjEch" alt=""><figcaption></figcaption></figure>

ໃນການແກ້ໄຂຄວາມຖືກຕ້ອງຊົ່ວຄາວ (ວັນທີເລີ່ມຕົ້ນ/ວັນທີສິ້ນສຸດ) ຂອງຄຸນລັກສະນະ, ພາກສ່ວນຫຼັກໃນລໍາດັບຊັ້ນ ຫຼື ຂອງເລຂາຄະນິດ Geo-Object:

1. ເປີດແຖບທີ່ກ່ຽວຂ້ອງສໍາລັບປະເພດຂອງຂໍ້ມູນທີ່ທ່ານຕ້ອງການປ່ຽນຄວາມຖືກຕ້ອງຊົ່ວຄາວສໍາລັບ (ຄຸນລັກສະນະ, ຂໍ້ມູນລໍາດັບຊັ້ນ ຫຼື ເລຂາຄະນິດ).

   <figure><img src="https://lh4.googleusercontent.com/OpmqK8JAraX-dssqC5KUjU7zubRcUle3oI1Y5u8awrGq2IpDwREuxVmCuna_pGTr-18F4E_CmvczpiNzcUY25gIfWLTMDd__mZaauLZC66ZdkPklx6qBUoaFfWsp6-Rp2qyNARjjSqCjPJ_ElnwQaS27ZbHYpLVD9loeR1qwwJONAlpFHvBWroPO1A" alt=""><figcaption></figcaption></figure>
2. ເລື່ອນໄປຫາcຂອງຄຸນລັກສະນະ/ຂໍ້ມູນລໍາດັບຊັ້ນ/ຄ່າເລຂາຄະນິດທີ່ທ່ານຕ້ອງການປ່ຽນຄວາມຖືກຕ້ອງຊົ່ວຄາວ. ປັບ​ແກ້ວັນ​ທີ່​ເລີ່ມ​ຕົ້ນ ​ແລະ​ ວັນ​ທີ​ສິ້ນ​ສຸດ​ສໍາ​ລັບ​ການ​ນໍາ​ໃຊ້​ຕົວ​ເລືອກ​ວັນ​ທີທີ່ກໍາ​ນົດ​ໄວ້​. ນອກຈາກນັ້ນ, ປັບໄລຍະເວລາຄວາມຖືກຕ້ອງຂອງຕົວຢ່າງອື່ນໆຂອງຄຸນລັກສະນະດຽວກັນ/ຂໍ້ມູນລໍາດັບຊັ້ນ/ເລຂາຄະນິດເພື່ອເອົາການທັບຊ້ອນທີ່ຖືກຕ້ອງຊົ່ວຄາວ ແລະ ຊ່ອງຫວ່າງທີ່ເໝາະສົມເຊັ່ນດຽວກັນ.

   <figure><img src="https://lh4.googleusercontent.com/eOk79gL5Y-JpYxfF0zb8tlw76T_hWmxcJv6OLQtAvc1HZg80KC5_lpihjyrqRWWEKxr0IXMz0WnXikKxBOjdak1Ax579URbuOed6xNoNQuzIoHabHE9SvR_2vY7LX3JWKgiuOs1XiZZij9YCcoNxLnVpft9s7uhnxx1tweaz0z3Tv6MAmZ_BvDquuw" alt=""><figcaption></figcaption></figure>
3. ລະບຸເຫດຜົນສໍາລັບການສົ່ງຄໍາຮ້ອງຂໍການປ່ຽນແປງໃນຊ່ອງຂໍ້ມູນ Reason ແລະ ກົດປຸ່ມ Submit A Change Request.

   <figure><img src="/files/DL3Br8AAo5wiyBQ4BnIT" alt=""><figcaption></figcaption></figure>
4. ສິ່ງນີ້ຈະເປັນການສ້າງຄໍາຮ້ອງຂໍການປ່ຽນແປງ, ເຊິ່ງທ່ານສາມາດສອບຖາມຂໍ້ມູນເພີ່ມເຕີມໃນໂມດູນ Change Request ໂດຍການກົດໃສ່ປຸ່ມ View change request ໃນຂໍ້ຄວາມທີ່ປະກົດ.

   <figure><img src="/files/aIl0Jmb2yvywqH5fs4Jp" alt=""><figcaption></figcaption></figure>

ການປັບຄ່າຂອງຄຸນລັກສະນະ, ພາກສ່ວນຫຼັກຂອງລໍາດັບຊັ້ນ ຫຼື ເລຂາຄະນິດໂດຍບໍ່ມີການປ່ຽນແປງ ຄວາມຖືກຕ້ອງຊົ່ວຄາວຂອງຂໍ້ມູນ:

1. ເປີດແຖບທີ່ກ່ຽວຂ້ອງສໍາລັບປະເພດຂອງຂໍ້ມູນທີ່ທ່ານຕ້ອງການປ່ຽນຄ່າ (ຄຸນລັກສະນະ, ຂໍ້ມູນລໍາດັບຊັ້ນ ຫຼື ເລຂາຄະນິດ).

   <figure><img src="/files/IY3YJpZZ6axNjKA9PpzO" alt=""><figcaption></figcaption></figure>
2. ເລື່ອນໄປຫາບ່ອນຂອງຄຸນລັກສະນະ/ຂໍ້ມູນລໍາດັບຊັ້ນ/ຄ່າເລຂາຄະນິດທີ່ທ່ານຕ້ອງການປ່ຽນຄວາມຖືກຕ້ອງຊົ່ວຄາວ. ປັບຄຸນສົມບັດ/ຂໍ້ມູນລໍາດັບຊັ້ນ/ເລຂາຄະນິດ.

   <figure><img src="/files/OCPvc3Xsj2uIwaeFiv7n" alt=""><figcaption></figcaption></figure>
3. ລະບຸເຫດຜົນສໍາລັບການສົ່ງຄໍາຮ້ອງຂໍການປ່ຽນແປງໃນຊ່ອງຂໍ້ມູນ Reason ແລະ ກົດປຸ່ມ Submit A Change Request.

   <figure><img src="/files/XnOQySMbuFAm9Gz62KbV" alt=""><figcaption></figcaption></figure>
4. ສິ່ງນີ້ຈະເປັນການສ້າງຄໍາຮ້ອງຂໍການປ່ຽນແປງ, ເຊິ່ງທ່ານສາມາດປຶກສາຫາລືໃນໂມດູນ Change Request ໂດຍການກົດໃສ່ປຸ່ມ View change request ໃນຂໍ້ຄວາມທີ່ປະກົດ.

   <figure><img src="/files/letgZRmKi1uSStYFbW2H" alt=""><figcaption></figcaption></figure>

ການເພີ່ມຄຸນລັກສະນະ, ລຳດັບຊັ້ນ ຫຼື ເລຂາຄະນິດ ຫຼື ໄລຍະເວລາຂອງການມີຢູ່:

1. ເປີດແຖບທີ່ກ່ຽວຂ້ອງສໍາລັບປະເພດຂອງຂໍ້ມູນທີ່ທ່ານຕ້ອງການເພີ່ມຄ່າຂອງ(ຄຸນລັກສະນະ, ຂໍ້ມູນລໍາດັບຊັ້ນ ຫຼື ເລຂາຄະນິດ).

   <figure><img src="https://lh4.googleusercontent.com/OpmqK8JAraX-dssqC5KUjU7zubRcUle3oI1Y5u8awrGq2IpDwREuxVmCuna_pGTr-18F4E_CmvczpiNzcUY25gIfWLTMDd__mZaauLZC66ZdkPklx6qBUoaFfWsp6-Rp2qyNARjjSqCjPJ_ElnwQaS27ZbHYpLVD9loeR1qwwJONAlpFHvBWroPO1A" alt=""><figcaption></figcaption></figure>
2. ເລື່ອນໄປຫາຄຸນລັກສະນະ/ຂໍ້ມູນລໍາດັບຊັ້ນ/ຄ່າເລຂາຄະນິດທີ່ທ່ານຕ້ອງການເພີ່ມຄ່າ ແລະ ກົດໃສ່ + New instance link. ໃນ​ກໍ​ລະ​ນີ​ທີ່ລິ້ງ​ນີ້​ບໍ່ປະກົດເຫັນ​, ໃຫ້​ແນ່​ໃຈວ່​າ 'view all periods​' ໄດ້​ຖືກ​ສະ​ຫຼັບຢູ່​ໃນ​ແຖບ​ປະ​ຫວັດ​ສາດ​.

   <figure><img src="/files/uQffOKtEmILXJmUV0bhU" alt=""><figcaption></figcaption></figure>

   <figure><img src="https://lh4.googleusercontent.com/9EPoWKQK6l6swd-GSudlHG6oZ06CYYmEbtSPRnwG-7fQEgmC2RPYHqpdZcELNfZBQhNTdjKSmQI6kgfih6sf_cqi17U8TIT45xUoEWVB7wHI7RLO2k2bQN09DVbdVF35zIv8aqsQn5WRQ0FvdWpyGVcRQaPRo2qPauhaUjbOi4eQvw-KnlXSmq0kng" alt=""><figcaption></figcaption></figure>
3. ຕື່ມຂໍ້ມູນໃສ່ໃນ Instance ໃໝ່ດ້ວຍຄ່າ ແລະ ໃຫ້ວັນທີເລີ່ມຕົ້ນ ແລະ ວັນທີສິ້ນສຸດທີ່ຖືກຕ້ອງ. ນອກຈາກນັ້ນ, ປັບໄລຍະເວລາຄວາມຖືກຕ້ອງຂອງ Instance ອື່ນໆຂອງຄຸນລັກສະນະດຽວກັນ/ຂໍ້ມູນລໍາດັບຊັ້ນ/ເລຂາຄະນິດເພື່ອເອົາການທັບຊ້ອນທີ່ຖືກຕ້ອງຊົ່ວຄາວ ແລະ ຊ່ອງຫວ່າງທີ່ເໝາະສົມເຊັ່ນດຽວກັນ. ເມື່ອເພີ່ມ Instance ຂອງຂໍ້ມູນລໍາດັບຊັ້ນ, ໄລຍະເວລາທີ່ຖືກຕ້ອງ ຕ້ອງຖືກຕື່ມໃສ່ກ່ອນເພື່ອທີ່ GeoPrism Registry ຈະມອບໝາຍໃຫ້ພຽງແຕ່ Geo-Objects ໂຕຫຼັກທີ່ຍັງຖືກຕ້ອງຢູ່ເປັນຕົວເລືອກຫຼັກ.

   <figure><img src="/files/yJRZMwOMUQXPIue0lnvh" alt=""><figcaption></figcaption></figure>

   <figure><img src="/files/Vd7aRKbLf3Ola3cagBBj" alt=""><figcaption></figcaption></figure>
4. ລະບຸເຫດຜົນສໍາລັບການສົ່ງຄໍາຮ້ອງຂໍການປ່ຽນແປງໃນຊ່ອງຂໍ້ມູນ Reason ແລະ ກົດປຸ່ມ Submit A Change Request.

   <figure><img src="/files/58eYpfBW1w90DNZXSAtu" alt=""><figcaption></figcaption></figure>
5. ສິ່ງນີ້ຈະເປັນການສ້າງຄໍາຮ້ອງຂໍການປ່ຽນແປງ, ເຊິ່ງທ່ານສາມາດປຶກສາຫາລືໃນໂມດູນ Change Request ໂດຍການກົດໃສ່ປຸ່ມ View change request ໃນຂໍ້ຄວາມທີ່ປາກົດ.

   <figure><img src="/files/aVi1FLMfx1lK0e5ojy8y" alt=""><figcaption></figcaption></figure>

ໃນການລຶບ Instance ຂອງຄຸນລັກສະນະ, ລຳດັບຊັ້ນ ຫຼື ເລຂາຄະນິດ ຫຼື ໄລຍະເວລາທີ່ລະບຸໄວ້:

1. ເປີດແຖບທີ່ກ່ຽວຂ້ອງສໍາລັບປະເພດ Instance ຂອງຂໍ້ມູນທີ່ທ່ານຕ້ອງການລຶບ (ຄຸນລັກສະນະ, ຂໍ້ມູນລໍາດັບຊັ້ນ ຫຼື ເລຂາຄະນິດ).
2. ເລື່ອນໄປຫາຄຸນລັກສະນະ/ຂໍ້ມູນລຳດັບຊັ້ນ/ຄ່າເລຂາຄະນິດທີ່ທ່ານຕ້ອງການລຶບຕົວຢ່າງ ແລະ ກົດໃສ່ປຸ່ມ x ເບື້ອງຂວາຂອງຕົວຢ່າງ. ໃນ​ກໍ​ລະ​ນີ​ຫຼາຍ​ຕົວ​ຢ່າງ​ແມ່ນ​ບໍ່​ໄດ້​ສັງ​ເກດ​ເຫັນ​, ໃຫ້​ແນ່​ໃຈວ່​າ ‘view all’ ຖືກ​ສະ​ຫຼັບ​ໃນ​ແຖບ​ປະ​ຫວັດ​ສາດ​. Instance ທີ່ຈະຖືກລຶບສາມາດຖືກຖອນຄືນໄດ້ໂດຍການກົດໃສ່ສັນຍາລັກກັບຄືນ.

   <figure><img src="https://lh6.googleusercontent.com/6Tc-AF92OZQYWuttznabdPCJFDjkW4ipvoSj1tj6i5tE9ojkJx3PhnMY7rmrhAipP5VrNRrsJyh0dyIz3XMnrd7WgkxgP95Q-4Pp7GIXXCFWNOtDwCZfLQWA4_I0ujX-Np43_IRuj7iLkXWo9BXw6z5Eg2SQqdJm6XHOtPjNAmTVKh1ZJdWSG_7tmQ" alt=""><figcaption></figcaption></figure>

   <figure><img src="https://lh4.googleusercontent.com/9EPoWKQK6l6swd-GSudlHG6oZ06CYYmEbtSPRnwG-7fQEgmC2RPYHqpdZcELNfZBQhNTdjKSmQI6kgfih6sf_cqi17U8TIT45xUoEWVB7wHI7RLO2k2bQN09DVbdVF35zIv8aqsQn5WRQ0FvdWpyGVcRQaPRo2qPauhaUjbOi4eQvw-KnlXSmq0kng" alt=""><figcaption></figcaption></figure>

   <figure><img src="https://lh3.googleusercontent.com/gqkNnGWe1Cyk0ktBiclRL4Fy09EkKWxXWPLQv28S9_QU6S7aK-jT-X1P3Ct2GT3x-0JKKUhRo6Egv08BPfCtjv69jL-F14JgLa4boDBiT_heyN8npiuHJrGM7jBwMtQDgnlI__7r-gHlws_ZS9CAUAYbM0QH9aSkc9uDPuS3wgj8tTTbCai4Atf2BA" alt=""><figcaption></figcaption></figure>
3. ລະບຸເຫດຜົນສໍາລັບການສົ່ງຄໍາຮ້ອງຂໍການປ່ຽນແປງໃນຊ່ອງຂໍ້ມູນ Reason ແລະ ກົດປຸ່ມ Submit A Change Request.

   <figure><img src="/files/bYE1TP0wHLCtM3yL6zQ1" alt=""><figcaption></figcaption></figure>
4. ສິ່ງນີ້ຈະເປັນການສ້າງຄໍາຮ້ອງຂໍການປ່ຽນແປງ, ເຊິ່ງທ່ານສາມາດປຶກສາຫາລືໃນໂມດູນ Change Request ໂດຍການກົດໃສ່ປຸ່ມ View change request ໃນຂໍ້ຄວາມທີ່ປາກົດ.

   <figure><img src="/files/aVi1FLMfx1lK0e5ojy8y" alt=""><figcaption></figcaption></figure>

ຄຳຮ້ອງຂໍການປ່ຽນແປງໃນໂມດູນ Change Request ສາມາດຖືກແກ້ໄຂໂດຍການກົດໃສ່ປຸ່ມ Edit ຢູ່ດ້ານລຸ່ມ.

<figure><img src="https://lh5.googleusercontent.com/pdRNqgiSw_1yIDrMbVJI2wjgF5BaLQqDi0_G0qZQbJc7rd8k5YbS5nsz2JFeP4m6W4Igyr52So6sK9eWwUY9eyLpnZdUCwae9-UH9UE3O6N9kyHYmDl3ptlLMdf9XSHpUFJh4CVaNW3JDezosYjgnIG3AWhWqEtBDp4q2bMd_Udg9K1e04NGCPR5kQ" alt=""><figcaption></figcaption></figure>

ຜູ້ໃຊ້ສາມາດແກ້ໄຂການປ່ຽນແປງທີ່ຮ້ອງຂໍຂອງເຂົາໄດ້ໂດຍກົງ, ໃນລັກສະນະທີ່ຄ້າຍຄືກັນກັບໃນມຸມມອງການແກ້ໄຂ Geo-Object.

ສໍາລັບຄຳຮ້ອງຂໍການປ່ຽນແປງທີ່ຕ້ອງການເອກະສານຢ່າງເປັນທາງການເພື່ອເປັນຫຼັກຖານສໍາລັບການປ່ຽນແປງ, ເອກະສານອ້າງອີງສາມາດຖືກອັບໂຫຼດໃນຄໍາຮ້ອງຂໍການປ່ຽນແປງ. ໃນຂະນະທີ່ຍັງຢູ່ໃນຮູບແບບການແກ້ໄຂຂອງຄໍາຮ້ອງຂໍການປ່ຽນແປງ, ໃຫ້ກົດໃສ່ Choose File ທີ່ຢູ່ກ້ອງ Reference Documents ເພື່ອຄົ້ນຫາເອກະສານທີ່ຈະແນບ, ແລະ ກົດອັບໂຫຼດ. ສາມາດແນບເອກະສານຫຼາຍອັນໃສ່ໜຶ່ງຄຳຮ້ອງຂໍການປ່ຽນແປງໄດ້.

![](https://lh4.googleusercontent.com/zKzAmH8FFlV52BnwMnB5MDh1d5zm2w9KIrPkR3bw6Sk-4xo3hvWRdkmWKtS4gZ1WkABN8po6RC3JevX_nghoYKYowdklyn6zrw8hFHrEmF9el5AIwAeMoDj-OB1dDA8-GlWE1QWcs-fC_CKJI1_U-U3BjwuHddjlIiHvePwsEem4Cl0NgXORL50vqw)

![](https://lh6.googleusercontent.com/OYebU-GvN512gHRJVjC1kgVx-dDjY7vNf-svc760xI0PM6nEi5ZGzhMDf6N5jBX2MkokvjwHOZCdvaXcO-IgdXOvTx-9OVjNssiTgDRLEwTPH6JfM8SJlwI6bHIlYAyOqPO4JzbfPG9FpXxbvX9T_jqesiJQkMVzZwpb9bErUBVZZcJvuYZQGgQywQ)

ໃຫ້ກົດໃສ່ Update ເພື່ອສໍາເລັດການແກ້ໄຂຄຳຮ້ອງຂໍການປ່ຽນແປງ.

<figure><img src="https://lh5.googleusercontent.com/_ybbSJph3Qd7nhuV22nXkBd3aK6fNHiDtXXldHbELJn_PK4cdb6H1pzRffXfmT5cHk-LNizu-MHH2kgSRhgHoHHd8n2Hw2AGP3F8ll3MpjCLj9YGygWbPlX-lwxvvgTUamlVCijv2YWvIcpYZH1KEHaxeGudI3cUTUP32XK2hKuL707OXRHi7YlYuA" alt=""><figcaption></figcaption></figure>


---

# Agent Instructions: Querying This Documentation

If you need additional information that is not directly available in this page, you can query the documentation dynamically by asking a question.

Perform an HTTP GET request on the current page URL with the `ask` query parameter:

```
GET https://docs.geoprismregistry.com/readme/current-2/geoprism-registry-tutorial/6.5-content-management/6.5.2-change-requests/6.5.2.1-submit-a-change-request.md?ask=<question>
```

The question should be specific, self-contained, and written in natural language.
The response will contain a direct answer to the question and relevant excerpts and sources from the documentation.

Use this mechanism when the answer is not explicitly present in the current page, you need clarification or additional context, or you want to retrieve related documentation sections.
